ເຊັນສັນຍາເພື່ອພັດທະນານໍ້າຕົກຕາດຜາສ້ວມໃຫ້ກາຍເປັນສູນກາງທ່ອງທ່ຽວອະນຸລັກທໍາມະຊາດ ແລະ ສິ່ງແວດລ້ອມ
ພິທີເຊັນສັນຍາສໍາປະທານ (CA) ໂຄງການພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດຜາສ້ວມໃຫ້ກາຍເປັນສູນກາງການທ່ອງ ທ່ຽວຕິດພັນກັບການອະນຸລັກທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ລະຫວ່າງແຂວງຈໍາປາສັກ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບ ບໍລິສັດທ່ອງທ່ຽວກຣີນແອັດແວນເຈີ ຈໍາກັດຜູ້ດຽວ ຈັດຂຶ້ນໃນວັນທີ 6 ທັນວາ 2024 ນີ້ທີ່ພະແນກແຜນການ ແລະ ການລົງທຶນແຂວງ.

ໂຄງການພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດຜາສ້ວມ ໃຫ້ກາຍເປັນສູນກາງການທ່ອງທ່ຽວຕິດພັນກັບການ ອະນຸລັກທຳມະຊາດ ແລະ ສິ່ງແວດລ້ອມ, ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງວັນທີ 11 ກຸມພາ 2020 ໂດຍບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ຕໍ່ມາໄດ້ມອບສິດໃນການ ພັດທະນາໂຄງການດັ່ງກ່າວໃຫ້ແກ່ ບໍລິສັດ ທ່ອງທ່ຽວ ກຣີນແອັດແວນເຈີ ຈຳກັດຜູ້ດຽວ ເປັນຜູ້ສືບຕໍ່ໃນການພັດທະນາ ຕາມໃບມອບສິດ ແລະ ສັນຍາຮ່ວມລົງທຶນ ລະຫວ່າງສອງຝ່າຍ ສະບັບລົງວັນທີ 09 ກັນຍາ 2024.
ໃນຄັ້ງວັນທີ 13 ພະຈິກ 2024 ຜ່ານມານີ້ ໄດ້ເປີດກອງປະຊຸມເຈລະຈາຮ່າງ ສັນຍາສຳປະທານໂຄງການ ດັ່ງກ່າວ ຂື້ນທີ່ພະແນກແຜນການ ແລະ ການລົງທຶນແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງຄະນະກຳມະການຈາກ ພາກລັດ ແລະ ບໍລິສັດ ເຊິ່ງໄດ້ມີຄວາມເຫັນດີເອກະພາບກັນທັງສອງຝ່າຍ ດັ່ງນີ້:
ຊື່ໂຄງການ: ພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດຜາສ້ວມ ໃຫ້ກາຍເປັນສູນກາງການທ່ອງທ່ຽວຕິດພັນກັບການ ອະນຸລັກທຳມະຊາດ ແລະ ສິ່ງແວດລ້ອມ.
ພື້ນທີ່ສໍາປະທານ: ຕັ້ງຢູ່ ບ້ານ ໂດນ ເມືອງບາຈຽງຈະເລີນສຸກ, ແຂວງ ຈຳປາສັກ, ໂດຍມີເນື້ອທີ່ລວມທັງໝົດ 94 ເຮັກຕາ, ໂດຍແບ່ງຂອບເຂດເນື້ອທີ່ດິນການສໍາປະທານອອກເປັນ 2 ຕອນ ຄື:
ເຂດທີ 01: ເນື້ອທີ່ດິນສໍາປະທານ ພື້ນທີ່ເຂດອະນຸລັກ ພັດທະ ນາເປັນເຂດສີຂຽວ ເປັນຈຸດອະນຸລັກ ປ່າໄມ້ນາໆພັນເຂດປ່າປ້ອງກັນ, ເຂດປູກປ່າໄມ້ທົດແທນ ແລະ ອື່ນໆມີເນື້ອທີ່ດິນທັງ ໝົດ ຈໍານວນ 78,13 ເຮັກຕາ.
ເຂດທີ 02: ເນື້ອທີ່ດິນສໍາປະທານ ພື້ນທີ່ພັດທະນາ ໃນການລົງ ທຶນກໍ່ສ້າງກິດຈະການ ໂຮງແຮມ, ຣີ ສອດ, ຮ້ານອາຫານ, ຫ້ອງປະຊຸມ. ມີເນື້ອທີ່ດິນ ທັງໝົດ ຈຳນວນ 15,87 ເຮັກຕາ ແລະໄລຍະເວລາສໍາປະທານໂຄງການ: 35 ປີ
ມູນຄ່າການລົງທຶນ: ທຶນທັງໝົດ ແລະ ທຶນຈົດທະບຽນ: 3.500.000 ໂດລາສະຫະລັດ, ແຫຼ່ງເງິນການລົງທຶນ: ທຶນພາຍໃນ 100%.
ຂ່າວ-ພາບ: ຈັນທະວີສັກ




