ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຄື່ອນຍ້າຍຮູບປັ້ນເຈົ້າອານຸວົງ ໄປປະດິດສະຖານຢູ່ຫໍມູນເຊື້ອ ຄອລ ຊົ່ວຄາວ

Dec 9, 2024

ພິທີເຄື່ອນຍ້າຍຮູບປັ້ນເຈົ້າອານຸວົງ ໄປປະດິດສະຖານຢູ່ຫໍມູນເຊື້ອ ຄະນະກໍາມະການໂອແລມປິກແຫ່ງຊາດລາວ (ຄອລ) ຊົ່ວຄາວ ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2024 ຢູ່ສະໜາມກີລາເຈົ້າອານຸວົງ ນະຄອນຫຼວງວຽງຈັນ (ນວ) ໂດຍມີພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນພິທີ ທ່ານນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກີລາ ກ່າວວ່າ:ໂຄງການປັບປຸງສະໜາມກີລາເຈົ້າອານຸວົງ ໄດ້ລິເລີ່ມຂໍການຊ່ວຍເຫຼືອລ້າຈາກລັດຖະບານປະເທດຍີ່ປຸ່ນ ໃນປີ 2020 ເຊິ່ງໃນການກະກຽມໂຄງການໄດ້ປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນປີ 2021 ເຮັດໃຫ້ການກະກຽມໃຊ້ເວລາແກ່ຍາວພໍສົມຄວນ ຕົກມາຮອດປີ 2023 ຈຶ່ງໄດ້ຮັບການອະນຸມັດການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ຄືວັນທີ 10 ພະຈິກ 2023 ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງປະ ເທດຍີ່ປຸ່ນ ໄດ້ລົງນາມ ແລະ ມອບຮັບສານແລກປ່ຽນການຊ່ວຍເຫຼືອລ້າ ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເຊິ່ງໂຄງການປັບປຸງສະໜາມກີລາເຈົ້າອານຸວົງ (The Project for The Reconstruction of The Chao Anouvong Stadium) ມີມູນຄ່າ 4.171.000.000 ເຢັນ (ປະມານ 609,65 ຕື້ກີບ) ແລະ ໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການ ເລີ່ມແຕ່ເດືອນມັງກອນ 2025 ຈົນເຖິງເດືອນ ຕຸລາ 2026 (22 ເດືອນ).
ໃນວັນທີ 26 ທັນວາ 2023 ກະຊວງແຜນການ ແລະ ການລົງທຶນ ແລະ ອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາ ສປປ ລາວ ກໍໄດ້ລົງນາມສັນຍາທຶນການຊ່ວຍເຫຼືອລ້າໂຄງການດັ່ງກ່າວ ທີ່ ນວ ມາຮອດວັນທີ 5 ພະຈິກ 2024 ຫ້ອງການກະຊວງສຶກສາທິການ ແລະ ກີລາ ກໍໄດ້ລົງນາມສັນຍາກັບບໍລິສັດກໍ່ສ້າງຍີ່ປຸ່ນ HAZAMA ANDO – TOA ROAD JV ທີ່ຊະນະການປະມູນວຽກກໍ່ສ້າງ ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ.
ຈຸດປະສົງຂອງໂຄງການ ແມ່ນຈະສ້າງສະໜາມກີລາແບບມີສ່ວນຮ່ວມ ແຫ່ງທໍາອິດໃນ ສປປ ລາວ ໃຫ້ມີການນໍາໃຊ້ສະໜາມກີລາເກີດປະໂຫຍດສູງສຸດ ແລະ ເໝາະສົມກັບການຈັດກິດຈະກຳທີ່ຫຼາກຫຼາຍ ທັງເປັນສະຖານທີ່ເຝິກແອບ-ເຝິກຊ້ອມ-ແຂ່ງຂັນ ໃຫ້ນັກກີລາຄົນພິການ ແລະ ບໍ່ພິການ ກາຍເປັນບ່ອນເຕົ້າ ໂຮມມວນຊົນ ໃຫ້ມ່ວນຊື່ນກັບກິດຈະກຳກີລາ ສ້າງສະພາບແວດລ້ອມທີ່ດີໃນ ນວ ສ້າງວຽກເຮັດງານທໍາໃນຊຸມຊົນ ໂດຍສະເພາະການສ້າງວຽກເຮັດງານທໍາໃຫ້ຄົນພິການ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄືການພັດທະນາກີລາ-ກາຍຍະກຳ ໃຫ້ຄົນເຮົາມີສຸຂະພາບທາງກາຍ ແລະ ຈິດໃຈທີ່ເຂັ້ມແຂງ ຄຽງຄູ່ກັນນີ້ ສະໜາມກີລາເຈົ້າອານຸວົງແຫ່ງໃໝ່ນີ້ ຈະກາຍເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ ຂອງສອງຊາດລາວ-ຍີ່ປຸ່ນ ຍີ່ປຸ່ນ-ລາວ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025.
ທີ່ມາ: ວຽງຈັນໃໝ່