ອີງຕາມຂໍ້ມູນທີ່ ທ່ານ ວິໄລວັນ ບຸດດາຄຳ ກຳມະການສຳຮອງສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວ ໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຍົກໃຫ້ເຫັນໃນພິທີສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບ ຮອບ 21 ປີ (9/12/2003-9/12/2024) ເຊິ່ງຈັດຂຶ້ນໃນວັນທີ 09 ທັນວາ 2024, ທີ່ສະໂມສອນຄະນະກວດກາສູນກາງພັກ ໃຫ້ຮູ້ວ່າ: ໃນປີ 2024 ສປປ ລາວ ໄດ້ດຳເນີນຄະດີການສໍ້ລາດບັງຫຼວງສຳເລັດ 4 ເລື່ອງ, ມີຜົນເສຍຫາຍທັງໝົດ 115.08 ຕື້ກີບ, 3.2 ລ້ານບາດ, 25.68 ລ້ານໂດລາສະຫະລັດ, 7.8 ລ້ານຢວນ; ຍັງຄ້າງເກັບກູ້ ຈໍານວນ 51,46 ຕື້ກີບ, 3 ລ້ານບາດ, 2,6 ລ້ານຢວນ, 25,67 ລ້ານໂດລາ (ຜົນເສຍ ຫາຍທີ່ຍັງຄ້າງດັ່ງກ່າວນັ້ນ ແມ່ນຈະໄດ້ເກັບກູ້ຄືນທັງໝົດ ພາຍຫຼັງຄຳຕັດ ສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ) ມີເປົ້າໝາຍພົວພັນ 208 ຄົນ, ດໍາເນີນຄະດີ 40 ຄົນ, ກັກຕົວ 39 ຄົນ ໃນນີ້ ຕ່າງປະເທດ 2 ຄົນ, ແກ້ໄຂບໍລິຫານ 158 ຄົນ, ຍັງອີກ 10 ຄົນມອບໃຫ້ຂັ້ນແຂວງສືບຕໍ່ແກ້ໄຂຕາມພາລະບົດບາດ.



