ໃນໂອກາດຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອບໍ່ດົນມານີ້, ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ຮູ້ກ່ຽວກັບການຄຸ້ມຄອງນໍ້າໜັກຂອງລົດບັນທຸກ ຫລື ລົດຂົນສົ່ງທີ່ບັນທຸກນໍ້າໜັກເກີນກໍານົດເຮັດໃຫ້ເສັ້ນທາງເປ່ເພວ່າ: ການຈັດຕັ້ງປະຕິບັດວຽກຄຸ້ມຄອງນໍ້າໜັກລົດບັນທຸກໃນໄລຍະຜ່ານມາໃນຂອບເຂດທົ່ວ ປະເທດ ແມ່ນໄດ້ມີສະຖານີກວດການໍ້າໜັກລົດບັນທຸກ ຈໍານວນ 39 ແຫ່ງ, ແຕ່ມາຮອດປີ 2011 ສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ສະບັບເລກທີ 1179/ຄລບ, ລົງວັນ ທີ 17 ມິຖຸນາ 2011 ກ່ຽວການຍົກເລີກບັນດາ ປ້ອມ-ຈຸດກວດກາ ເພື່ອເກັບຄ່າຕ່າງໆ ຈໍານວນ 26 ແຫ່ງ ແລະ ໃຫ້ຮັກສາໄວ້ 13 ແຫ່ງ ຢູ່ບັນດາດ່ານສາກົນ ແລະ ບາງຈຸດຢູ່ຕາມ ທາງສາຍຫຼັກ. ພາຍຫຼັງທີ່ໄດ້ຍົກເລີກສະຖານີຕິດຊັ່ງນໍ້າໜັກຈໍານວນດັ່ງກ່າວ ເຫັນວ່າເສັ້ນທາງ ມີການເປ່ເພເສຍຫາຍຢ່າງໜັກໜ່ວງ.
ເພື່ອແກ້ໄຂບັນຫາດັ່ງກ່າວ, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ປັບປຸງບັນດານິຕິກໍາ ແລະ ກົງຈັກການຈັດ ຕັ້ງສະຖານີຊັ່ງນໍ້າໜັກ ກໍຄື ປັບປຸງນໍາໃຊ້ຄືນໃໝ່ເພື່ອເປັນເຄື່ອງມືໃນການຄຸ້ມຄອງນໍ້າໜັກລົດບັນທຸກ, ພ້ອມນີ້ ກະຊວງໄດ້ອອກຂໍ້ຕົກລົງໃນການຄຸ້ມຄອງນໍ້າໜັກ ແລະ ພາລະບົດບາດຂອງໜ່ວຍງານຊີງຊັ່ງນໍ້າໜັກ,ໄດ້ສໍາເລັດການກໍ່ສ້າງສະຖານີຊີງຊັ່ງນໍ້າໜັກທີ່ເປັນຕົວແບບຢູ່ທາງ R3, ພ້ອມທັງສ້ອມແປງສະຖານີຊັ່ງນໍ້າໜັກຄືນໃໝ່ ແລະ ເປີດນໍາໃຊ້ຈໍານວນໜຶ່ງ, ໃນປີ 2024 ນີ້ ໄດ້ຈັດສັນງົບປະມານສ້ອມແປງສະຖານີຊັ່ງນໍ້າໜັກ 17 ແຫ່ງ ແລະ ຈັດຊື້ຊີງເຄື່ອນທີ່ 20 ໜ່ວຍ ເພື່ອດໍາເນີນການກວດກາສະເພາະກິດແບບເຄື່ອນທີ່. ນອກຈາກນີ້ ໄດ້ມີການໂຄສະນາຜ່ານສື່ເພື່ອປູກຈິດສໍານຶກໃຫ້ສັງຄົມເຂົ້າໃຈກ່ຽວກັບຜົນເສຍຫາຍຂອງເສັ້ນທາງຈາກການບັນທຸກນໍ້າໜັກເກີນ.
ທ່ານ ງາມປະສົງ ເມືອງມະນີ ກ່າວຕື່ມວ່າ: ສໍາລັບສິ່ງທ້າທາຍ ແມ່ນສະຖານີຊັ່ງນໍ້າໜັກລົດບັນທຸກມີຈໍານວນຈໍາກັດ, ສ່ວນສະຖານີທີ່ສາມາດນໍາໃຊ້ໄດ້ໃນປັດຈຸບັນບໍ່ສາມາດຄຸ້ມຄອງການຈໍລະຈອນຂອງລົດບັນທຸກໄດ້ໝົດເພາະລົດບັນທຸກສາມາດໄປໄດ້ຫລາຍທິດທາງ ເຮັດໃຫ້ມີການົລບຫລີກການຊັ່ງນໍ້າໜັກ, ພ້ອມນີ້ ເຄື່ອງມື ແລະ ງົບປະມານທີ່ນໍາໃຊ້ເຂົ້າໃນວຽກງານຂອງສະຖານີຊັ່ງນໍ້າໜັກມີຈໍາກັດ, ການນໍາໃຊ້ຊີງຊັ່ງແບບເຄື່ອນທີ່ຢູ່ສະຖານຊັ່ງນໍ້າໜັກຕາມເສັ້ນທາງຫລັກທີ່ມີປະລິມານລົດບັນທຸກຫລາຍຍັງຊັກຊ້າ ແລະ ບໍ່ສາມາດຕອບສະໜອງຕໍ່ຈໍານວນລົດບັນທຸກທີ່ເຂົ້າມາ ບາງຄັ້ງເຮັດໃຫ້ການຊັ່ງນໍ້າໜັກມີຄວາມຄາດເຄື່ອນ ແລະ ບໍ່ຊັດເຈນ, ພ້ອມນີ້ ຜູ້ປະກອບການຂົນສົ່ງສິນຄ້າ ແລະ ແຮ່ທາດຈໍານວນໜຶ່ງຍັງບໍ່ປະຕິບັດຕາມກົດລະບຽບດ້ວຍການບັນທຸກນໍ້າໜັກເກີນ ແລະ ຫລົບຫລີກການຊັ່ງນໍ້າໜັກ ເຊິ່ງເປັນສາເຫດຕົນຕໍເຮັດໃຫ້ເສັ້ນທາງເປ່ເພເສຍຫາຍ ໂດຍສະເພາະເສັ້ນທາງອອກຈາກເຂດຂຸດຄົ້ນບໍ່ແຮ່ອອກຫາເສັ້ນທາງສາຍຫລັກ.
ສ່ວນທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ຄຸ້ມຄອງນໍ້າໜັກລົດບັນທຸກຕາມແຜນໄລຍະສັ້ນ ແລະ ໄລຍະຍາວຕາມທີ່ໄດ້ສຶກສາ ແລະ ວາງແຜນການເອົາໄວ້, ກໍ່ສ້າງສະຖານີຊັ່ງນໍ້າໜັກຈຸດໃໝ່ເພື່ອຄວບຄຸມການສັນຈອນໄດ້ຫາຍທິດທາງ, ຍົກລະດັບສະຖານີທີ່ມີຢູ່ແລ້ວໃຫ້ສາມາດນໍາໃຊ້ໄດ້ຢ່າງມີປະສິດທິພາບ, ຊື້ຊີງຊັ່ງເຄື່ອນທີ່ເພີ່ມອີກໃຫ້ໂຄງການສ້ອມແປງເສັ້ນທາງ 18 ໂຄງການ ແລະ ອື່ນໆ.


