ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດຂະບວນການແຂ່ງຂັນປະດິດແຕ່ງ ສ້າງສັນຜົນງານສິລະປະການສະແດງ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ

Dec 6, 2024

ເປີດຂະບວນການແຂ່ງຂັນປະດິດແຕ່ງ ສ້າງສັນຜົນງານສິລະປະການສະແດງ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ
ວັນທີ 6 ທັນວາ 2024, ທີ່ຫໍວັດທະນະທໍາແຫ່ງຊາດ, ນະ ຄອນຫລວງວຽງຈັນ, ທ່ານ ວັນສີ ກົວມົວ, ຮອງລັດຖະມົນຕີກະຊວງ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແລະ ທ່ານ ບົວເງິນ ຊາພູວົງ, ອະດີດຮອງລັດຖະມົນຕີກະຊວງ ຖວທ ໄດ້ເປັນປະທານກອງປະຊຸມສໍາມະນາເປີດຂະ ບວນການແຂ່ງຂັນ ປະດິດແຕ່ງ ສ້າງສັນຜົນງານສິລະປະການ ສະແດງ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ພາຍໃຕ້ຫົວ ຂໍ້: “ຮ່ວມໃຈສ້າງສັນ ກະວີ ເພງ ຂັບ ລຳ ສືບສານມູນເຊື້ອ 3 ວັນປະຫວັດສາດ” ຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ (22 ມີນາ 1955-22 ມີນາ 2025), ການສະຖາ ປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນ ເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນ ວາ 1920-13 ທັນວາ 2025).
ໃນໂອກາດນີ້, ທ່ານ ວັນສີ ກົວມົວ ໃຫ້ຮູ້ວ່າ: ສາມວັນທີ່ສໍາຄັນນີ້ ລ້ວນແຕ່ມີຄວາມໝາຍອັນເລິກເຊິ່ງ, ສະທ້ອນໃຫ້ເຫັນເຖິງການຕໍ່ສູ້, ຄວາມເສຍສະລະ ແລະ ຄວາມສໍາເລັດຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາຂອງພັກ. ບໍ່ພຽງແຕ່ເປັນການລະນຶກເຖິງອະດີດເທົ່ານັ້ນ, ແຕ່ຍັງເປັນການສະແດງເຖິງຄວາມກ້າວໜ້າ ແລະ ການພັດທະນາປະເທດຊາດໃນປັດຈຸບັນ ແລະ ພວມກ້າວສູ່ອານາຄົດຢ່າງໜັກແໜ້ນ.
ຜົນງານສິລະປະທີ່ຈະຖືກສ້າງຂຶ້ນໃນຄັ້ງນີ້ ຈະເປັນການບັນທຶກປະຫວັດສາດ, ສະແດງອອກ ເຖິງຄວາມຮັກຊາດ ແລະ ສ້າງແຮງບັນດານໃຈໃຫ້ຄົນລຸ້ນຫຼັງ. ທຸກຜົນງານຈະເປັນພະຍານເຖິງການ ສະແດງອອກຄວາມຮັກຊາດ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຄວາມພາກພູມໃຈໃນມູນເຊື້ອ ປະຕິວັດອັນດີງາມຂອງຊາດລາວ
ທ່ານ ຮອງລັດຖະມົນຕີ ກະຊວງ ຖວທ ຍັງສະແດງຄວາມ
ຫວັງຢ່າງຍິ່ງວ່າ ບັນດາທ່ານຈະນໍາໃຊ້ພອນສະຫວັນ, ຄວາມຮູ້ຄວາມສາມາດ ແລະ ຄວາມຄິດສ້າງສັນຂອງຕົນ ເພື່ອສ້າງຜົນງານທີ່ມີຄຸນຄ່າ ສົມກັບໂອກາດສໍາຄັນນີ້. ຜົນງານເຫຼົ່ານີ້ຈະ ກາຍເປັນມໍລະດົກທາງວັດທະນະທຳອັນລໍ້າຄ່າຂອງຊາດ ແລະ ເປັນແຮງບັນ ດານໃຈໃຫ້ແກ່ຄົນລຸ້ນຫຼັງສືບຕໍ່ໄປ.