ການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX, ໃນວັນທີ 10 ທັນວາ 2024 ພາຍໃຕ້ການເປັນປະທານ ຂອງທ່ານ ນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ. ທ່ານນາງ ອາລີ ວົງໜໍ່ບຸນທໍາ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ສະບັບປັບປຸງ ໂດຍໄດ້ຍົກໃຫ້ເຫັນຄວາມຄວາມຈໍາເປັນໃນການປັບປຸງຮ່າງກົດໝາຍດັ່ງກ່າວ ທີ່ຖືກຮັບຮອງໃນປີ 2004 ເຊິ່ງເປັນກົດໝາຍສະບັບທຳອິດທີ່ໄດ້ກຳນົດກ່ຽວການພັດທະນາແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການສະກັດກັ້ນ ແລະ ຕ້ານການໃຊ້ຄວາມຮຸນແຮງ ໃນຄອບຄົວ ແລະ ຕ້ານການຄ້າມະນຸດ ໂດຍສະເພາະການຄ້າແມ່ຍິງ ແລະ ເດັກນ້ອຍ, ສິດ ແລະ ຜົນປະໂຫຍດ ຂອງແມ່ຍິງ ແລະ ເດັກ, ມາດຕະການທາງອາຍາຕໍ່ການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ.
ມາຮອດປັດຈຸບັນ ເຫັນວ່າກົດໝາຍ ວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ຍັງມີບາງດ້ານບໍ່ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະ ກິດ-ສັງຄົມ.
ຮ່າງກົດໝາຍວ່າດ້ວຍ ການພັດທະນາ ແລະ ປົກປ້ອງແມ່ຍິງ ສະບັບປັບປຸງ ປະ ກອບມີ 10 ພາກ, 9 ໝວດ ແລະ 88 ມາດຕາ. ໃນນັ້ນ, ເພີ່ມໃໝ່ 53 ມາດຕາ, ປັບປຸງ 32 ມາດຕາ, ຮັກສາເດີມ 2 ມາດຕາ ແລະ ຕັດອອກ 20 ມາດຕາ (ປັບປຸງເນື້ອໃນ ຄໍານິຍາມ, ການອະທິບາຍຄໍາສັບ, ຫຼັກການ, ຂອບເຂດການນໍາໃຊ້ກົດໝາຍ, ເນື້ອໃນການພັດທະນາ, ຄວາມສະເໝີພາບຍິງ-ຊາຍ, ການປົກປ້ອງ ແລະ ຊ່ວຍເຫຼືອແມ່ຍິງທີ່ຕ້ອງປົກປ້ອງພິເສດ, ກອງທຶນພັດທະນາແມ່ຍິງ, ຄວາມຮັບຜິດຊອບຕໍ່ການພັດທະນາ, ການປົກປ້ອງ, ການໃຫ້ຄໍາປຶກສາ, ການຈັດຕັ້ງໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ, ຂໍ້ຫ້າມ, ອົງການຄຸ້ມຄອງ ແລະ ກວດກາວຽກງານພັດທະນາ ແລະ ປົກປ້ອງແມ່ຍິງ), (ທຽບກັບກົດໝາຍ ສະບັບເກົ່າ ມີ 8 ພາກ, 6 ໝວດ ແລະ 54 ມາດຕາ). ພາຍຫຼັງໄດ້ຮັບຟັງການນໍາສະເໜີຮ່າງກົດໝາຍແລ້ວ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນໃສ່ບາງພາກ, ໝວດ ແລະ ມາດຕາ ເພື່ອໃຫ້ເນື້ອໃນ ຂອງຮ່າງກົດໝາຍສະບັບດັ່ງກ່າວ ມີເນື້ອໃນຮັດກຸມ, ກະທັດຮັດ ແລະ ຄົບຖ້ວນສົມບູນ.



