ພິທີມອບ-ຮັບ ຊົ່ວຄາວ ໂຄງການກໍ່ສ້າງສູນບໍາບັດ – ດັດສ້າງຜູ້ຕິດຢາເສບຕິດ ຂອງແຂວງອຸດົມໄຊ ໄດ້ຈັດຂຶ້ນໃນອາທິດຜ່ານ ມາ, ທີ່ບ້ານດອນແກ້ວ ເມືອງຮຸນ ແຂວງອຸດົມໄຊ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພົນຈັດຕະວາ ສີວອນ ໄຊຍະວົງ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ.
ພັທ ບຸນຕານ ໄຊຍະລັດ ຫົວໜ້າຫ້ອງພະລາທິການ ປກສ ແຂວງ ໄດ້ລາຍງານວ່າ: ໂຄງການກໍ່ສ້າງ ສູນບໍາບັດຜູ້ຕິດຢາເສບ ຕິດ ຂອງແຂວງ ຕັ້ງຢູ່ບ້ານດອນແກ້ວ ເມືອງຮຸນ ແຂວງອຸດົມໄຊ ຫ່າງຈາກເທດສະບານເມືອງ ປະມານ 3 ກິໂລແມັດ, ມີເນື້ອທີ່ທັງໝົດ 10 ກ່ວາເຮັກຕາ ໂດຍໄດ້ຮັບທຶນຊ່ວຍເຫຼືອ ຈາກແຂວງດຽນບຽນ ສສ ຫວຽດນາມ ມູນຄ່າ 16 ຕື້ດົງ, ໂດຍແມ່ນບໍລິສັດ ເຮືອງວິງກໍ່ສ້າງສ້ອມແປງ-ເຄຫາສະຖານເປັນຜູ້ຮັບເໝົາ ກໍ່ສ້າງ, ຊຶ່ງໄດ້ເລີ່ມລົງມື້ກໍ່ສ້າງໃນວັນທີ 17 ກໍລະກົດ 2023 ໂດຍໃຊ້ເວລາໃນການກໍ່ສ້າງ 11 ເດືອນ, ເປັນອາຄານຊັ້ນດຽວແບບຖາວອນ ແລະ ປະກອບມີອາຄານກັກຂັງບໍາບັດ, ອາຄານພົບຍາດ, ອານຄານຫ້ອງການຄຸ້ມຄອງ, ອາຄານນອນ 2 ອາຄານ, ເຮືອນ ຄົວ, ສາງອາຫານ, ຮົ້ວໜາມໝາກຈັບ, ກໍາແພງ, ມີລະບົບນໍ້າປະປາ – ໄຟຟ້າຄົບຊຸດ.
ສູນແຫ່ງນີ້ສາມາດຮອງຮັບ ແລະ ບັນຈຸຜູ້ຕິດຢາເສບຕິດໄດ້ 200 ກວ່າຄົນ. ພ້ອມດຽວກັນນັ້ນຍັງຈະໄດ້ສືບຕໍ່ສໍາຫຼວດອອກ ແບບຕຶກອາຄານໃຫ້ຖືກຕ້ອງກັບເຕັກນິກການກໍ່ສ້າງ, ປັບປຸງລະ ບົບໄຟຟ້າ – ນໍ້າປະປານອກອາຄານ, ເຄື່ອງເຟີນີເຈີ, ອຸປະກອນທີ່ຈໍາເປັນເພື່ອປະກອບແລະ ນໍາໃຊ້ພາຍໃນສູນບໍາບັດຕາມເງື່ອນໄຂຕົວຈິງ. ຈາກນັ້ນ, ກໍ່ໄດ້ຮ່ວມກັນລົງລາຍເຊັນບົດບັນທຶກກວດກາ ແລະ ບົດບັນທຶກມອບ-ຮັບຊົ່ວຄາວ ໄລຍະທີ 1 ຢ່າງເປັນທາງການ.
ພາບ-ຂ່າວ: ປກສ ແຂວງອຸດົມໄຊ





