ວັນທີ 8 ທັນວານີ້, ກອງປະຊຸມເວທີເປິກສາຫາລືການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທຳທີ່ມຸ່ງໜ້າສູ່ອາຊຽນ 2024 ໄດ້ຈັດຂຶ້ນຢູ່ນະຄອນນານໜິງເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຂອງຈີນ.
ທ່ານ ຈ່າງຈ້ຽນຜິງ ຮອງຫົວໜ້າກົມການແລກປ່ຽນ ແລະ ຮ່ວມມືສາກົນຂອງກະຊວງວັດທະນະທຳ ແລະ ທ່ອງທ່ຽວຈີນໄດ້ເຂົ້າຮ່ວມກອງປະຊຸມ ໂດຍກ່າວວ່າ: ການຮ່ວມມືດ້ານວັດທະນະທຳ ແລະ ທ່ອງທ່ຽວລະຫວ່າງຈີນ-ອາຊຽນມີອະນາຄົດທີ່ກວ້າງຂວາງ ແລະ ມີກຳລັງບົ່ມຊ້ອນອັນໃຫຍ່ຫຼວງ, ຈີນຍິນດີທຳຄວາມພະຍາຍາມຮ່ວມກັບປະເທດສະມາຊິກອາຊຽນຕ່າງໆ, ຮ່ວມກັນຊຸກຍູ້ໃຫ້ການຮ່ວມມືດ້ານວັດທະນະທຳ ແລະ ທ່ອງທ່ຽວພັດທະນາເຂົ້າສູ່ລວງເລິກ.
ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວໄດ້ກ່າວຄຳປາໄສໃນກອງປະຊຸມດັ່ງກ່າວວ່າ: ໃນຖານະເປັນປະເທດປະທານໝູນວຽນອາຊຽນປີ 2024, ສປປ ລາວ ໄດ້ຮັບໝາກຜົນຫຼາຍຢ່າງໃນດ້ານການພັດທະນາວຽກງານວັດທະນະທຳ ແລະ ສິລະປະ. ລະຫວ່າງເດືອນມັງກອນຫາເດືອນຕຸລາ 2024, ມີນັກທ່ອງທ່ຽວຈີນໄປທ່ຽວລາວຫຼາຍກວ່າ 600.000 ຄົນ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການແລກປ່ຽນວັດທະນະທຳອາຊຽນ-ຈີນ.
ທີ່ມາ: CMG



