ຈຳປາສັກ ສະເຫຼີມສະຫຼອງວັນຄົນພິທີການແຫ່ງຊາດ

ພິທີສະເຫຼີມສະຫຼອງ ວັນຄົນພິການແຫ່ງຊາດ ຄົບຮອບ 32 ປີ (3 ທັນວາ 1992-03 ທັນວາ 2024) ພາຍໃຕ້ຄຳຂັວນ ເສີມ ສ້າງການມີສ່ວນຮ່ວມຂອງສັງຄົມໃນການຟື້ນຟູສະມັດຕະພາບຂອງຄົນພິການຢ່າງຮອບດ້ານແບບຍືນຍົງຈັດຂຶ້ນໃນວັນທີ 6 ທັນວາ 2024 ທີ່ສວນສາທາລະນະແຄມຂອງ ນະຄອນປາກເຊ ໂດຍການເປັນປະທານຂອງທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ມີ ທ່ານ ພູວິສິດ ພິມມະສອນ ປະທານສະມາຄົມຄົນ ພິການແຂວງຈຳສັກ ພ້ອມດ້ວຍພະນັກງານກ່ຽວຂ້ອງ ແລະ ສະມາຊິກສະມາຄົມຄົມຄົນພິການແຂວງເຂົ້າຮ່ວມ.
ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ ກ່າວເປີດພິ ທີວ່າ: ພັກ-ລັດຖະບານ ກໍ່ຄື ຄະນະບໍລິຫານພັກແຂວງ ຍາມໃດກໍ່ໄດ້ເປັນຫ່ວງເປັນໄຍນໍາສຸຂະພາບ, ຊີວິດການເປັນຢູ່ຂອງ ຄົນພິ ການ. ພົ້ນເດັ່ນແມ່ນພວມເລັ່ງໃສ່ ໃນການຈັດຕັ້ງປະຕິບັດ ນະໂຍ ບາຍຕໍ່ຜູ້ພິການໃຫ້ສອດຄ່ອງ ກັບຄວາມສາມາດ ແລະ ສະພາບຄວາມເປັນຈິງທາງດ້ານ ເສດຖະກິດ-ສັງຄົມຂອງປະເທດລາວເພື່ອໃຫ້ທຸກຄົນໃນເທົ່ວສັງຄົມ ໄດ້ມີສ່ວນຮ່ວມໃນການຊຸກຍູ້ ສົ່ງເສີມຄົນພິການໃນທົ່ວປະເທດ. ອັນເພິ່ນເດັ່ນ ແມ່ນພວກເຮົາພວມເລັ່ງໃສ່ການເຜີຍແຜ່ ກົດໝາຍ ວ່າດ້ວຍຄົນພິການ ເພື່ອເຮັດໃຫ້ສັງຄົມໄດ້ຮັບຮູ້ ແລະ ມີສ່ວນຮ່ວມໃນການສົ່ງເສີມ ການເບິ່ງແຍງດູແລ ຄົນພິການ ຄຽງຄູກັບການຈັດຕັ້ງປະຕິບັດນະໂຍ ບາຍດ້ວຍຮູບການໃຫ້ອຸດຫນູນທາງ ດ້ານວັດຖຸອຸປະກອນ, ງົບ ປະມານຂອງລັດ ແລະ ການປະກອບສ່ວນຂອງພາກເອກະຊົນໃຫ້ແກ່ຄົນພິການ, ເສັຍອົງຄະ ໃນການສູ້ຮົບ ຫຼື ຮັບໃຊ້ການສູ້ຮົບໃນ ພາລະກິດການປະຕິວັດຊາດ ປະຊາທິປະໄຕ.
ວຽກງານຜູ້ອາຍຸສູງ ແລະ ຄົນພິການແຫ່ງຊາດເປັນວຽກ ງານທີ່ມີລັກສະນະຍຸດທະສາດຍາວນານຍ້ອນວ່າປະເທດໄດ້ຜ່ານແປວໄຟແຫ່ງສົງຄາມ ເຮັດໃຫ້ມີພົນລະເມືອງລາວຈໍານວນຫຼວງ ຫຼາຍ ໄດ້ຮັບຜົນກະທົບທາງກົງ ແລະ ທາງອ້ອມ ກໍ່ຄືການດໍາລົງຊີວິດ ຂອງປະຊາຊົນບັນດາເຜົ່າສະນັ້ນ; ການຈັດພິທີ ສະເຫຼີມສະຫຼອງວັນຄົນພິການແຫ່ງຊາດໃນຄັ້ງນີ້ກໍ່ ເພື່ອເປັນການປູກ ຈິດສໍານຶກໃຫ້ແກ່ສັງຄົມ, ຄົນຮຸ່ນໃໝ່ໃຫ້ເຫັນຄວາມສໍາຄັນ, ເຂົ້າໃຈຕໍ່ກັບວຽກງານສົ່ງເສີມຄົນພິການໃຫ້ ມີສ່ວນຮ່ວມໃນທົ່ວສັງຄົມໃຫ້ຫຼາຍຂື້ນ.
ຕໍ່ມາ ທ່ານ ພູວິສິດ ພິມມະສອນ ປະທານສະມາຄົມຄົນພິການແຂວງຈຳສັກ ໄດ້ລາຍງານວຽກງານການເຄື່ອນໄຫວຂອງສະມາ ຄົມຄົນພິການໃນໄລຍະ 1 ປີທີ່ຜ່ານມາຕື່ມອີກ.
ປະຈຸບັນຈໍານວນຄົນພິການທີ່ໄດ້ເຂົ້າເປັນສະມາຊິກຂອງສະມາ ຄົມມີທັງໝົດ 225 ຄົນ. ຍິງ 94 ຄົນ, ມີ 13 ກຸ່ມ ລວມທັງກຸ່ມຢູ່ສູນຝຶກວິຊາອາຊີບຄົນພິການຂອງແຂວງ, ສະມາຄົມຄົນພິການ ມີພາລະບົດບາດ-ໜ້າທີ່ ປະກອບສ່ວນເຂົ້າໃນການສ້າງສາພັດ ທະນາປະເທດ ຊາດ ແລະ ຊ່ວຍເຫຼືອຄົນພິການ, ລວມເຖິງການມີສ່ວນຮ່ວມກັບພາກລັດໃນການຮ່າງນະໂຍບາຍ ແລະ ນິຕິກຳຕ່າງໆທີ່ພົວພັນກັບສິດທິຜົນປະໂຫຍດອັນຊອນທໍາຂອງຄົນພິການ.
ໃນພິທີ, ຜູ້ເຂົ້າຮ່ວມໄດ້ຖືປ້າຍຍ່າງອອກກຳລັງກາຍ ໄປຕາມເສັ້ນທາງແຄມຂອງ (ສວນສາທາລະນະ)ຢ່າງເປັນຂະບວນຟົດຟື້້ນ ເພື່ອສື່ຄວາມໝາຍໃຫ້ສັງຄົມຫັນມາໃຫ້ຄວາມສົນໃຈຕໍ່ສິດທິ ແລະ ມີສ່ວນຮ່ວມ ໃນການພັດທະນາຊີວິດກາເປັນຢູ້່ ແລະ ຄວາມສາມາດຂອງຄົນພິການໃຫ້ຫຼາຍຂຶ້ນ.
ຂ່າວ: ເກດສະໜາ ແກ້ວສຸວັນນະແສງ





