ລະດົມແນວຄວາມຄິດ ແລະ ເຜີຍແຜ່ຂໍ້ມູນກ່ຽວກັບໂຄງການກໍ່ສ້າງ ພຣະພຸດທະຮູບໃຫຍ່ສຸວັນນະໂຄມຄຳ
ເມື່ອບໍ່ດົນມານີ້, ທີ່ສະໂມສອນເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເພື່ອລະດົມແນວຄວາມຄິດ ແລະ ເຜີຍແຜ່ຂໍ້ມູນໂຄງການສ້າງພຣະພຸດທະຮູບໃຫຍ່ເມືອງເກົ່າສຸວັນນະໂຄມຄຳ ຢູ່ເຂດພູກິ່ວ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງສະພາບລວມຂອງການພັດທະນາເຂດເສດຖະກິດພິເສດໃນທົ່ວປະເທດ ໂດຍສະເພາະແມ່ນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ສະພາບລວມກ່ຽວກັບການກະກຽມ, ການອອກແບບ ແລະ ການກໍ່ສ້າງພຣະ ພຸດທະຮູບໃຫຍ່ ແລະ ໄດ້ແລກປ່ຽນຄຳຄິດຄຳເຫັນຮ່ວມກັນຢ່າງຫລາກຫລາຍ.

ໂຄງການກໍ່ສ້າງພຣະພຸດທະຮູບໃຫຍ່ ສຸວັນນະໂຄມຄໍາ ແມ່ນໜຶ່ງໃນບັນດາກິດຈະການທີ່ຈະພັດທະນາວຽກງານວັດທະນະທໍາ- ສັງຄົມ ແລະ ວຽກງານພຸດທະສາດສະໜາ, ເປັນການປົກປັກຮັກ ສາວັດທະນາທະທໍາ, ສີລະປະ, ຮີດຄອງປະເພນີອັນດີງາມຂອງບັນພະບູລຸດລາວ ໂດຍສະເພາະແມ່ນໄລຍະຄວາມຈະເລີນຂອງເມືອງເກົ່າສຸວັນນະໂຄມຄໍາ ທີ່ໄດ້ສ້າງໄວ້ ແລະ ສືບທອດໃຫ້ລູກ ຫຼານຫຼາຍເຊັ່ນຄົນ, ເປັນພຣະເຈົ້າຊົງນັ່ງທີ່ໃຫຍ່ທີ່ສຸດຂອງລາວ, ສູງ 88 ແມັດ (ນັບແຕ່ແທ່ນຮອດຈອມເກດ), ໜ້າຕັກປະມານ 45 ແມັດ, ເຊິ່ງຈະສ້າງດ້ວຍໂລຫະຊະນິດພິເສດ, ຖືກອອກແບບກໍ່ສ້າງຮູບຊົງເດີມ ຂອງອົງພະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄໍາອົງປະຈຸບັນ ທີ່ຕັ້ງຢູ່ເຂດບ້ານດອນທາດ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເນື່ອງຈາກເປັນອົງທີ່ຍັງຮັກສາຄວາມເປັນເອກະລັກທາງພຸດທະສິນ ຫຼື ທາງສີລະປະ-ວັດທະນະທຳຂອງລາວລ້ານຊ້າງ ຕິດພັນກັບປະຫວັດສາດເມືອງເກົ່າສຸວັນນະໂຄມຄຳ ທີ່ມີຊື່ສຽງ ພິເສດແມ່ນພໍ່ແມ່ປະຊາຊົນໃນເຂດທ້ອງຖິ່ນ, ທົ່ວປະເທດ ແລະ ສາກົນ ໃຫ້ຄວາມເຊື່ອຖືສັດທາຢ່າງແຮງກ້າ. ເປັນພະພຸດທະຮູບ ທີ່ມີຄວາມສວຍງາມ ມີສີລະປະຂອງຕະ ກຸນຊ່າງລາວ ແລະ ສະແດງເຖິງຄວາມຈະເລີນຮຸ່ງເຮືອງສີວິໄລຂອງພຸດທະສາສະໜາ, ເປັນພະພຸດທະຮູບທີ່ມີໃບໜ້າສະຫງ່າຜ່າເຜີຍ, ເມດຕາທຳ, ຍີ້ມແຍ້ມແຈ່ມໃສ, ເປັນພະພຸດທະຮູບປາງຊະນະມານ ທີ່ມີໂຮງຈຸຍທີ່ຖືກຕ້ອງຕາມເອກະລັກຂອງການສ້າງພະພຸດທະຮູບຂອງລາວ ຕາມຕຳນານບູຮານ ທີ່ມີຄວາມສັກສິດ ເປັນສີລິມຸງຄຸນມີ່ງຂັວນຄູ່ບ້ານຄູ່ເມືອງ. ມີຄວາມເປັນເອກະລັກ ເຊັ່ນ: ທາງໃບໜ້າ, ເກດ, ຫູ, ດັງ, ຜ້າສັງຄາ ແລະ ຮູບຮ່າງທີ່ອຸດົມສົມບູນ.
ເມືອງເກົ່າສຸວັນນະໂຄມຄຳ ແມ່ນເປັນເມືອງທີ່ເກົ່າແກ່ ແລະ ມີປະຫວັດສາດທີ່ຍາວນານກວ່າໜຶ່ງພັນປີ, ອີງຕາມຫລັກຖານຢັ້ງຢືນທາງປະຫວັດສາດໄດ້ໃຫ້ຮູ້ວ່າ ບັນດາພຣະພຸດທະຮູບ ແລະ ອົງພະທາດຕ່າງໆທີ່ຢູ່ໃນຂົງເຂດດັ່ງກ່າວ ຖືກສ້າງຂຶ້ນໃນສະຕະວັດທີ V ແລະ ໄດ້ຮັບການບູລະນະມາຫລາຍຄັ້ງ, ບັນດາສິ້ນສ່ວນສະລັກຫັກພັງທັງຫລາຍທີ່ເຫັນໃນປັດຈຸບັນ ລວມມີປະ ມານ 40 ຈຸດ ຢູ່ກະແຈກກະຈາຍໄປໃນບໍລິເວນໃກ້ຄຽງ ຖືກສ້າງຂຶ້ນໃນສະໄໝອານາຈັກລາວລ້ານຊ້າງ ໄລຍະສະຕະວັດ ທີ XIV ຫາ XVI.
ກອງປະຊຸມທັງສອງຄັ້ງ ຜູ້ເຂົ້າຮ່ວມແມ່ນໄດ້ພ້ອມກັນຄົ້ນ ຄວ້າປະກອບຄໍາຄິດເຫັນຮູບຊົງການອອກແບບ ແລະ ທິດທາງແຜນໃນການບໍາລຸງຮັກສາ, ການຄຸ້ມຄອງບໍລິຫານໂຄງການໃນອະນາຄົດຈາກພາກສ່ວນຕ່າງໆ ແລະ ໂດຍລວມທຸກພາກສ່ວນຂະແໜງການ ແລະ ປະຊາຊົນແມ່ນເຫັນດີເປັນເອກະພາບ ແລະ ໃຫ້ການສະໜັບສະໜູນໂຄງການດັ່ງກ່າວ.
ພາຍຫຼັງສໍາເລັດການກໍ່ສ້າງຄາດວ່າ ຈະກາຍເປັນພະພຸດທະຮູບທີ່ສວຍງາມອີກອົງໜຶ່ງໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ເຮັດໃຫ້ເຂດເສດຖະກິດພິເສດສາມຫຼ່ຽມຄຳ ກໍ່ຄືເມືອງຕົ້ນເຜິ້ງ ແລະ ແຂວງບໍ່ແກ້ວ ເປັນສູນກາງຫນຶ່ງທາງວັດທະນະທຳຮີດຄອງປະເພນີ, ສູນກາງດ້ານການພັດທະນາເສດຖະກິດ-ສັງຄົມ ແລະ ການທ່ອງທ່ຽວໃນອະນາຄົດ.
ຂ່າວ: ເຂດເສດຖະກິດພິເສດສາມຫລ່ຽມຄຳ






