ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄົບຮອບ 29 ປີ ຫຼວງພຣະບາງ ໄດ້ຖືກຮັບຮອງເປັນເມືອງມໍຣະດົກໂລກ

Dec 9, 2024

ເມືອງຫຼວງພຣະບາງ ສ້າງຕັ້ງຂຶ້ນກ່ອນໜ້ານີ້ ປະມານ 1,200 ປີ, ເປັນເມືອງຫຼວງເກົ່າ ຂອງອານາຈັກລາວລ້ານຊ້າງ ເກືອບ 200 ປີ, ໂດຍໄດ້ປ່ຽນຊື່ເອີ້ນຫຼາຍຄັ້ງຄື: ເມືອງຊວາ, ຊຽງດົງ, ຊຽງທອງ ແລະ ເມືອງຫຼວງພຣະບາງ ໃນປັດຈຸບັນ. ການທີ່ໃສ່ຊື່ເມືອງ ຫຼວງພະບາງ ນັ້ນແມ່ນເຈົ້າຟ້າງຸ່ມ ມະຫາລາດ ໄດ້ນຳເອົາພຣະບາງ ເຊິ່ງເປັນອົງພຣະພຸດທະຮູບທີ່ສັກສິດ, ເປັນມິ່ງບ້ານ- ຂວັນເມືອງ ມາສະຖິດໄວ້ເມືອງຊຽງທອງ ໃນສະໄໝກ່ອນ ແລະ ດ້ວຍຄວາມສັດທາຢ່າງແຮງກ້າ ຂອງປະຊາຊົນຊາວຫຼວງພຣະບາງ ຈຶ່ງໄດ້ປ່ຽນຊື່ ເອີ້ນຂອງເມືອງຕາມຊື່ ຂອງອົງພຣະບາງ ເປັນ ເມືອງ ຫຼວງພຣະບາງ ມາເຖິງທຸກວັນນີ້.
ຍ້ອນເຄີຍເປັນ ເມືອງຫຼວງເກົ່າຂອງອານາຈັກລາວລ້ານຊ້າງ, ຫຼວງພຣະບາງ ຈຶ່ງມີຄວາມໂດດເດັ່ນ ທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ເຊິ່ງສະແດງອອກເຖິງວິຖີການດຳລົງຊີວິດຂອງຊາວເມືອງ ໂດຍສະເພາະແມ່ນການສືບທອດ ຂະນົບທຳນຽມ, ຮີດຄອງປະເພນີ, ສິລະປະວັນນະຄະດີ, ການປຸກສ້າງອາຄານ-ສະຖານທີ່, ພຣະພຸດທະຮູບ, ການແຕ້ມ, ຄວັດ-ແກະສະຫຼັກຕ່າງໆ, ລວມທັງການຮັກສາສິ່ງແວດລ້ອມ ຈຶ່ງເຮັດໃຫ້ຕົວເມືອງຫຼວງພຣະບາງ ໄດ້ຮັບການຮັບຮອງຈາກອົງການອຸຍແນັສໂກ ໃຫ້ເປັນເມືອງມໍລະດົກຂອງໂລກ ນັບແຕ່ວັນທີ 9 ທັນວາ ປີ 1995 ເປັນຕົ້ນມາ, ດ້ວຍ 3 ເງື່ອນໄຂໃນ 10 ມາດຕະຖານ ຂອງການເປັນເມືອງມໍລະດົກຂອງໂລກ ຄື:
– ເງື່ອນໄຂທີ 1 : ສະແດງໃຫ້ເຫັນເຖິງ ຄວາມສໍາຄັນໃນການແລກປ່ຽນຄຸນຄ່າມະນຸດ ມາໄດ້ຫລາຍເຊັ່ນຄົນ, ເປັນສະຖານທີ່ທາງ ດ້ານວັດທະນະທໍາ ຂອງໂລກ ຄຽງຄູ່ກັບການພັດທະນາທາງດ້ານສະຖາປັດຕະຍະກໍາ ຫຼື ເຕັກໂນໂລຊີ, ສິລະປະອະນຸສອນສະຖານ ແລະ ການວາງຜັງເມືອງ.
– ເງື່ອນໄຂທີ 2 : ເປັນຕົວຢ່າງອັນໂດດເດັ່ນ ຂອງຮູບແບບການປຸກສ້າງທາງດ້ານສະຖາປັດຕະຍະກຳ, ເຕັກໂນໂລຊີ ຫຼື ດ້ານຄຸນນະພາບ, ລັກສະນະສະຖານ ທີ່ສະແດງໃຫ້ເຫັນຄວາມໝາຍຄວາມສຳຄັນແຕ່ລະຍຸກຂອງມວນມະນຸດ.
– ເງື່ອນໄຂທີ 3 : ເປັນຕົວຢ່າງອັນໂດດເດັ່ນ ຂອງການດໍາລົງຊີວິດທີ່ມີຮີດຄອງປະເພນີອັນຍອດຍິ່ງ, ເປັນເອກະລັກສະເພາະ ທີ່ສືບທອດກັນມາຂອງມວນມະນຸດ ໃນການນຳໃຊ້ທີ່ດິນ-ນໍ້າ ທີ່ຢັ້ງຢືນເຖິງວັດທະນະທຳໃດໜຶ່ງ ຫຼື ຮູບການວັດທະນະທໍາທີ່ແຕກຕ່າງກັນ.
May be an image of text