ເມື່ອບໍ່ດົນມານີ້ ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີປາຖະກະຖາວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ວັນທີ 13 ທັນວາ ຄົບຮອບ 104 ປີ ໂດຍການປາຖະກະຖາຂອງ ສະຫາຍ ປອ ສຳລານ ພັນຄະວົງ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.
ໃນໂອກາດດັ່ງກ່າວ, ສະຫາຍ ປອ ສຳລານ ພັນຄະວົງ ໄດ້ຍົກໃຫ້ເຫັນວັນທີ 2 ທັນວາ 1975 ແມ່ນວັນທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ທັງເປັນວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະ ພາບ, ວັດທະນະຖາວອນ ຊຶ່ງປະທານ ໄກສອນ ພົມວິຫານ ໄດ້ຕີລາຄາ ວັນທີ 2 ທັນ ວາ ປີ 1975 ວ່າ: “ບໍ່ທັນມີເວລາໃດທີ່ປະຊາຊົນເຮົາ ຊຶ່ງເປັນຜູ້ສ້າງປະຫວັດສາດຂອງຊາດນັ້ນ ໄດ້ຍາດເອົາໄຊຊະນະອັນສົມບູນຢ່າງສະຫງ່າລາສີຄືແນວນີ້ຈັກເທື່ອ, ໄຊຊະນະນັ້ນ ບໍ່ສະເພາະແຕ່ໄດ້ຟື້ນຟູຄວາມເປັນເອກະລາດຂອງປະເທດເຮົາ, ຫາກຍັງເປັນຄັ້ງທໍາອິດທີ່ປະຊາຊົນບັນດາເຜົ່າ ຜູ້ເຄີຍດໍາລົງຊີວິດເປັນທາດ ໄດ້ກາຍມາເປັນເຈົ້າຂອງແທ້ຈິງຂອງຊາດໜຶ່ງ ທີ່ມີເອກະລາດ, ມີອິດສະຫຼະພາບຢ່າງສົມບູນ ແລະ ພວມກ້າວຂຶ້ນສູ່ສັງຄົມນິຍົມ, ເຮັດໃຫ້ຄວາມມຸ່ງຫວັງອັນແຮງກ້າຂອງປວງຊົນລາວ ກໍຄື ຂອງມວນມະນຸດປະກົດເປັນຈິງຢູ່ບົນຜົນແຜ່ນດິນອັນແສນຮັກຂອງພວກເຮົາ”.
ບັນດາເຫດການ ແລະ ໄຊຊະນະ ອັນຍິ່ງໃຫຍ່ ຂອງກອງທັບ ແລະ ປະຊາຊົນລາວ ໃນຂະບວນການຕໍ່ສູ້ກູ້ຊາດ ຜ່ານຂະບວນການຕໍ່ສູ້ອັນຍືດເຍື້ອຍາວນານ ໄດ້ມີຫຼາຍເຫດການສໍາຄັນ ເຊິ່ງເປັນສິ່ງມະຫັດສະຈັນຖືກຈາລຶກໄວ້ໃນໜ້າປະຫວັດສາດຂອງຊາດ ເປັນຕົ້ນແມ່ນ ການຜ່າວົງປິດລ້ອມ ຂອງກອງພັນທີ 2 ຂອງຝ່າຍປະເທດລາວ ຢູ່ທົ່ງໄຫຫີນຊຽງຂວາງ, ຜູ້ນໍາແນວລາວຮັກຊາດ ໂຕນອອກຈາກຄຸກໂພນເຄັ່ງ, ການຍຶດອໍານາດການປົກຄອງດ້ວຍ 3 ບາດຄ້ອນຍຸດທະສາດ ແບບບົວບໍ່ຊໍ້ານໍ້າບໍອຸ່ນ, ແຕ່ຈັບປາໄດ້ໝົດ ແລະ ເຫດການອື່ນໆ, ໃນທີ່ສຸດກໍກ້າວໄປເຖິງໄຊຊະນະຢ່າງສົມບູນ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ2ທັນວາ 1975.
ພ້ອມນີ້ ທ່ານຍັງໄດ້ຍົກໃຫ້ເຫັນຜົນງານອັນໂດດເດັ່ນ ຂອງປະທານໄກສອນ ຕະຫຼອດຊີວິດຂອງປະທານ ໄກສອນ ພົມວິຫານ ແມ່ນທຸ່ມເທທຸກຢ່າງໃຫ້ກັບພາລະ ກິດປະຕິວັດປະເທດເຮົາໄດ້ມີຫຼາຍວິລະກຳອັນລ້ຳເລີດທີ່ສະແດງໃຫ້ເຫັນເຖິງນໍ້າໃຈຮັກຊາດອັນສູງສົ່ງ, ນໍ້າໃຈກຳມະຊີບອັນໜັກແໜ້ນ, ຄວາມເດັດດ່ຽວບໍ່ຍອມຈຳນົນສັດຕູ, ຄວາມສະຫຼຽວສະຫຼາດ ແລະ ຄວາມເສຍສະຫຼະເພື່ອປະເທດຊາດ, ເພື່ອປະຊາ ຊົນຢ່າງບໍ່ມີຂີດຈຳກັດ ເຊິ່ງສະແດງອອກຢູ່ໃນພຶດຕິກຳຕົວຈິງ ແລະ ຜ່ານຂະບວນວິວັດແຫ່ງການນໍາພາຕໍ່ສູ້ປົດປ່ອຍຊາດກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດຈາກການຕໍ່ສູ້ດ້ວຍສອງຝາມືເປົ່າຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ສະຖາປະນາເປັນປະເທດ ສປປ ລາວ ໃນປັດຈຸບັນ.
ຂ່າວ: ບົວລະພາ





