ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໂຄງການຜ່າຕັດປູກຖ່າຍໄຂ່ຫຼັງສຳເລັດກໍລະນີທຳອິດ ໃຕ້ການຮ່ວມລະຫວ່່າງໂຮງໝໍມິດຕະພາບ ລາວ ແລະ ໂຮງໝໍລາມາທິບໍດີ ໄທ

Dec 8, 2024

ໂຄງການຜ່າຕັດປູກຖ່າຍໄຂ່ຫຼັງສຳເລັດກໍລະນີທຳອິດ ພາຍໃຕ້ການຮ່ວມມືລະຫວ່າງໂຮງໝໍມິດຕະພາບ ລາວ ແລະ ໂຮງໝໍລາມາທິບໍດີ ຄະນະແພດສາດ ມະຫາວິທະຍາໄລມະຫິດົນ ປະເທດໄທ .ທ່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການຂອງໂຮງໝໍມິດຕະພາບ ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຖະແຫຼງຂ່າວຄວາມສຳເລັດ ຂອງການປູກຖ່າຍໄຂ່ຫຼັງເມື່ອວັນທີ 6 ທັນວ່າ ຜ່ານມາ ທີ່ໂຮງໝໍມິດຕະພາບ ວ່າ: ນີ້ແມ່ນເປັນກໍລະນີສຶກສາທຳອິດທີ່ທາງໂຮງໝໍມິດຕະພາບ ໄດ້ຮ່ວມມືກັບໂຮງໝໍລາມາທິບໍດີໃນການປູກຖ່າຍໄຂ່ຫຼັງ ຄັ້ງວັນທີ 18 ພະຈິກ ປີ 2024 ຢູ່ໂຮງໝໍມິດຕະພາບ ຊຶ່ງສໍາເລັດໄປໄດ້ດ້ວຍດີ. ອີງຕາມການລາຍງານຈາກຄະນະທີມປູກຖ່າຍໄຂ່ຫຼັງຂອງທັງ 2 ຝ່າຍ ເຫັນວ່າການຜ່າຕັດດໍາເນີນໄປໄດ້ດ້ວຍດີ, ຖືກຕ້ອງຕາມມາດຕະການເຕັກນິກທຸກຂັ້ນຕອນ; ເຮັດໃຫ້ ຜູ້ໃຫ້-ຜູ້ຮັບ ໄຂ່ຫຼັງມີສຸຂະພາບດີ ບໍ່ມີອາການສົນ ແລະ ສາມາດອອກໂຮງໝໍໄດ້. ສຳລັບຜູ້ໃຫ້ແມ່ນອອກໂຮງໝໍໃນມື້ທີ 6 ແລະ ຜູ້ຮັບແມ່ນອອກໂຮງໝໍໃນມື້ທີ 14 ສະພາບດີສົມຄວນ. ນີ້ແມ່ນໝາກຜົນອັນສຳຄັນຂອງການຮ່ວມມືຂອງ 2 ໂຮງໝໍ ທີ່ເປັນການຮ່ວມມືເສີມສ້າງຂີດຄວາມສາມາດດ້ານວິຊາການໃຫ້ແກ່ທີມງານປູກຖ່າຍໄຂ່ຫຼັງລະຫວ່າງລາວ-ໄທ.
ທ່ານໃຫ້ຮູ້ຕື່ມວ່າ: ວຽກງານການຮ່ວມມືດ້ານການປູກຖ່າຍໄຂ່ຫຼັງ ກໍຄືດ້ານອື່ນໆຈະໄດ້ຮັບການເສີມສ້າງ ແລະ ພັດທະນາລະຫວ່າງ 2 ໂຮງໝໍ ຊຶ່ງຈະນຳໄປສູ່ຄວາມເປັນສູນທີ່ດີເລີດດ້ານການປູກຖ່າຍໄຂ່ຫຼັງໃຫ້ກັບໂຮງໝໍມິດຕະພາບ ກໍຄືວຽກງານສາທາລະນະສຸກຂອງລາວ. ພ້ອມທັງຂອບໃຈມາຍັງທີມແພດຂອງໂຮງໝໍລາມາທີບໍດີທີ່ໃຫ້ການຮ່ວມມືອັນດີໃນໄລຍະຜ່ານມາ ກໍຄືປັດຈຸບັນ ແລະ ອະນາຄົດ, ຂອບໃຈເປັນຢ່າງສູງຕໍ່ສະມາຄົມໄຂ່ຫຼັງສາກົນ (ISN) ທີ່ໃຫ້ການສະໜັບສະໜູນຕະຫຼອດມາ ລວມທັງງົບປະມານ ແລະ ວິຊາການ ແລະ ທຸກພາກສ່ວນທີ່ໃຫ້ການຮ່ວມມື.
ທ່ານ ນາງ ຈັນມາລີ ແກ້ວມະນີ ຫົວໜ້າພະແນກໄຂ່ຫຼັງ ໂຮງໝໍມິດຕະພາບ ໄດ້ໃຫ້ຮູ້ຕື່ມວ່າ: ພາຍຫຼັງໄດ້ເຊັນສັນຍາຮ່ວມມືກັນລະຫວ່າງ ໂຮງໝໍມິດຕະພາບ ແລະ ໂຮງໝໍລາມາທິບໍດີ (ປະເທດໄທ) ໃນເດືອນກັນຍາ ປີ 2023. ທີມງານວິຊາການດ້ານໄຂ່ຫຼັງຂອງໂຮງໝໍມິດຕະພາບ ແລະ ໂຮງໝໍລາມາທິບໍດີ, ໄດ້ມີການປະສານຮ່ວມມືກັນຢ່າງໃກ້ຊິດ ແລະ ຕໍ່ເນື່ອງ ຊຶ່ງໄດ້ແບ່ງເປັນ 2 ໄລຍະຄື:
ໄລຍະທີ 1: ໄລຍະກາງປີ 2023 ໂດຍໄດ້ມີການຝຶກອົບຮົມສໍາລັບການສ້າງຄວາມສາມາດສະເພາະດ້ານໃຫ້ກັບທີມ KT ຂອງໂຮງໝໍມິດຕະພາບ, ຊິ່ຶ່ງປະກອບມີຫົວຂໍ້ທີ່ສຳຄັນເຊັ່ນ: 1. ການປະເມີນຜູ້ບໍລິຈາກ ແລະ ຜູ້ຮັບ, 2. ຄວາມຮູ້ກ່ຽວກັບພູມຄຸ້ມກັນວິທະຍາ, 3. ວິທີການນຳໃຊ້ຢາກົດພູມໃນຄົນເຈັບປູກຖ່າຍໄຂ່ຫຼັງ, 4. ການດູແລຫຼັງການຜ່າຕັດ,5. ການແກ້ໄຂອາການສົນ, 6. ການຕິດເຊື້ອ, 7. ເຕັກນິກ ແລະ ລະບົບການດູແລຄົນເຈັບທັງກ່ອນແລະ ຫລັງປູກຖ່າຍໄຂ່ຫຼັງ (HD,PD,CRRT,PET..) ແລະ 8. ການຝຶກອົບຮົມດ້ານ Renal Path.
ໄລຍະທີ 2: ເລີ່ມຕົ້ນປີ 2024 ທັງ 2 ຄູ່ຮ່ວມງານໂຮງໝໍມິດຕະພາບ ແລະ ໂຮງໝໍລາມາທິບໍດີ ໄດ້ຮ່ວມກັນດຳເນີນການຄັດກອງຄູ່ປູກຖ່າຍທີ່ຈະເຂົ້າສູ່ການຜ່າຕັດປູກຖ່າຍໄຂ່ຫຼັງໂດຍຜູ້ຮັບແມ່ນ ຄົນເຈັບເພດຊາຍ ອາຍຸ 49 ປີ ໄຂ່ຫຼັງຊຸດໂຊມຊໍາເຮືອໄລຍະສຸດທ້າຍທີ່ໄດ້ຟອກໄຂຫຼັງ 3 ເທື່ອຕໍ່ອາທິດໄດ້ປະມານປີກວ່າ, blood group A ປະຫວັດພະຍາດຜ່ານມາເປັນເບົາຫວານ ແລະ ຄວາມດັນເລືອດສູງ, ຜູ້ບໍລິຈາກ ອາຍຸ 18 ປີ blood group A (ເປັນລູກສາວ) ພ້ອມກັນນັ້ນກໍໄດ້ມີການປະຊຸມຮ່ວມກັນໂດຍຜ່ານທາງ Online ເພື່ອກະກຽມຄວາມພ້ອມຮອບດ້ານເຊັ່ນ: ສະຖານທີ່, ອຸປະກອນ ແລະ ຢາ. ຄຽງຄູ່ກັນນີ້ທັງ 2 ຝ່າຍກໍໄດ້ເອກະພາບກຳນົດວັນເວລາຂອງການຜ່າຕັດປູກຖ່າຍໄຂ່ຫຼັງເປັນວັນທີ 18 ພະຈິກ ປີ 2024. ໃນການດຳເນີນການຜ່າຕັດປູກຖ່າຍໄຂ່ຫຼັງໃນຄັ້ງນີ້ແມ່ນໃຊ້ເວລາທັງໝົດ 4 ຊົ່ວໂມງ ຊຶ່ງຖືວ່າໄດ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ຫຼັງຈາກການຜ່າຕັດສຳເລັດ ຄົນເຈັບແມ່ນໄດ້ນອນຕິດຕາມອາການຢູ່ໂຮງໝໍມິດຕະພາບ 14 ວັນ, ໂດຍລວມແມ່ນສະພາບດີຫຼາຍ ທາດເບື່ອກໍຫຼຸດລົງຫຼາຍ (ເຫຼືອ 1.1); ຄວາມດັນທີ່ເຄີຍສູງກິນຢາກໍບໍ່ໄດ້ກິນ.
ຜົນສຳເລັດຂອງການຮ່ວມມືໃນໂຄງການນີ້ໄດ້ເປັນນິມິດໝາຍອັນສຳຄັນຫຼາຍຕໍ່ຂະແໜງການໄຂ່ຫຼັງຂອງໂຮງໝໍມິດຕະພາບ ກໍຄື ສປປ ລາວ. ນີ້ແມ່ນຄວາມພາກພູມໃຈຂອງວິຊາການຜູ້ທີ່ເຂົ້າຮ່ວມວຽກງານນີ້ຕັ້ງແຕ່ເລີ່ມຕົ້ນ ແລະ ແມ່ນມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ຮ່ວມຮຽນຮູ້ກັບໂຮງໝໍລາມາທິບໍດີ ກ່ຽວກັບວຽກງານການປູກຖ່າຍໄຂ່ຫຼັງ ຊຶ່ງເຫັນໄດ້ວ່າ ທີມງານໄດ້ຮັບຄວາມຮູ້ອັນລໍ້າຄ່າທາງດ້ານວິຊາສະເພາະ ແລະ ຄວາມເປັນຊ່ຽວຊານຂອງຄະນະແພດຈາກໂຮງໝໍລາມາທິບໍດີ.
ນັບຈາກນີ້ເປັນຕົ້ນໄປ ທີມງານແພດໝໍໄດ້ຍົກລະດັບຄວາມຮູ້ ແລະ ຄວາມໝັ້ນໃຈໃນດ້ານການປູກຖ່າຍໄຂ່ຫຼັງ ໃຫ້ແກ່ຄົນເຈັບທີ່ເປັນພະຍາດໄຂ່ຫຼັງຊຸດໂຊມຊຳເຮື້ອ ຢູ່ ສປປ ລາວ. ເຖິງຢ່າງໃດກໍຕາມທີມງານຂອງພວກເຮົາຍັງຈະສືບຕໍ່ປຶກສາຫາລື ແລະ ພັດທະນາຂີດຄວາມສາມາດຂອງທີມງານຮ່ວມກັບ ໂຮງໝໍລາມາທໍບໍດີ.
ທ້າຍສຸດນີ້, ຂ້າພະເຈົ້າຕາງໜ້າທີມງານຂໍສະແດງຄວາມຂອບໃຈມາຍັງ ຄະນະນຳຂອງໂຮງໝໍມິດຕະພາບທີ່ໄດ້ໃຫ້ຄວາມສະດວກໃນທຸກໆດ້ານ ແລະ ຊີ້ນຳ ນຳພາເປັນຢ່າງດີ ເຮັດໃຫ້ວຽກງານການດູແລ-ປິ່ນປົວໄຂ່ຫຼັງໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ.
ຂາວ:ຕຸໄລພັດ