ລາວ-ຫວຽດນາມ ແລກປ່ຽນບົດຮຽນວຽກງານກວດກາຄົນເຂົ້າ-ອອກເມືອງ

ວັນທີ 6 ທັນວາ 2024, ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ກົມໃຫຍ່ສັນຕິບານ, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ພົບປະແລກປ່ຽນບົດຮຽນກັບ ກົມດ່ານ, ກອງບັນຊາການທະການຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ. ຝ່າຍລາວນໍາໂດຍ ພັອ ເພັດດາວົງ ແກ້ວກັນຍາ, ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິຍານ ກະຊວງປ້ອງກັນ ຄວາມສະຫງົບລາວ. ຝ່າຍຫວຽດນາມ ນໍາໂດຍ ພົນຈັດຕະວາ ໂດ ຫງ໋ອກ ຕວ່ານ, ຫົວໜ້າກົມດ່ານ, ກອງບັນຊາການທະຫານຊາຍ ແດນ, ກະຊວງປ້ອງກັນປະເທດ ຫວຽດນາມ.
ສອງຝ່າຍໄດ້ຮ່ວມກັນປຶກສາຫາລືບັນຫາຕ່າງໆ ພ້ອມທັງລາຍງານສະພາບການຮ່ວມມືໃນໄລຍະຜ່ານມາ ເຊີ່ງທັງສອງຝ່າຍໄດ້ເປັນເຈົ້າການ ເຮັດວຽກງານໂຄສະນາສຶກສາອົບຮົມ ໃຫ້ປະຊາ ຊົນລຽບຕາມຊາຍແດນຂອງແຕ່ລະຝ່າຍ ຮັບຮູ້ເຊື່ອມຊຶມກ່ຽວ ກັບ ສົນທິສັນຍາກ່ຽວກັບຊາຍແດນ ລາວ-ຫວຽດນາມ, ລະ ບຽບຫຼັກການເຂົ້າ-ອອກດ່ານ, ເຄົາລົບອໍານາດອະທິປະໄຕຜືນແຜນດິນເຊີ່ງກັນ ແລະ ກັນ, ບໍ່ເຂົ້າ-ອອກ ຫຼື ຍົກຍ້າຍຕັ້ງຖິ່ນຖານພູມລໍາເນົາແບບເສລີ.
ສອງຝ່າຍຍັງໄດ້ສຸມໃສ່ໂຄສະນາມູນເຊື້ອຄວາມສາມັກຄີພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ພະນັກງານນັກຮົບ ກໍຄື ປະຊາຊົນລຽບຕາມຊາຍແດນ ຮູ້ໄດ້ເຖິງມູນເຊື້ອຄວາມສາມັກຄີ, ຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ຄຽງບ່າຄຽງໄຫຼ່ຮ່ວມຕໍ່ສູ້ປົດປ່ອຍຊາດ ແລະ ແຜນການຮ່ວມມືຮອບດ້ານໃນການພັດທະນາ ປົກ ປັກຮັກສາປະເທດຊາດ. ພ້ອມດຽວກັນນັ້ນ, ໃນກອງປະຊຸມທັງ ສອງຝ່າຍຍັງໄດ້ປະກອບຄໍາຄິດຄໍາເຫັນ ແລະ ສະເໜີບັນຫາຕ່າງໆ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານຮ່ວມກັນໃນຕໍ່ໜ້າ.
ສອງຝ່າຍກຝໄດ້ລົງນາມເຊັນບົດບັນທຶກຮ່ວມມືກັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານຮ່ວມກັນໃນຕໍ່ໜ້າ.
ຂ່າວ: ບຸນພະຈັນ, ຄວາມສະຫງົບລາວ





