ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະເໜີໃຫ້ໃຫ້ເອົາໃຈໃສ່ 3 ມາດຕະການ ເພື່ອແກ້ໄຂບັນຫາລາຍຈ່າຍກອງທຶນທາງ

Dec 8, 2024

ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອບໍ່ດົນມານີ້, ທ່ານ ຄໍາພັນ ພົມມະທັດ, ປະທານອົງການກວດກາແຫ່ງລັດ ໄດ້ຍົກໃຫ້ເຫັນຜົນການກວດກາຕາມມະຕິສະພາ ສະບັບເລກທີ 113/ສພຊ, ລົງວັນທີ 21 ພະຈິກ 2023, ໂດຍສະເພາະຜົນການກວດກາການຄຸ້ມຄອງນຳໃຊ້ເງິນກອງທຶນທາງ ເລີ່ມແຕ່ປີ 2020-2023, ໃນນີ້ ສະເພາະຜົນການກວດກາລາຍຈ່າຍເງິນກອງທຶນທາງ. ທ່ານໄດ້ຍົກໃຫ້ເຫັນວ່າ: ລາຍຈ່າຍກອງທຶນທາງປະກອບດ້ວຍ 5 ແຫຼ່ງ, ລວມລາຍຈ່າຍທັງໝົດແຕ່ປີ 2020-2023 ຈໍານວນ 2,590.17 ຕື້ກີບ ຄື: ຈ່າຍເຂົ້າໃນວຽກງານບູລະນະຮັກສາ ແລະ ສ້ອມແປງທາງຫຼວງ, ຈ່າຍວຽກກໍ່ສ້າງ; ຈ່າຍວຽກງານຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ); ຈ່າຍວຽກງານຄວາມປອດໄພຕາມທາງຫຼວງ; ຈ່າຍວຽກບໍລິຫານ ແລະ ຄຸ້ມຄອງກອງທຶນທາງ.
ຜ່ານການກວດກາການນຳໃຊ້ເງິນກອງທຶນທາງ ເຫັນວ່າ: ມີຈຳນວນ 16 ໂຄງການ ມູນຄ່າຕາມສັນຍາ 599.89 ຕື້ກີບ (ຕາມການຕົກລົງຂອງລັດຖະມົນຕີ)ໄປຊຳລະໂຄງການກໍ່ສ້າງ ແລະ 03 ໂຄງການ ມູນຄ່າຕາມສັນຍາ 215.76 ຕື້ກີບ ໄປສົມທົບວຽກແກ້ໄຂສິ່ງກີດຂວາງ, ເຊິ່ງບໍ່ສອດຄ່ອງກັບດໍາລັດວ່າດ້ວຍກອງທຶນທາງ ສະບັບເລກທີ 130/ລບ, ລົງວັນທີ 01/06/2016.
ກວດກາການນໍາໃຊ້ເງິນກອງທຶນທາງເຂົ້າໃນການກໍ່ສ້າງ, ສ້ອມແປງທາງຫຼວງແຫ່ງຊາດໃນໂຄງການຈຳນວນໜຶ່ງ ເຫັນວ່າ: ການກໍ່ສ້າງບໍ່ສຳເລັດຕາມສັນຍາ ແຕ່ຄະນະຮັບຜິດຊອບ (ເຈົ້າຂອງໂຄງການ) ໄດ້ສະຫຼຸບຢັ້ງຢືນກວດວຽກສຳເລັດ 100%, ນອກຈາກນີ້ ຍັງບໍ່ປະຕິບັດຕາມເງື່ອນໄຂທີ່ໄດ້ກໍານົດໃນກົດໝາຍວ່າດ້ວຍການລົງທຶນ, ສະບັບເລກທີ 72/ສພຊ, ລົງວັນທີ 15 ທັນວາ 2015 ແລະ ກົດໝາຍວ່າດ້ວຍທະບຽນສານ ສະບັບເລກທີ 11/ສພຊ, ລົງວັນທີ 26 ພະ ຈິກ 2009 ເຊັ່ນ: ບໍ່ວາງເງີນຄ້ຳປະກັນ, ບໍ່ຈົດທະບຽນສານ ແລະ ອື່ນໆ.
ທ່ານ ຄໍາພັນ ພົມມະທັດ ຍົກໃຫ້ເຫັນຕື່ມວ່າ: ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ອົງການກວດກາແຫ່ງລັດ ສະເໜີໃຫ້ໃຫ້ເອົາໃຈໃສ່ 3 ມາດຕະການ ຄື:
1). ສະເໜີ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງດໍາລັດວ່າດ້ວຍກອງທຶນທາງ ສະບັບເລກທີ 130/ລບ, ລົງວັນທີ 01 ມິຖຸ ນາ 2016 ເພື່ອໃຫ້ເນື້ອໃນຄົບຖ້ວນ, ສົມບູນ, ສອດ ຄ່ອງກັບສະພາບການຂະຫຍາຍຕົວເສດຖະກິດໃນປັດຈຸບັນ ເຊັ່ນ: ການຄິດໄລ່ອັດຕາແລກປ່ຽນເກັບເງິນຄ່າຜ່ານຂົວມິດຕະພາບລາວ-ໄທ, ບັນດາແຫຼ່ງລາຍຮັບເງິນກອງທຶນທາງທີ່ບໍ່ໄດ້ນຳໃຊ້ເຂົ້າໃນການບູລະນະຮັກສາທາງຫຼວງ ແລະ ບັນຫາອື່ນໆ.
2). ສະເໜີ ໃຫ້ກວດກາຄືນການປະຕິບັດໜ້າທີ່ຂອງພະນັກງານປະຈໍາຈຸດຊິງຊັ່ງນໍ້າ ໜັກລົດບັນທຸກໃນທົ່ວປະເທດ ເພຶ່ອເພີ່ມທະວີການບັງຄັບໃຊ້ມາດຕະການປັບໄໝລົດບັນທຸກນ້ຳໝັກເກີນ, ພ້ອມທັງ ຕິດຕາມກວດກາໃນການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ເຊິ່ງຜ່ານມາຍັງມີຊ່ອງວ່າງ ແລະ ຫາງສຽງຂອງສັງຄົມ.
3). ສະເໜີ ໃຫ້ພາກສ່ວນກ່ຽວຂ້ອງເລັ່ງທວງເກັບກູ້ໜີ້ຕ້ອງຮັບຈໍານວນ ຈໍານວນ 189.04 ຕື້ກີບ ເຂົ້າເງິນກອງທຶນທາງໃຫ້ສໍາເລັດ.
See Translation
อาจเป็นรูปภาพของ 1 คน และ ข้อความ