ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດ ເມືອງໄຊເສດຖາ ເປັນເມືອງປະຕິບັດຂະບວນການ ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ

Dec 10, 2024

ແຂວງອັດຕະປື ປະກາດຮັບຮອງເມືອງໄຊເສດຖາ ເປັນເມືອງປະຕິບັດຂະບວນການ ສ້າງຄອບຄົວ ແລະ ບ້ານສາມັກຄີປອງ ດອງ ໃນທ້າຍອາທິດຜ່ານມາ ໂດຍມີທ່ານ ບຸນໂຮມ ພົມມະສານ ປະທານແນວລາວສ້າງຊາດແຂວງ, ທ່ານ ສີໄລ ສີສະແຫວງ ເຈົ້າເມືອງໆໄຊເສດຖາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສຸລິກາ ຈັນທະຄຳເມີ ປະທານແນວລາວສ້າງຊາດເມືອງ ໄດ້ໃຫ້ຮູ້ວ່າ: ໃນໄລຍະແຕ່ປີ 2017-2024 ແນວລາວສ້າງຊາດ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ສົມທົບກັບອົງການປົກຄອງເມືອງ, ຄະນະກຳມະການແນວລາວສ້າງຊາດເມືອງ ໃນການແຂ່ງຂັນຈັດຕັ້ງປະຕິບັດ ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໂດຍເລີ່ມແຕ່ຫົວໜ່ວຍຄອບຄົວ ແລະ ຮາກຖານບ້ານ.
ຜ່ານການຈັດຕັ້ງປະຕິບັດ ເຫັນວ່າໄດ້ຮັບການປະຕິບັດສອດ ຄ່ອງຕາມບາດກ້າວ, ຂັ້ນຕອນ ແລະ ວິທີການ ເປັນຕົ້ນ ໄດ້ຈັດຕັ້ງເຊື່ອມຊຶມບັນດາເອກະສານ ແກ່ອົງການປົກຄອງບ້ານ, ຄະນະກຳມະການແນວລາວສ້າງຊາດບ້ານ, ຈັດຕັ້ງປະຕິບັດການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ການກວດກາປະເມີນຜົນ ແລະ ອອກໃບຢັ້ງຍືນການປະຕິບັດຂະບວນການ, ສະຫລຸບຕີລາຄາ, ການຍ້ອງຍໍ-ຈັດພິທີປະກາດຮັບຮອງຄອບຄົວ ແລະ ບ້ານສາມັກຄີປອງດອງ, ຊຶ່ງທົ່ວເມືອງມີ 22 ບ້ານ, ມີ 4 ເຂດບ້ານ, ມີ 9.728 ຄອບຄົວ, ມີ 7 ເຜົ່າຄື: ເຜົ່າລາວກວມເອົາ 59%, ເຜົ່າໂອຍ 6%, ເຜົ່າເບຣົາ 16%, ເຜົ່າເຈັງ 15%, ເຜົ່າສະດາງ 1%, ເຜົ່າອາລັກ 2% ແລະ ເຜົ່າແຢະ 1% ໃນນັ້ນ, ຄອບຄົວທີ່ໄດ້ຮັບຮອງ ເປັນຄອບຄົວສາມັກຄີປອງດອງມີ 8.650 ຄອບຄົວ ເທົ່າກັບ 89%, ບ້ານທີ່ໄດ້ຮັບຮອງເປັນບ້ານສາມັກຄີມີ 21 ບ້ານ ເທົ່າກັບ 95,45%.
ນອກຈາກນີ້, ອົງການແນວລາວສ້າງຊາດ ຍັງໄດ້ຊຸກຍູ້ກອງທຶນບ້ານໄຊສີ ຮ່ວມກັບທະນາຄານພົງສະຫວັນ ອະນຸມັດ 3 ຕື້ກີບ, ໃນນັ້ນ ປ່ອຍກູ້ໃຫ້ປະຊາຊົນ 72 ຄອບຄົວ, ໄດ້ຮັບທຶນຊ່ວຍ ເຫລືອຈາກ ສສ ຫວຽດນາມ 60 ລ້ານກີບ ເພື່ອສ້າງເຮືອນສາມັກຄີຫວຽດນາມ-ລາວ ໃຫ້ຄອບຄົວທຸກຍາກສຳເລັດ 1 ຫລັງ.
ຂ່າວ: ອຳໄພພອນ ເຄືອສົມບັດ