ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫະພັນແມ່ຍິງເມືອງຕະໂອ້ຍ ລະນຶກວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຄົບຮອບ 64ປີ

Dec 6, 2024

ສະຫະພັນແມ່ຍິງເມືອງຕະໂອ້ຍ ລະນຶກວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຄົບຮອບ 64ປີ
ເນື່ອງໃນໂອກາດລະນຶກວັນສາກົນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຄົບຮອບ 64 ປີ (ວັນທີ 25 ພະຈິກ 1960 – 25 ພະຈິກ 2024), ສະຫະພັນແມ່ຍິງເມືອງຕະໂອ້ຍ, ແຂວງສາວັນ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຄົບຮອບ 64 ປີ.ໃນວັນທີ 5 ທັນວານີ້ ທີ່ສະໂມສອນຂອງເມືອງ ໂດຍການເຂົ້່າຮ່ວມຂອງ ທ່ານ ຄໍາສະໄຫວ ວິລະກອນ ຮອງເລຂາພັກເມືອງ ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ວຽກພັກພະນັກງານໃນທົ່ວເມືອງ.
ໃນໂອກາດນີ້, ທ່ານ ຄໍາສະໄຫວ ວິລະກອນ ໄດ້ຂຶ້ນຜ່ານສານອວ່ຍພອນ ຂອງ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ແນວ ທາງຂອງພັກ ແລະ ລັດຖະທຳມະນູນສະບັບປັບປຸງ ປີ 2024. ໄດ້ກໍານົດຈະແຈ້ງວ່າ ລັດ, ສັງຄົມ ແລະ ຄອບຄົວ ເອົາໃຈໃສ່ປະຕິບັດນະໂຍບາຍສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງທ່ານຍິງ, ຍິງ-ຊາຍ ມີຄວາມສະເໝີພາບຕໍ່ໜ້າກົດໝາຍໂດຍບໍ່ຈຳແນກ ມີສິດເທົ່າທຽມກັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ, ເພື່ອເປັນການລະນຶກເຖີງວັນສາກົນເພື່ອລືບລ້າງ ຕ້ານການໃຊ້ຄວມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນທຸກຮູບແບບ ແລະ ທັງເປັນການເຊີດຊູບົດບາດ ຍິງ – ຊາຍ ໃຫ້ມີສິດເທົ່າທຽມກັນ ຕາມລະບຽບ, ກົດໝາຍທີ່ໄດ້ກໍານົດໄວ້.
ທ່ານ ນາງ ສຸກສາຄອນ ຜ່ອງບຸບຜາ ຮອງປະທານສະຫະພັນ ແມ່ຍິງເມືອງ ໄດ້ຜ່ານປະຫວັດຄວາມເປັນມາຂອງວັນສາກົນຕ້ານການນຳໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ທ່ານໄດ້ຍົກໃຫ້ເຫັນບັນຫາອັນພົ້ນເດັ່ນ ສາເຫດຕົ້ນຕໍຂອງການໃຊ້ຄວາມ ຮຸນແຮງ, ປັດໄຈ ແລະ ຄວາມສ່ຽງສຳລັບຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນທຸກຮູບແບບ ເປັນຕົ້ນ; ການບັງຄັບ, ນາບຂູ່, ການກະທໍາທາລຸນຂົ່ມຂື່ນທາງດ້ານຮ່າງກ່າຍ, ການທູບຕີ ແລະ ອື່ນໆ.
ພາບ: ຄໍນ້ອຍ ໄຊຍະສຸກ
ຂ່າວ: ສີສະຫວາດ