ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມພັດທະນານໍ້າຕົກຕາດຜາສ້ວມໃຫ້ກາຍເປັນສູນກາງທ່ອງທ່ຽວ

Dec 10, 2024

ພິທີເຊັນສັນຍາສໍາປະທານ (CA) ໂຄງການພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດຜາສ້ວມໃຫ້ກາຍເປັນສູນກາງການທ່ອງທ່ຽວຕິດພັນກັບການອະນຸລັກທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ລະຫວ່າງແຂວງຈໍາປາສັກຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນ, ກັບ ບໍລິສັດທ່ອງທ່ຽວກຣີນແອັດແວນເຈີ ຈໍາກັດຜູ້ດຽວ. ພິທີຈັດຂຶ້ນໃນວັນທີ 6 ທັນວາ 2024 ນີ້ທີ່ພະແນກແຜນການ ແລະ ການລົງທຶນແຂວງຈໍາປາສັກ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ ພຮອງເຈົ້າແຂວງຈໍາປາສັກ, ມີພະແນກການກ່ຽວຂ້ອງຂອງແຂວງ, ເມືອງ ແລະ ບໍລິສັດເຂົ້າຮ່ວມ.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກວ່າດ້ວຍການມອບສິດໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ອົງການປົກຄອງແຂວງ ເຊັນສັນຍາສໍາປະທານ (CA) ໂຄງການພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດຜາສ້ວມ ໃຫ້ກາຍເປັນສູນກາງ ການທ່ອງທ່ຽວຕິດພັນກັບການອະນຸລັກທຳມະຊາດ ແລະ ສິ່ງແວດລ້ອມ, ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກ ຂອງບໍລິສັດ ທ່ອງທ່ຽວ ຄຣິນແອັດແວນເຈີ ຈຳກັດຜູ້ດຽວ. ໂດຍເຫັນດີອະນຸມັດໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ອົງການປົກຄອງແຂວງຈຳປາສັກ ເຊັນສັນຍາສໍາປະທານ (CA) ໂຄງການພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດຜາສ້ວມ ໃຫ້ກາຍເປັນສູນກາງ ທ່ອງທ່ຽວຕິດພັນກັບການອະນຸລັກທຳມະຊາດ ແລະ ສິ່ງແວດລ້ອມ, ເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກຂອງບໍລິສັດ ທ່ອງທ່ຽວ ຄຣິນແອັດແວນເຈີ ຈຳກັດຜູ້ດຽວ.
ໂຄງການ: ພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດຜາສ້ວມ ໃຫ້ກາຍເປັນສູນກາງການທ່ອງທ່ຽວຕິດພັນກັບການ ອະນຸລັກທຳມະຊາດ ແລະ ສິ່ງແວດລ້ອມ, ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງວັນທີ 11 ກຸມພາ 2020 ໂດຍບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ຕໍ່ມາໄດ້ມອບສິດໃນການ ພັດທະນາໂຄງການດັ່ງກ່າວໃຫ້ແກ່ ບໍລິສັດ ທ່ອງທ່ຽວ ກຣີນແອັດແວນເຈີ ຈຳກັດຜູ້ດຽວ ເປັນຜູ້ສືບຕໍ່ໃນການພັດທະນາ ຕາມໃບມອບສິດ ແລະ ສັນຍາຮ່ວມລົງທຶນ ລະຫວ່າງສອງຝ່າຍ ສະບັບລົງວັນທີ 09 ກັນຍາ 2024.
ໃນຄັ້ງວັນທີ 13 ພະຈິກ 2024 ຜ່ານມານີ້ ໄດ້ເປີດກອງປະຊຸມເຈລະຈາຮ່າງ ສັນຍາສຳປະທານໂຄງການ ດັ່ງກ່າວ ຂື້ນທີ່ພະແນກແຜນການ ແລະ ການລົງທຶນແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງຄະນະກຳມະການຈາກ ພາກລັດ ແລະ ບໍລິສັດ ເຊິ່ງໄດ້ມີຄວາມເຫັນດີເອກະພາບກັນທັງສອງຝ່າຍ ດັ່ງນີ້:
ຊື່ໂຄງການ: ພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດຜາສ້ວມ ໃຫ້ກາຍເປັນສູນກາງການທ່ອງທ່ຽວຕິດພັນກັບການ ອະນຸລັກທຳມະຊາດ ແລະ ສິ່ງແວດລ້ອມ.
ພື້ນທີ່ສໍາປະທານ: ຕັ້ງຢູ່ ບ້ານ ໂດນ ເມືອງບາຈຽງຈະເລີນສຸກ, ແຂວງ ຈຳປາສັກ, ໂດຍມີເນື້ອທີ່ລວມທັງໝົດ 94 ເຮັກຕາ, ໂດຍແບ່ງຂອບເຂດເນື້ອທີ່ດິນການສໍາປະທານອອກເປັນ 2 ຕອນ ຄື:
ເຂດທີ 01: ເນື້ອທີ່ດິນສໍາປະທານ ພື້ນທີ່ເຂດອະນຸລັກ ພັດທະນາເປັນເຂດສີຂຽວ ເປັນຈຸດອະນຸລັກ ປ່າໄມ້ນາໆພັນເຂດປ່າປ້ອງກັນ, ເຂດປູກປ່າໄມ້ທົດແທນ ແລະ ອື່ນໆມີເນື້ອທີ່ດິນທັງໝົດ ຈໍານວນ 78,13 ເຮັກຕາ.
ເຂດທີ 02: ເນື້ອທີ່ດິນສໍາປະທານ ພື້ນທີ່ພັດທະນາ ໃນການລົງທຶນກໍ່ສ້າງກິດຈະການ ໂຮງແຮມ, ຣີ ສອດ, ຮ້ານອາຫານ, ຫ້ອງປະຊຸມ. ມີເນື້ອທີ່ດິນ ທັງໝົດ ຈຳນວນ 15,87 ເຮັກຕາ ແລະໄລຍະເວລາສໍາປະທານໂຄງການ: 35 ປີ
ມູນຄ່າການລົງທຶນ: ທຶນທັງໝົດ ແລະ ທຶນຈົດທະບຽນ: 3.500.000 ໂດລາສະຫະລັດ, ແຫຼ່ງເງິນການລົງທຶນ: ທຶນພາຍໃນ 100%.
ໂອກາດນີ້ກໍມີການລົງນາມເຊັນສັນຍາສໍາປະທານ ລະຫວ່າງຜູ້ຕາງໜ້າ ທັງ 02 ຝ່າຍ ກໍຄື ຝ່າຍອົງການປົກຄອງແຂວງຈຳປາສັກ ແລະ ຝ່າຍບໍລິສັດ ໂດຍ: ຝ່າຍອົງການປົກຄອງແຂວງ ປະກອບມີ: ທ່ານ ບຸນມີ ຄຳພິທູນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ເຊັນໃນນາມຂອງແຂວງຈຳປາສັກ, ທ່ານ ສົມລິດ ປັນທະບົວສີ ເຈົ້າເມືອງບາຈຽງຈະເລີນສຸກ ເຊັນເປັນພະຍານ,ທ່ານ ທອງຖິ່ນ ພົມພັກດີ ຮອງຫົວໜ້າພະແນກຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເຊັນເປັນ ພະຍານ ແລະ ຝ່າຍບໍລິສັດ ມີ:
ທ່ານ ອິນທີ ເດືອນສະຫວັນ ຮອງອໍານວຍການບໍລິສັດ ເຊັນໃນນາມ ບໍລິສັດ ທ່ອງທ່ຽວ ກຣີນແອັດແວນ ເຈີ ຈຳກັດຜູ້ດຽວ, ທ່ານ ສີວິໄລ ຊຸມພົນພັກດີ ທີ່ປຶກສາບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ເຊັນເປັນພະຍານ,ທ່ານ ໄຂພອນ ແກ້ວບຸບຜາ ຜູ້ຊ່ວຍຜູ້ຈັດການພື້ນທີ່ຂອງບໍລິສັດ ເຊັນເປັນພະຍານ, ໂດຍມີ ທ່ານ ສົມບູນ ເຮືອງວົງສາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ຈໍາປາສັກ ,ພ້ອມດ້ວຍແຂກທັງໝົດ ຮ່ວມເປັນສັກຂີພິຍານໃນການເຊັນ ສັນຍາສຳປະທານຄັ້ງນີ້.
ຂ່າວ-ພາບ: ຈັນທະວີສັກ