ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະລິມານການຂົນສົ່ງສິນຄ້າຜ່ານທາງການບິນຂອງຈີນ ເພີ່ມຂຶ້ນສູງສຸດໃນປະຫວັດສາດ

Dec 10, 2024

ອີງຕາມໂຕເລກຂໍ້ມູນຂອງອົງການການບິນພົນລະເຮືອນຈີນແຈ້ງໃຫ້ຮູ້ຫວ່າງມໍ່ໆມານີ້ວ່າ: ນັບແຕ່ຕົ້ນປີນີ້ມາ, ປະລິມານການຂົນສົ່ງສິນຄ້າທາງອາກາດຂອງຈີນໄດ້ຮັກສາທ່ວງທ່າການເຕີບໂຕຢ່າງວ່ອງໄວ, ໃນນັ້ນ, ປະລິມານການຂົນສົ່ງສິນຄ້າທາງອາກາດສາກົນມີຈັງຫວະການເຕີບໂຕຢ່າງພົ້ນເດັ່ນ, ປະລິມານການຂົນສົ່ງສິນຄ້າທາງອາກາດເພີ່ມຂຶ້ນສູງສຸດໃນປະຫວັດສາດ.
ອີງຕາມໂຕເລກຂໍ້ມູນແຈ້ງໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນຕຸລາ ປີນີ້, ປະລິມານການຂົນສົ່ງສິນຄ້າຜ່ານທາງໄປສະນີຂອງຂະແໜງການການບິນພົນລະ ເຮືອນທັງໝົດ ໄດ້ບັນລຸເຖິງ 7,298,000 ໂຕນ, ເພີ່ມຂຶ້ນ 19,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ໃນນັ້ນ, ສະເພາະຖ້ຽວບິນສາກົນມີເຖິງ 2.932.000 ໂຕນ, ເພີ່ມຂຶ້ນ 48,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.
ນອກນັ້ນ, ນັບແຕ່ເດືອນມັງກອນຫາເດືອນຕຸລາປີນີ້, ບໍລິສັດຈີນໄດ້ກວມເອົາຫຼາຍກວ່າ 41% ຂອງຍອດປະລິມານການຂົນສົ່ງສິນຄ້າທາງອາກາດຂອງຖ້ຽວບິນສາກົນ, ເພີ່ມຂຶ້ນ 5,7% ເມື່ອທຽບໃສ່ປີ 2019, ສິ່ງນີ້ສະແດງໃຫ້ເຫັນວ່າ: ຄວາມສາມາດແຂ່ງ ຂັນໃນສາກົນຂອງຈີນໄດ້ຮັບການຍົກລະດັບສູງຂຶ້ນຕື່ມອີກ.
ທີ່ມາ: CMG
May be an image of 1 person, aircraft and text