ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

3 ປີຜ່ານມາ ທາງລົດໄຟຈີນ-ລາວກໍ່ໃຫ້ເກີດການປ່ຽນແປງຫຍັງແດ່ແກ່ການພັດທະນາເສດຖະກິດການຄ້າຂອງພາກພື້ນ

Dec 10, 2024

ວັນທີ 3 ທັນວາປີນີ້ ແມ່ນວັນຄົບຮອບ 3 ປີແຫ່ງການເປີດນຳໃຊ້ທາງລົດໄຟຈີນ-ລາວ. ໃນຮອບ 3 ປີຜ່ານມາ, ທາງລົດໄຟຈີນ-ລາວໄດ້ສ້າງຜົນງານທີ່ພົ້ນເດັ່ນຫຼາຍຢ່າງເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດການຄ້າຂອງພາກພື້ນ. ປະລິມານຂົນສົ່ງຜູ້ໂດຍສານໃນວັນດຽວໄດ້ເພີ່ມຂຶ້ນຈາກ 2 ໝື່ນເທື່ອຄົນເປັນສູງສຸດ 1 ແສນເທື່ອຄົນ, ສິນຄ້າທີ່ຂົນສົ່ງໄດ້ເພີ່ມຈາກ 10 ກວ່າຊະນິດຂຶ້ນເປັນ 3.000 ກວ່າຊະນິດ; ພາຍໃຕ້ການຊຸກຍູ້ຂອງທາງລົດໄຟຈີນ-ລາວ, ໃນ 6 ເດືອນຕົ້ນປີ 2024, ຍອດມູນຄ່າການຄ້າລະຫວ່າງຈີນກັບ 5 ປະເທດຕາມລຳແມ່ນ້ຳຂອງໄດ້ລື່ນກາຍ 200 ຕື້ໂດລາ, ເພີ່ມຂຶ້ນທົບເທົ່າເມື່ອທຽບໃສ່ 10 ປີກ່ອນ ແລະ ສ້າງສະຖິຕິໃນລະດັບໃໝ່.
ຫວ່າງບໍ່ດົນມານີ້, ພາກພາສາລາວຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ວາງແຜນລາຍງານຂ່າວໂດຍຜ່ານສື່ຊ່ອງທາງຕ່າງໆເນື່ອງໃນໂອກາດເປີດນຳໃຊ້ທາງລົດໄຟຈີນ-ລາວຄົບຮອບ 3 ປີ, ໂດຍລົງເກັບກຳຂໍ້ມູນຢູ່ໃນຂະບວນລົດເປັນເວລາ 1 ອາທິດ ແລະ ສຳພາດຄົນຮ້ອຍຄົນ ເຊິ່ງສາມາດສຳຜັດໄດ້ເຖິງບົດບາດຂອງ ທາງລົດ ໄຟຈີນ-ລາວທີ່ມີຕໍ່ການພັດທະນາເສດຖະກິດການຄ້າຂອງພາກພື້ນໃນຮອບ 3 ປີຜ່ານມາ ໂດຍຜ່ານຈາກເລື່ອງລາວທີ່ມີຊີວິດຊີວາຕ່າງໆ.
ນັບແຕ່ເປີດນຳໃຊ້ 3 ປີຜ່ານມາ, ປະລິມານຂົນສົ່ງສິນຄ້າຕາມທາງລົດໄຟຈີນ-ລາວໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ວັນທີ 24 ພະຈິກ 2024, ຢູ່ຕາມ ທາງລົດໄຟຈີນ-ລາວໄດ້ເປີດບໍລິການຂະບວນລົດໄຟຂົນສົ່ງໂດຍໃຊ້ຕູ້ແຊ່ເຢັນສາກົນຢ່າງເປັນທາງການ. ມື້ດຽວກັນ, ຂະບວນລົດໄຟຂົນສົ່ງໂດຍໃຊ້ຕູ້ແຊ່ເຢັນສາກົນ (ນະຄອນຫຼວງວຽງຈັນ-ຄຸນໝິງ-ເມືອງຜິງກູນະຄອນຫຼວງປັກກິ່ງ) ແລະ “ທາງລົດໄຟປັກກິ່ງ-ຢຸນນານ ແມ່ນ້ຳລ້ານຊ້າງແມ່ນ້ຳຂອງ” ໄດ້ໃຊ້ຮູບແບບການຂົນສົ່ງສິນຄ້າແບບ “ບັນຈຸໃນຕູ້ເດີມ ແລະ ແຊ່ເຢັນຕະຫຼອດເສັ້ນທາງ” ບັນທຸກໝາກກ້ວຍລາວເກືອບ 450 ໂຕນ ເດີນ ທາງອອກຈາກນະຄອນຫຼວງວຽງຈັນຂອງລາວ ຂົນສົ່ງໄປຮອດເມືອງຜິງກູນະຄອນຫຼວງປັກກິ່ງ. ວັນທີ 3 ທັນວາ 2024, ຂະບວນລົດໄຟຂົນສົ່ງໂດຍໃຊ້ຕູ້ແຊ່ເຢັນສາກົນອີກຂະບວນໜຶ່ງທີ່ບັນຈຸກ້ວຍສົດລາວປະມານ 500 ໂຕນໄດ້ເດີນທາງໄປຮອດນະ ຄອນຫຼວງປັກກິ່ງຢ່າງວ່ອງໄວປອດໄພ, ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ, ຂະ ບວນລົດໄຟຂົນສົ່ງໂດຍໃຊ້ຕູ້ແຊ່ເຢັນສາກົນແຕ່ ນະຄອນຫຼວງວຽງຈັນ-ຄຸນໝິງ-ເມືອງຜິງກູນະຄອນຫຼວງປັກກິ່ງ ໄດ້ເປີດບໍລິການຢ່າງເປັນທາງການແລ້ວ.
ທ່ານ ເສີນເພີ້ຍ ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນສາຂາຄຸນໝິງໃຫ້ຮູ້ວ່າ ການເປີດນຳໃຊ້ຂະບວນລົດໄຟຂົນສົ່ງໂດຍໃຊ້ຕູ້ແຊ່ເຢັນສາກົນ ເຮັດໃຫ້ການຄ້າຂາຍຜົນຜະລິດດ້ານກະສິກຳຈີນ-ລາວກາຍເປັນຮອບໝູນວຽນທີ່ດີ. ການນຳເຂົ້າໝາກໄມ້ຈາກເຂດຮ້ອນ, ສົ່ງອອກໝາກໄມ້ ແລະ ຜັກຈາກເຂດອຸ່ນ ໄດ້ກາຍເປັນຮອບໝູນວຽນທີ່ເປັນປົກກະຕິແລ້ວ. ສິນຄ້າບາງຢ່າງທີ່ເມື່ອກ່ອນບໍ່ມີການຂົນສົ່ງມາຂາຍ ມາຮອດປັດຈຸບັນຄ່ອຍໆປາກົດເຫັນວ່າ ທາງລົດໄຟຈີນ-ລາວຍັງສາ ມາດໃຫ້ບໍລິການຂົນສົ່ງມາຂາຍໄດ້.
ການເປີດນຳໃຊ້ຂະບວນລົດໄຟຂົນສົ່ງໂດຍໃຊ້ຕູ້ແຊ່ເຢັນສາກົນເປັນຂີດໝາຍອີກຢ່າງໜຶ່ງທີ່ສ່ອງແສງເຖິງຄວາມຈະເລີນຮຸ່ງເຮືອງຂອງການຂົນສົ່ງສິນຄ້າຕາມທາງລົດໄຟຈີນ-ລາວ. ນັບແຕ່ເປີດນຳໃຊ້ທາງລົດໄຟຈີນ-ລາວເປັນເວລາ 3 ປີຜ່ານມາ ໄດ້ກາຍເປັນ “ເສັ້ນທາງສາຍໄໝເຫຼັກກ້າ” ທີ່ເຊື່ອມຕໍ່ການພັດທະນາຂອງພາກພື້ນ, ຊະນິດສິນຄ້າທີ່ຂົນສົ່ງໄດ້ເພີ່ມຂຶ້ນເປັນ 3000 ກວ່າຊະນິດ. ມັນດ້າງ, ໝາກມັງຄຸດ, ໝາກທຸລຽນ, ໝາກມ່ວງ ແລະ ໝາກໄມ້ອື່ນໆທີ່ມາຈາກປະເທດລາວ ແລະ ປະເທດອື່ນຂອງອາຊີຕາເວັນອອກສຽງໃຕ້ໄດ້ຂຶ້ນສູ່ໂຕະອາຫານຂອງປະຊາຊົນຈີນ, ຜະລິດຕະ ພັນຂອງຈີນກໍໄດ້ຂົນສົ່ງໄປຮອດລາວ ກໍຄື ຕະຫຼາດອາຊີຕາເວັນອອກສຽງໃຕ້ເຊັ່ນກັນ.
ນອກນີ້ຍັງໄດ້ຕັ້ງໜ້າຄົ້ນຄວ້າການໃຊ້ແຜນການຂົນສົ່ງສາກົນໃໝ່ ເຊັ່ນ: ໃຊ້ “ທາງລົດໄຟຈີນ-ລາວ ເຊື່ອມຕໍ່ກັບຂະບວນລົດໄຟຈີນ-ເອີຣົບ” ແລະອື່ນໆ ຈະເຮັດໃຫ້ການຂົນສົ່ງສິນຄ້າຈາກລາວ, ໄທ ແລະປະເທດອື່ນໆສາມາດໄປເຖິງເອີຣົບໄດ້ໂດຍໃຊ້ເວລາພຽງ 15 ວັນ. ການຂົນສົ່ງສິນຄ້າຂ້າມຊາດໄດ້ປົກຄຸມ 31 ແຂວງ (ເຂດປົກຄອງຕົນເອງ, ກຳແພງນະຄອນ) ພາຍໃນປະເທດຈີນກັບ 19 ປະເທດ ແລະເຂດແຄວ້ນ ເຊັ່ນ: ລາວ, ໄທ, ຫວຽດນາມ, ສິງກະໂປ ແລະອື່ນໆ.
ທ່ານ ລິນຄຳ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ລາວ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງວ່າ: ນັບແຕ່ເປີດນຳໃຊ້ທາງລົດໄຟຈີນ-ລາວເປັນເວລາ 3 ປີມານີ້, ປະເທດລາວໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ. ຜະລິດຕະພັນກະສິກຳຂອງລາວສາມາດສົ່ງໄປຂາຍຢູ່ປະເທດຕ່າງໆຕາມລຳແມ່ນ້ຳຂອງຢ່າງສະດວກວ່ອງໄວ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງທາງລົດໄຟສາຍນີ້ຢ່າງເຕັມສ່ວນ.
ການເປີດນຳໃຊ້ຂະບວນລົດໄຟໂດຍສານສາກົນ ໄດ້ນຳເອົາຜົນປະໂຫຍດຢ່າງຫຼວງຫຼາຍມາໃຫ້ແກ່ປະເທດລາວເຊັ່ນກັນ. ຈຳນວນນັກທ່ອງທ່ຽວທີ່ໄປທ່ຽວລາວໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ນັກທ່ອງທ່ຽວຈີນທີ່ໄປທ່ຽວຫຼວງພະບາງໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ອີງຕາມສະຖິຕິໃຫ້ຮູ້ວ່າ ນັບແຕ່ຕົ້ນປີ ມາຮອດວັນທີ 9 ພະຈິກ 2024, ຢູ່ ສະຖານີຫຼວງພະບາງໄດ້ຮັບສົ່ງຜູ້ໂດຍສານຫຼາຍກວ່າ 1 ລ້ານເທື່ອຄົນ, ເພີ່ມຂຶ້ນ 51% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ປະລິມານຂົນສົ່ງຜູ້ໂດຍສານໃນວັນດຽວຫຼາຍສຸດມີເຖິງເກືອບ 6000 ເທື່ອຄົນ.
ຜູ້ໂດຍສານຄົນລາວຄົນໜຶ່ງໃຫ້ສຳພາດວ່າ: ທາງລົດໄຟສາຍນີ້ໄດ້ຊຸກຍູ້ການພັດ ທະນາການທ່ອງທ່ຽວລາວຢ່າງຫຼວງຫຼາຍ, ໂດຍສະເພາະແມ່ນປັດຈຸບັນຢູ່ວັງວຽງ ແລະ ຫຼວງພະບາງມີນັກທ່ອງທ່ຽວຈຳນວນຫຼວງຫຼາຍ, ຍ້ອນວ່າທາງລົດໄຟສາຍນີ້ເຮັດໃຫ້ການເດີນທາງມີຄວາມສະດວກວ່ອງໄວກວ່າເກົ່າ. ນອກນີ້ຍັງໄດ້ສ້າງໂອກາດຢ່າງຫຼວງຫຼາຍ ເຊັ່ນວ່າ ສ້າງໂອກາດທາງການປະກອບອາຊີບ ແລະ ໂອກາດທາງການຄ້າເປັນຕົ້ນ.
ຄືດັ່ງຜູ້ໂດຍສານລາວຄົນນີ້ເວົ້າມານັ້ນ ທາງລົດໄຟສາຍນີ້ມີບົດບາດສຳຄັນເປັນຢ່າງຍິ່ງ, ທ່ານບຸນລຽງ ຮອງເລຂາຄະນະພັກນະຄອນຫຼວງພະບາງໄດ້ສະແດງຄວາມຊົມເຊີຍຕໍ່ທາງລົດໄຟຈີນ-ລາວທີ່ໄດ້ສ້າງການປ່ຽນແປງຕໍ່ການຜະລິດກະສິກຳຂອງປະເທດລາວ ແລະ ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ. ທ່ານກ່າວວ່າ: ທາງລົດ ໄຟຈີນ-ລາວໄດ້ສ້າງໂອກາດຫຼາຍກວ່າເກົ່າ, ຊີວິດການເປັນຢູ່ຂອງປະຊາຊົນລາວນັບມື້ດີຂຶ້ນ ເພາະວ່າປັດຈຸບັນມີເສັ້ນທາງເຂົ້າເຖິງຖານຜະລິດຕ່າງໆ ເຊັ່ນວ່າ ເຂດປູກໝາກໂມທີ່ມີເນື້ອທີ່ກວ້າງຂວາງ ກໍໄດ້ສ້າງທາງເຂົ້າຫາ, ລົດບັນທຸກສາມາດເຂົ້າໄປເຖິງສະຖານທີ່ປູກ ແລະ ຂົນສົ່ງມາທີ່ສະຖານີລົດໄຟ.
ປັດຈຸບັນ, ທາງລົດໄຟຈີນ-ລາວໄດ້ກາຍເປັນເສັ້ນທາງຄຳດ້ານການຂົນສົ່ງທີ່ເຊື່ອມຈອດຈີນກັບອາຊີຕາເວັນອອກສຽງໃຕ້. ເນື່ອງໃນໂອກາດທີ່ທາງລົດໄຟຈີນ-ລາວເປີດບໍລິການຄົບຮອບ 3 ປີ ແລະ ເປັນຈຸດເລີ່ມຕົ້ນໃໝ່, ທາງລົດໄຟຈີນ-ລາວຍັງຈະສືບຕໍ່ເສີມຂະຫຍາຍບົດບາດທີ່ຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດສັງຄົມຂອງພາກພື້ນຕໍ່ໄປຕື່ມອີກເລື້ອຍໆໃນອະນາຄົດ.
ທີ່ມາ: CMG