ທ່ານ ບຸນເສີດ ເສດທິລາດ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງອັດຕະປື ແລະ ຄະນະ ໄດ້ຮ່ວມກັນຖະແຫລງຂ່າວ ໃນວັນທີ 6 ທັນວາ 2024 ທີ່ຫໍປະຊຸມໃຫຍ່ຂອງແຂວງກ່ຽວກັບການຈັດງານບຸນລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິຣາດ ສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ຂອງແຂວງອັດຕະປື ເຊິ່ງຈະຈັດຂຶ້ນລະຫວ່າງວັນທີ 14-18 ທັນວາ 2024 ຢູ່ທີ່ອະນຸສາວະລີພຣະເຈົ້າໃຊ້ຍະເຊດຖາທິຣາດ.
ງານຄັ້ງນີ້ ປະກອບມີ 8 ກິດຈະກໍາສໍາຄັນ ຄື:
1. ກິດຈະກຳແຂ່ງຂັນລົດຖີບເພື່ອສຸຂະພາບຂອງສະຫະພັນລົດຖີບແຂວງ
2. ກິດຈະກຳວາງສະແດງສິນຄ້າ ແລະ ການທ່ອງທ່ຽວ
3. ກິດຈະກຳປະກວດນາງສາວທ່ອງທ່ຽວ
4. ເທສະການຮ່ອນຄຳ
5. ກິດຈະກຳແຫ່ຜ້າສາດເຜີ້ງ
6. ກິດຈະກຳສະແດງສີລະປະຄົບງັນພາຍໃນ ແລະ ຕ່າງປະເທດ
7. ກິດຈະກຳໃສ່ບາດ
8. ກິດຈະກຳຊ່ວງເຮືອຕາມຕຳນານ
ທ່ານໃຫ້ຮູ້ຕື່ມວ່າ: ໃນປີ 2024 ຄາດຄະເນວ່າຈະມີ ນັກທ່ອງທ່ຽວຈະເດີນທາງເຂົ້າມາຢ້ຽມຢາມ ແລະ ທ່ອງທ່ຽວຢູ່ແຂວງອັດຕະປືປະມານ 160,00 ເທື່ອຄົນ ແລະ ຄາດຄະເນຮັບຈາກການທ່ອງທ່ຽວຫຼາຍກ່ວາ 70 ກວ່າຕື້ກີບ. ເພື່ອເຮັັດໃຫ້ການຈັດຕັ້ງປະຕິບັດເເຜນກິດຈະກຳປີທ່ອງທ່ຽວລາວ 2024 ຂອງແຂວງອັດຕະປີໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກ່າວມາຂ້າງເທີງນັ້ນ, ພະແນກຖະເເຫຼງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວແຂວງ ໄດ້ສຸມໃສ່ການຈັດຕັ້ງປະຕິິບັດບັນດາໜ້າວຽກຕ່າງໆ ເຊັ່ນ: ໄດ້ປະສານສົມທົບກັບບັນດາຂະເເໜງການທີ່ກ່ຽວຂ້ອງຂອງແຂວງ ເເລະ ເມືອງ ເພື່ອຈັດຕັ້ງຜັນຂະຫຍາຍກິດຈະກຳລະດັບແຂວງ ແລະ ລະດັບເມືອງ; ໄດ້ປັບປຸງຍົກລະດັບຄຸນນະພາບການບໍລິການ ເພື່ອໃຫ້ມີຄວາມພ້ອມໃນການຕ້ອນຮັບນັກທ່ອງທ່ຽວ, ໃຫ້ມີຄວາມປອດຳໄພ ແລະ ສ້າງຄວາມເພິ່ງພໍໃຈໃຫ້ແກ່ນັກທ່ອງທ່ຽວມາໃຊ້ບໍລິການ.






