ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປຶກສາຫາລືວຽກງານສະຫວັດດີການຂອງແມ່ຍິງ ແລະ ເດັກ ການສັກວັກຊີນ ປ້ອງກັນມະເຮັງປາກມົດລູກ ແລະ ການແຕ່ງດອງກ່ອນໄວຮຽນ.

Dec 10, 2024

ໃນລະຫວ່າງວັນທີ 10-12 ທັນວາ 2024, ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງບໍໍ່ແກ້ວ, ກົມສື່ມວນຊົນ, ກະຊວງຖະແລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ອົງການ Unicef ປະຈຳ ສປປລາວ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານສະຫວັດດີການຂອງແມ່ຍິງ ແລະ ເດັກ ການສັກວັກຊີນ ປ້ອງກັນມະເຮັງປາກມົດລູກ ແລະ ການແຕ່ງດອງກ່ອນໄວຮຽນ ແລະ ສະເຫຼີມສະຫຼອງ ຄົບຮອບ 9 ປີ ຂອງ Media Laos ພາຍໃຕ້ການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ, ທ່ານ ສົມສັກ ມະ ຫາພົນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ, ແລະ ທ່ານ ໄຊມອນ ນາເຊີ ຫົວໜ້າພະແນກໂຄສະນາສື່ສານມວນຊົນ ອົງການ Unicef ປະຈໍາລາວ, ມີ ທ່ານ ສຸວັນ ວິໄລແສງ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວມີສະມາຊິກມີເດຍລາວທົ່ວປະເທດເຂົ້າຮ່ວມ.
ທ່ານ ສົມສະຫວາດ ພົງສາ ກ່າວວ່າ : ຜົນການສຶກສາການແຕ່ງດອງກ່ອນໄວອັນຄວນຢູ່ ສປປລາວ ໂດຍຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ສະແດງໃຫ້ເຫັນໄວໜຸ່ມທີ່ອາໄສຢູ່ໃນເຂດຊົນນະບົດ ອາຍຸ 13-14 ປີ ໄດ້ແຕ່ງດອງໄວກວ່າເດັກຍິງທີ່ອາໄສຢູ່ໃນເຂດຕົວເມືອງ ອາຍຸ 16-17 ປີ ແລະ ການແຕ່ງດອງຂອງໄວໜຸ່ມດັ່ງກ່າວ ແມ່ນເລື່ອງທີ່ໜ້າເປັນຫ່ວງທີ່ສູດ ແລະ ເປັນການລະເມີດຕໍ່ຄໍາແນະນໍາຂອງຄະນະກໍາມາທິການເພື່ອລົບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ກ່ຽວກັບການເກີດລູກໃນກູ່ມໄວໜຸ່ມ, ເຊິ່ງເຫັນວ່າ 43% ຂອງເດັກຍິງ ອາຍູ 14-17 ປີ ແມ່ນມີລູກແລ້ວ ໂດຍມີອາຍຸສະເລ່ຍໃນເວລາເກີດລູກຄົນທໍາອິດແມ່ນ 15.9 ປີ. ໜຶ່ງໃນຫ້າ ຫຼື 22% ຂອງເດັກຍິງແມ່ນຖືພາກ່ອນແຕ່ງດອງ ແລະ ອາດເປັນໄປໄດ້ວ່າຈະເປັນສິ່ງທີ່ກົດດັນໃຫ້ມີການແຕ່ງດອງ.
ໃນຂະນະທີ່ການຖືພາຂອງໄວໜຸ່ມ ແມ່ນມີຄວາມສ່ຽງຕໍ່ສຸຂະພາບຂອງແມ່ ແລະ ເດັກ, ແຕ່ການເກີດລຸກຂອງເດັກກ່ອນອາຍຸ 16 ປີ ແມ່ນມີຄວາສ່ຽງສູງຫຼາຍຕໍ່ການຕາຍຂອງແມ່.
ສື່ມວນຊົນ ມີບົດບາດສຳຄັນໃນການເຜີຍແຜ່ຂໍ້ມູນຂ່າວສານ ຢ່າງຕໍ່ເນື່ອງໃຫ້ແກ່ຊຸມຊົນມີຄວາມຮັບຮູ້ເລິກເຊິ່ງ ແລະ ມີການປ່ຽນແປງທັດສະນະຄະຕິ ແລະ ພຶດຕິກໍາຂອງຕົນໃນການວາງແຜນຊີວິດ. ດັ່ງນັ້ນ ສື່ມວນຊົນ ຈະຕ້ອງໄດ້ເອົາໃຈໃສ່ປະກອບສ່ວນໃນການໃຫ້ຄວາມຮູ້ແກ່ຊຸມຊົນຢ່າງປົກກະຕິ ແລະ ຕໍ່ເນື່ອງ.
ກອງປະຊຸມສຳມະນາໃນຄັ້ງນີ້ ເປັນເວທີໃນການແລກປ່ຽນຂໍ້ມູນຮ່ວມກັນ ແລະ ສະເໜີໃຫ້ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມທັງໝົດ ຈົ່ງປະກອບສ່ວນແລກປ່ຽນຄໍາຄິດເຫັນຢ່າງພ້ອມພຽງ ແລະ ເລິກເຊິ່ງ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕີບັດວຽກງານໂພຊະນາການໃຫ້ມີຄຸນະພາບທີ່ສູງຂຶ້ນ, ມີປະສິດທິຜົນ ແລະ ນໍາເອົາຜົນປະໂຫຍດສູງສຸດມາໃຫ້ແກ່ແມ່ຍິງ, ໄວໝູ່ມ ແລະ ເດັກ.