ໃນຕອນບ່າຍວັນທີ 09 ທັນວາ 2024 , ທ່ານ ບຸນເຮັ່ງ ພິມ ມະນີວົງ ປະທານ ສານປະຊາຊົນພາກໃຕ້ ໄດ້ເຄື່ອນໄຫວເຮັດວຽກຢູ່ສານປະຊາຊົນທ້ອງຖິ່ນ ແຂວງຈຳປາສັກ ເພື່ອຊຸກຍູ້ ວຽກງານສາຍຕັ້ງຂອງສານປະຊາຊົນ ໃຫ້ມີປະສິດທິພາບສູງຂຶ້ນ, ເຂົ້າຮ່ວມມີ ທ່ານ ນາງ ບົວລຽນ ມະນີວົງ ປະທານສານປະຊາຊົນແຂວງ ພ້ອມຄະນະ, ມີປະທານ ແລະ ຄະນະສານເຂດທັງ 3 ເຂດ, ພະນັກງານພາຍໃນສານປະຊາຊົນແຂວງຈຳປາສັກ ເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ບົວລຽນ ມະນີວົງ ປະທານສານປະຊາຊົນ ແຂວງຈຳປາສັກ ໄດ້ລາຍງານໂດຍສັງເຂບກ່ຽວກັບການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສານປະຊາຊົນແຂວງ ແລະ ເຂດ ໃນໄລຍະຜ່ານມາ ຊຶ່ງທົ່ວແຂວງຈຳປາສັກມີຄະດີທັງໝົດ ( ລວມທັງສານແຂວງ + ສານເຂດທັງ 03 ເຂດ ຈໍານວນ 1,247 ເລື່ອງ ( ຂັ້ນຕົ້ນ 1,192 ເລຶ່ອງ, ຂັ້ນອຸທອນ 55 ເລື່ອງ )
– ແກ້ໄຂ ຈໍານວນ 1,040 ເລື່ອງ ປະຕິບັດໄດ້ 83,40% ຂອງຄະດີທັງໝົດ ໃນນັ້ນ
ຂັ້ນຕົ້ນ 998 ເລຶ່ອງ, ຂັ້ນອຸທອນ 42 ເລື່ອງ )
– ຍັງຄ້າງ ຈໍານວນ 207 ເລື່ອງ ( ຂັ້ນຕົ້ນ 194 ເລຶ່ອງ, ຂັ້ນອຸທອນ 13 ເລື່ອງ)
– ທັນກໍຳນົດ 965 ເລື່ອງ ເທົ່າກັບ 92,79 %
– ບໍ່ທັນກໍານົດ 75 ເລື່ອງ ເທົ່າກັບ 7,21 %
– ຄະດີແກ້ໄຂແລ້ວຄູ່ຄວາມນໍາໄປຈັດຕັ້ງປະຕິບັດ 1.193 ເລື່ອງ ເທົ່າກັບ 91,70 %,
ຈາກນີ້ຍັງຍົກໃຫ້ເຫັນບາງດ້ານທີ່ຄົງຄ້າງ, ສາເຫດ ແລະ ວິທີການແກ້ໄຂໃນຕໍ່ໜ້າ,
ພາຍຫຼັງຮັບຟັງລາຍງານແລ້ວ ທ່ານ ບຸນເຮັ່ງ ພິມມະນີວົງ ປະທານສານປະຊາຊົນພາກໃຕ້ ໄດ້ມີຄໍາເຫັນໂອ້ລົມ ໂດຍຕີລາສູງຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານຂອງສານແຂວງ ແລະ ສານເຂດ. ພ້ອມມີຄໍາເຫັນເນັ້ນໜັກໃຫ້ທັງສານປະຊາຊົນແຂວງ ແລະ ສານເຂດ ສືບຕໍ່ຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຂອງຕົນໃຫ້ມີຜົນສໍາເລັດ ເປັນຕົ້ນ:
ຕ້ອງເພີ່ມທະວີ ການນໍາພາ-ຊີ້ນໍາ ສຶກສາອົບຮົມວຽກງານການເມືອງ-ແນວຄິດ, ມີຈັນຍາບັນ, ຈັນຍາທຳ, ມີຄວາມທ່ຽງທຳ, ມີຄວາມໂປ່ງໃສ ແລະ ມີຄວາມຮັບຜິດຊອບສູງ ຕໍ່ການປະຕິບັດໜ້າທີ່ຂອງຕົນ, ຍຶດໝັ້ນຈັນຍາບັນ ແລະ ຈັນຍາທຳ ຂອງຜູ້ພິພາກສາຕາມທີ່ກຳນົດໄວ້ໃນມາດຕາ 24 ແລະ 25 ຂອງກົດໝາຍວ່າດ້ວຍຜູ້ພິພາກສາ ເພື່ອປົກປ້ອງຜົນປະໂຫຍດອັນຊອບທຳຂອງ ປະຊາຊົນ, ເດັດດ່ຽວຕ້ານ ແລະ ສະກັດກັ້ນພະຍາດອາຍາສິດ, ບໍ່ຮັບສິນບົນ, ບໍ່ໃຫ້ມີຄວາມລຳອຽງໃນອະຄະຕິ 4 ຢ່າງ, ຍຶດໝັ້ນກົດໝາຍໃນວຽກວິຊາສະເພາະ ທີ່ຕົນຮັບຜິດຊອບຢ່າງເຂັ້ມງວດ, ເອົາໃຈໃສ່ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ພົວພັນປະສານງານ ຂໍທິດຊີ້ນໍາຈາກຄະນະພັກ-ຄະນະນໍາ (ທັງສາຍຕັ້ງ ແລະ ສາຍຂວາງ) ໃຫ້ເປັນປົກກະຕິ ເພື່ອເຮັດແນວໃດ ໃຫ້ມີຄວາມສາມາດແກ້ໄຂໄດ້ຄະດີທີ່ມີຄວາມຫຍຸ້ງຍາກສັບສົນ, ທັງແກ່ຍາວນັ້ນ ໃຫ້ມີຄວາມວ່ອງໄວຂຶ້ນ.
ເພີ່ມທະວີການປັບປຸງກົນໄກ ແບບແຜນວິທີນຳພາ ແລະ ວິທີເຮັດວຽກຂອງຄະນະພັກ ແລະ ຄະນະນໍາສານປະຊາຊົນແຂວງ ແລະ ເຂດ ໃຫ້ມີຄວາມກະທັດຮັດທາງດ້ານການຈັດຕັ້ງ, ໜັກແໜ້ນທາງດ້ານການເມືອງ, ມີຄວາມໂປ່ງໃສ ແລະ ເຂັ້ມແຂງທາງດ້ານ ວິຊາການ.
ເອົາໃຈໃສ່ໃນການຍົກລະດັບວິຊາການທາງດ້ານກົດໝາຍເປັນຕົ້ນ ແມ່ນປະມວນກົດໝາຍແພ່ງ, ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ແລະ ກົດໝາຍອື່ນໆ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງຈະແຈ້ງ ແລະ ຈັດຕັ້ງປະຕິບັດໃຫ້ເປັນເອກະພາບກັນ, ຮັບປະກັນເຮັດ ໃຫ້ການຕັດສິນຄະດີ ແລະ ການພິພາກສາຄະດີ ມີຄວາມຖືກຕ້ອງເປັນທໍາ ເພື່ອໃຫ້ສັງຄົມ ແລະ ຄູ່ຄວາມມີຄວາມເຊື່ອໝັ້ນ, ສັດທາເຫຼື້ອມໃສຕໍ່ລະບົບຍຸຕິທຳຂອງລັດ ເວົ້າສະເພາະ ລະບົບສານປະຊາຊົນຂອງພວກເຮົາ.
ຂ່າວ,ພາບ: ເກດສະໜາ ແກ້ວສຸວັນນະແສງ





