ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຖືເອົາການຂາຍ ຜັກ-ສັດລ້ຽງ ສ້າງລາຍຮັບໃຫ້ຄອບຄົວ

Dec 10, 2024

ຄອບຄົວ ທ່ານ ນາງ ຮັກ ສີວິໄລ ເປັນຄອບຄົວຕົວແບບ ໃນການຜະລິດກະສິກຳແບບປະສົມ ເປັນສິນຄ້າຂອງ ບ້ານ ກຸງເກືອຍ, ເມືອງ ຂວາ, ແຂວງ ຜົ້ງສາລີ ໄດ້ຍຶດຖືເອົາການຂາຍ ຜັກ-ສັດລ້ຽງ ເປັນຊ່ອງທາງໃນການສ້າງລາຍຮັບໃຫ້ແກ່ຄອບຄົວ. ໂດຍໄດ້ຮັບທຶນຊ່ວຍເຫຼືອ ຈາກໂຄງການ ສ້າງຄວາມ ເຂັ້ມແຂງໃຫ້ແກ່ແມ່ຍິງຊົນເຜົ່າ ເພື່ອປັບໂຕເຂົ້າກັບການປ່ຽນແປງ ຂອງສະພາບດິນຟ້າອາກາດແບບຍືນຍົງ (WECR).
ທ່ານ ນາງ ຮັກ ສີວິໄລ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ພາຍໃຕ້ໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ແກ່ສື່ມວນຊົນລາວ ໂດຍການມີສ່ວນຮ່ວມຂອງ ອົງການ ຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງ ທາງສັງຄົມ ເພື່ອການ ພັດທະນາສີຂຽວ ໃນ ສປປ ລາວ ວ່າ: ປັດຈຸບັນ ຕົນເອງ ອາຍຸ 28 ປີ, ປະຊາຊົນຢູ່ບ້ານ ກຸງເກືອຍ, ເມືອງ ຂວາ, ແຂວງ ຜົ້ງສາລີ, ໃນຄອບຄົວມີສະມາຊິກ 5 ຄົນ, ແຮງງານຕົ້ນຕໍ 3 ຄົນ ແລະ ເປັນຄອບຄົວໜຶ່ງທີ່ຖືເອົາການຜະລິດກະສິກໍາເປັນອາຊີບຕົ້ນຕໍ. ແຕ່ກ່ອນຄອບຄົວ ຖືເອົາການຖາງປ່າເຮັດໄຮ, ປູກພືດແບບທໍາມະຊາດ ເປັນຫຼັກ ຊີວິດການເປັນຢູ່ໃນເວລານັ້ນພໍແຕ່ກຸ້ມຢູ່ກຸ້ມກິນ, ຄອບຄົວບໍ່ໄດ້ຮັບການພັດທະນາເທົ່າທີ່ຄວນ, ຄ່າໃຊ້ຈ່າຍສູງກວ່າລາຍຮັບທີ່ໄດ້ມາ ເຮັດໃຫ້ຄອບຄົວພົບຄວາມຫຍຸ້ງຍາກຫຼາຍ.
ມາຮອດປີ 2022 ໄດ້ມີໂຄງການດັ່ງກ່າວເຂົ້າມາໃຫ້ທຶນຊ່ວຍເຫຼືອ, ຄອບຄົວຂອງຕົນ ກໍໄດ້ປຶກສາຫາລືກັບຄອບຄົວເພື່ອຫັນປ່ຽນອາຊີບ ຈະເຮັດແນວໃດໃຫ້ສະພາບເສດຖະກິດຄອບຄົວດີຂຶ້ນກວ່າເກົ່າ, ຈາກທີ່ພໍກຸ້ມຢູ່ກຸ້ມກິນໃຫ້ມີເຫຼືອໃຊ້ເຫຼືອຈ່າຍ. ໃນທີ່ສຸດກໍໄດ້ຕັດສິນໃຈມາປະກອບອາຊີບປູກຜັກຕາມເງື່ອນໄຂ ແລະ ທ່າແຮງບົ່ມຊ້ອນທີ່ຕົນເອງມີກໍຄື: ປູກຝັງ-ລ້ຽງສັດແບບປະສົມ ໂດຍການປູກຜັກບົ່ວ, ຜັກກາດ, ລ້ຽງຫມູ, ລ້ຽງໄກ່ ແລະ ລ້ຽງປາ, ສ່ວນລາຄາຜັກແມ່ນອີງຕາມລະດູການ ເຊັ່ນວ່າ: ຜັກບົ່ວ ແລະ ຫອມປ້ອມ 10.000 ກີບຕໍ່ກິໂລ, ຜັກກາດ 5.000 ກີບຕໍ່ກິໂລ; ໃນໄລຍະລະດູຝົນ ຜັກບົ່ວ ແລະ ຫອມປ້ອມ 40.000 ກີບຕໍ່ກິໂລ, ຜັກກາດ 8.000 ກີບຕໍ່ກິໂລ. ການຂາຍຜົນຜະລິດ ແມ່ນເປັນທີ່ໜ້າເພິ່ງພໍໃຈສົມຄວນ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ເປັນກອບເປັນກຳ, ມີລາຍໄດ້ດີ, ການຕະຫຼາດກໍບໍ່ຫຍຸ້ງຍາກ ເພາະມີແມ່ຄ້າມາຊື້ຢູ່ກັບສວນ, ບາງເທື່ອກໍໄດ້ໄປສົ່ງຕາມຮ້ານອາຫານ, ຕະຫຼາດບ້ານ ແລະ ງານເທສະການຕ່າງໆ. ສະເລ່ຍແລ້ວສາມາດສ້າງລາຍຮັບໄດ້ 30 – 36 ລ້ານກີບຕໍ່ປີ.
ທ່ານ ນາງ ຮັກ ສີວິໄລ ກ່າວອີກວ່າ: ໃນຕໍ່ໜ້າຈະສືບຕໍ່ຂະຫຍາຍການປູກຜັກ ແລະ ເຮືອນຮົ່ມໃຫ້ຫລາຍຂຶ້ນ ຕາມທ່າແຮງງານ ເນື່ອງຈາກວ່າປັດຈຸບັນຜົນຜະລິດຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກ, ຕະຫຼາດຍັງມີຄວາມຕ້ອງການຫຼາຍ ແລະ ຜູ້ຜະລິດມີໜ້ອຍ. ຜ່ານການສູ້ຊົນບຸກບືນ ຂະຫຍັນອົດທົນ, ມາຮອດປັດຈຸບັນຄອບຄົວຂ້າພະເຈົ້າ ມີຊີວິດການເປັນຢູ່ ພັດທະນາດີຂຶ້ນເປັນກ້າວໆ ແລະ ມີຄວາມໝັ້ນຄົງ ເຊິ່ງໄດ້ມີເຮືອນຢູ່ຖາວອນ 1 ຫຼັງ, ມີເງິນໝູນໃຊ້ພາຍໃນຄອບຄົວ, ມີເງິນທຶນແຮໄວ້ໃຊ້ຈ່າຍໃນເວລາເຈັບເປັນ, ມີເງິນທຶນການສຶກສາຈຳນວນໜຶ່ງໄວ້ໃຫ້ລູກຮຽນໜັງສື ແລະ ມີເງິນຝາກທະນາຄານຈຳນວນໜຶ່ງ.
ສັງລວມແລ້ວນັບແຕ່ມີໂຄງສ້າງຄວາມ ເຂັ້ມແຂງໃຫ້ແກ່ແມ່ຍິງຊົນເຜົ່າ ເພື່ອປັບໂຕເຂົ້າກັບການປ່ຽນແປງ ຂອງສະພາບດິນຟ້າອາກາດແບບຍືນຍົງ ເຂົ້າມາ ການພັດທະນາເສດຖະກິດຂອງຄອບຄົວແມ່ນໄດ້ມີການພັດທະນາໄປຕາມທິດທີ່ຍືນຍົງ ແລະ ຍັງຈະສືບຕໍ່ພັດທະນາໄປເລື້ອຍໆ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄອບຄົວ.
ທີ່ມາ: ກອງທັບປະຊາຊົນລາວ