ໂດຍ: ສົມສະຫວາດ ນາມອິນທາ
5 ປີຕໍ່ໜ້າ ແຂວງຫຼວງນໍ້າທາ ຈະສຸມໃສ່ພັດທະນາການທ່ອງທ່ຽວແບບອະນຸລັກເພື່ອສ້າງແຂວງໃຫ້ກາຍເປັນ 1 ໃນ 10 ຂອງຈຸດໝາຍປາຍທາງການທ່ອງທ່ຽວແບບອະນຸລັກອາຊຽນ ຫຼື ພາກພື້ນ ໃນຂະນະດຽວກັນຄາດຄະເນຈະມີນັກທ່ອງທ່ຽວເຂົ້າມາຜ່ານ ແລະ ທ່ອງທ່ຽວແຂວງ 5 ລ້ານເທື່ອຄົນ.
ວຽກງານການທ່ອງທ່ຽວແຂວງຫຼວງນໍ້າທາ ເລີ່ມແຕ່ປີ 1996-1997 ເປັນຕົ້ນມາ ອົງການ ທ່ອງທ່ຽວແຫ່ງຊາດຮ່ວມກັບອົງການອຸຍແນັສໂກ ໄດ້ສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການທ່ອງ ທ່ຽວແບບອະນຸລັກນໍ້າຫ້າ (Nam Ha Eco-Tourism Project) ມາຮອດປີ 1999-2002ໂຄງການດັ່ງກ່າວກໍໄດ້ຮັບການຈັດຕັ້ງປະຕິບັດພາຍໃຕ້ການສະໜັບສະໜູນທຶນຈາກລັດຖະບານປະເທດນິວຊີແລນ ແລະ ປະເທດຍີ່ປຸ່ນ ໂດຍຜ່ານສະຖາບັນການເງິນລະຫວ່າງປະເທດ (Internatio nal Finance Corporation) ຈຳນວນ 158,000 ໂດລາ.
ໂຄງການດັ່ງກ່າວໄດ້ປູພື້ນຖານຊຸກຍູ້ໃຫ້ພາກລັດ, ພາກທຸລະກິດ ແລະ ຊາວບ້ານມີຄວາມກະຕືລືລົ້ນເຂົ້າຮ່ວມການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວດ້ວຍຄວາມຕັ້ງໜ້າ ແລະ ມີຜົນສໍາເລັດຕະ ຫຼອດມາ. ຈຸດປະສົງຫຼັກໃນການພັດທະນາການທ່ອງທ່ຽວແບບອະນຸລັກນໍ້າຫ້າ ເພື່ອຫຼຸດຜ່ອນຄວາມທຸກຍາກໃຫ້ຊຸມຊົນ; ອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດໃຫ້ມີຄວາມຍືນຍົງ; ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ; ການມີສ່ວນຮ່ວມຂອງແມ່ຍິງ ແລະ ຊົນເຜົ່າ ຊຶ່ງປີ 2001 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງ 40,580 ເທື່ອຄົນ. ໃນນີ້, ເຂົ້າຮ່ວມກິດຈະກໍາການທ່ອງທ່ຽວແບບອະນຸລັກ 944 ເທື່ອຄົນ. ປີ 2006 – 2008 ໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານປະເທດນິວຊີແລນ ແລະ ທຶນກູ້ຢືມຈາກທະນາຄານພັດທະນາອາຊີ (ADB’s Mekong Tourism Development Project) ຈໍານວນ 338,201 ໂດລາ. ໂຄງການໄດ້ສຸມໃສ່ພັດທະນາໂຄງລ່າງພື້ນຖານ ເປັນຕົ້ນແມ່ນສະໜາມບິນ, ເສັ້ນທາງເຂົ້າບ້ານທ່ອງທ່ຽວ, ສິ່ງອໍານວຍຄວາມສະດວກຢູ່ສະຖານທີ່ທ່ອງທ່ຽວ, ປີ 2008-2012, ໂຄງການໄດ້ທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ ແລະ ໂຄງການພັດທະນາການທ່ອງທ່ຽວຂອງບັນດາປະ ເທດລຸ່ມແມ່ນ້ຳຂອງ (ADB’s Mekong Tourism Development Project) ຈໍານວນ 935,000 ໂດລາ. ໂຄງການໄດ້ສຸມໃສ່ພັດທະນາໂຄງລ່າງພື້ນຖານສິ່ງອໍານວຍຄວາມສະດວກຕາມແລວທາງເສດຖະກິດເໜືອ – ໃຕ້, ປີ 2011-2014 ໂຄງການໄດ້ທຶນຊ່ວຍເຫຼືອຈາກລັດຖະບານປະເທດນິວຊີແລນຈຳນວນ 608,916 ໂດລາ. ໂຄງການນີ້ໄດ້ລົງເລິກພັດທະນາໝູ່ບ້ານທ່ອງທ່ຽວໂດຍກົງ ເປັນຕົ້ນແມ່ນພື້ນຖານໂຄງລ່າງ, ສິ່ງອໍານວຍຄວາມສະດວກ, ການຄຸ້ມຄອງ, ການໂຄສະນາ, ການພັດທະນາບຸກຄະລາກອນໃນຂະແໜງການທ່ອງທ່ຽວ, ການສະໜັບສະໜູນທຸລະກິດຂະໜາດນ້ອຍ, ການພັດທະນາຜະລິດຕະພັນເຄື່ອງທີ່ລະນຶກ, ປີ 2016-2020 ໂຄງການໄດ້ທຶນຊ່ວຍເຫຼືອຈາກລັດຖະບານປະເທດນິວຊີແລນໃນວົງເງິນ 512,000 ໂດລາ ເປົ້າໝາຍຕົ້ນຕໍໃນການນໍາໃຊ້ທຶນແມ່ນສ້າງເມືອງຫຼວງນໍ້າທາເປັນຈຸດໝາຍປາຍທາງການທ່ອງທ່ຽວ ແລະ ປັບປຸງຍົກລະດັບຄຸນນະພາບຂອງຜະລິດຕະພັນການທ່ອງທ່ຽວສູ່ມາດຕະຖານໃນລະດັບຕ່າງໆ.
ໃນໄລຍະປີ 2007-2011 ການທ່ອງທ່ຽວຂອງແຂວງຫຼວງນໍ້າທາ ໂດຍສະເພາະກິດຈະກໍາການທ່ອງທ່ຽວແບບອະນຸລັກນັກທ່ອງທ່ຽວມີທ່າອ່ຽງເຂົ້າຮ່ວມກິດຈະກໍາຫຼຸດລົງ, ພາຍຫຼັງຂະແໜງທ່ອງທ່ຽວ ກໍຄືພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ໄດ້ຮີບຮ້ອນປັບປຸງ ແລະ ວາງຍຸດທະສາດການທ່ອງທ່ຽວຄືນໃໝ່. ເລີ່ມແຕ່ປີ 2012 ເປັນຕົ້ນມາຈຶ່ງເຮັດໃຫ້ນັກທ່ອງທ່ຽວກັບມາເຂົ້າຮ່ວມກິດຈະກໍາທ່ອງທ່ຽວແບບອະນຸລັກເພີ່ມຂຶ້ນຢ່າງຕໍ່ເນື່ອງຈົນເຖິງປັດຈຸບັນ. ຈາກນັ້ນ ພວກເຮົາໄດ້ເອົາໃຈໃສ່ປັບປຸງຄຸນນະພາບຂອງຜະລິດຕະພັນການທ່ອງທ່ຽວສູ່ມາດຕະຖານລະດັບຕ່າງໆ ເປັນຕົ້ນແມ່ນຂອງແຂວງ, ຂອງປະເທດ ແລະ ຂອງອາຊຽນ ເຮັດວຽກຢ່າງໃກ້ຊິດກັບພາກທຸລະກິດທ່ອງທ່ຽວພະນັກງານນໍາທ່ຽວ, ຊາວບ້ານ, ຜູ້ປະກອບການທ່ອງທ່ຽວ. ມາຮອດຕົ້ນປີ 2019 ພວກເຮົາໄດ້ຮັບລາງວັນມາດຕະຖານລະດັບອາຊຽນ 2 ລາງວັນຄື: ເຮືອນພັກແຮມປະຊາຊົນບ້ານວຽງເໜືອ ແລະ ການ ທ່ອງທ່ຽວພະຈົນໄພຊຸມຊົນນາລັນເໜືອ, ປີ 2020 ໄດ້ຮັບລາງວັນໂຮງແຮມຂຽວອາຊຽນ (ຣີສອດພູວີລາ), ປີ 2021 ໄດ້ຮັບ 2 ລາງວັນ ຄື: ຫ້ອງນໍ້າສະອາດສາທາລະນະອາຊຽນ (ແຫຼ່ງທ່ອງທ່ຽວພູເພັດພູຄໍາ) ແລະ ເຮືອນພັກແຮມປະຊາຊົນອາຊຽນ ບ້ານວຽງເໜືອ ຮອບທີ II, ປີ 2025 ຈະໄດ້ຮັບອີກ 2 ລາງວັນທີ່ປະເທດມາເລເຊຍຄື: ການທ່ອງທ່ຽວພະຈົນໄພຊຸມຊົນນາລັນເໜືອ ຮອບທີ II ແລະ ຫ້ອງນໍ້າສະອາດສາທາລະນະອາຊຽນ (ຮ້ານອາຫານເມົາເທີນວີວ).
ສໍາລັບ 5 ປີຕໍ່ໜ້າຈະສຸມໃສ່ສ້າງແຜນພັດທະນາການທ່ອງທ່ຽວແບບອະນຸລັກຂອງແຂວງ ເພື່ອສ້າງແຂວງຫຼວງນໍ້າທາໃຫ້ກາຍເປັນ 1 ໃນ 10 ຂອງຈຸດໝາຍປາຍ ທາງການທ່ອງທ່ຽວແບບອະນຸລັກອາຊຽນ ຫຼື ພາກພື້ນໂດຍສະເພາະກິດຈະກໍາຍ່າງປ່າໃນປ່າສະຫງວນແຫ່ງຊາດນໍ້າຫ້າ, ສ້າງກິດຈະກໍາການທ່ອງທ່ຽວແບບອະນຸລັກໃຫ້ໄດ້ມາດຕະຖານ ສປປ ລາວ ແລະ ອາຊຽນ 3-4 ລາຍການ, ສ້າງບ້ານທ່ອງທ່ຽວໂລກ ໂດຍອົງການທ່ອງທ່ຽວໂລກໃຫ້ໄດ້ 1 ບ້ານ, ອະນຸລັກ 2 ຝັ່ງນໍ້າຫ້າ ໃຫ້ເປັນສະຖານທີ່ທ່ອງທ່ຽວສີຂຽວ. 5 ປີຕໍ່ໜ້າຄາດຄະເນຈະມີນັກທ່ອງທ່ຽວເຂົ້າມາຜ່ານ ແລະ ທ່ອງທ່ຽວຢູ່ແຂວງຫຼວງນໍ້າທາ 5 ລ້ານເທື່ອຄົນ, ຈະສາມາດສ້າງລາຍຮັບທາງກົງ ແລະ ທາງອ້ອມເຂົ້າແຂວງໄດ້ 131 ລ້ານໂດລາ, ເຂົ້າຮ່ວມກິດຈະກໍາທ່ອງທ່ຽວແບບອະນຸລັກໃຫ້ໄດ້ 35,000 ເທື່ອຄົນ ແລະ ສ້າງລາຍຮັບເຂົ້າຊຸມຊົນໃຫ້ໄດ້ 4,2 ລ້ານໂດລາ.
ທີ່ມາ: ປະຊາຊົນ







