ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ, ສະຫາຍ ຣັງເດີ ເປຢາ ຣາມີເຣດສ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກສັງຄົມນິຍົມເອກະພາບເວເນຊູເອລາ, ຮອງລັດຖະມົນຕີກະຊວງການຕ່າງປະເທດອໍານາດປະຊາຊົນເວເນຊູເອລາ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 08-10 ທັນວາ 2024.
ໃນຕອນບ່າຍ ຂອງວັນທີ 8 ທັນວານີ້, ສະຫາຍ ບຸນເຫຼືອ ພັນດານຸວົງ, ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບ ແລະ ພົບປະເຮັດວຽກ ກັບ ສະຫາຍ ຣັງເດີ ເປຢາຣາມີເຣດສ, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງຄະນະ, ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ເວເນຊູເອລາ ໃຫ້ກ້າວສູ່ລວງເລິກ. ສະຫາຍ ຮັກສາການຫົວໜ້າ ຄຕພ ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ບັນດາຜົນສໍາເລັດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ ແລະ ທິດທາງແຜນພັດທະນາ ສປປ ລາວ ໃນຊຸມປີຕໍ່ໜ້າ ແລະ ໄດ້ຍົກໃຫ້ເຫັນເຖິງພາລະບົດບາດ ຂອງ ຄຕພ ໃນການເຄື່ອນໄຫວວຽກງານຕ່າງປະເທດ ດ້ານພັກ ແລະ ການທູດປະຊາຊົນ. ພ້ອມກັນນັ້ນ, ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດ ຂອງເວເນຊູເອລາ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຮັ່ງມີ ແລະ ເຂັ້ມແຂງ, ພ້ອມທັງຢືນຢັນ ຈະສືບຕໍ່ຮ່ວມມືກັບ ພັກສັງຄົມນິຍົມເອກະພາບເວເນຊູເອລາ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ເວເນຊູເອລາ ໃຫ້ນັບມື້ມີປະສິດທິຜົນຍິ່ງໆຂຶ້ນ.
ສະຫາຍ ຣັງເດີ ເປຢາ ຣາມີເຣດສ ໄດ້ແຈ້ງໃຫ້ຊາບສະພາບການພົ້ນເດັ່ນພາຍໃນປະເທດ ໂດຍສະເພາະ ການພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ການນໍາພາຂອງ ພັກສັງຄົມນິຍົມເອກະພາບເວເນຊູເອລາ; ສະແດງຄວາມຊົມເຊີຍຕໍ່ ບັນດາຜົນສຳເລັດທີ່ປະຊາຊົນລາວຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາ ຂອງພັກປປ ລາວ, ອັນໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະກ້າວ, ບົດບາດ ແລະ ອິດທິພົນ ຂອງ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ; ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ເວເນຊູເອລາ-ລາວ ກໍຄື ສອງຄະນະພົວພັນຕ່າງປະເທດຂອງສອງພັກ ແລະ ອວຍພອນໃຫ້ພັກ, ລັດກໍຄືປະຊາຊົນລາວບັນດາເຜົ່າ ຈົ່ງປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີ ແລະ ເຂັ້ມແຂງ.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ສອງຝ່າຍ ເຫັນດີເປັນເອກະພາບກັນ ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ໂດຍໄດ້ຮ່ວມລົງນາມ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການພົວພັນຮ່ວມມື ລະຫວ່າງ ສອງພັກ ໄລຍະ 5 ປີ(2024-2029), ຊຶ່ງເປັນບາດກ້າວສໍາຄັນ ແລະ ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການເສີມຂະຫຍາຍການຮ່ວມມື ລະຫວ່າງ ສອງພັກ ໃຫ້ກ້າວເຂົ້າສູ່ລະດັບໃໝ່.
ໃນໄລຍະຢ້ຽມຢາມ, ຄະນະຜູ້ແທນຍັງໄດ້ເຄື່ອນໄຫວຢ້ຽມຢາມ ສະຖານທີ່ສໍາຄັນທາງປະຫວັດສາດ, ພື້ນຖານເສດຖະກິດ ແລະ ແຫຼ່ງທ່ອງທ່ຽວທາງວັດທະນະທໍາ ຈໍານວນໜຶ່ງ ຢູ່ນະຄອນຫຼວງວຽງຈັນ.
ຂ່າວ: ຄຕພ, ພາບ: ແສງຈັນ





