ໃນວັນທີ 09 ທັນວາ 2024, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງໆຫລວງນ້ຳທາ ຈັດຖະແຫລງຂ່າວຂອບໃຈ ບຸກຄົນ, ການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ການຈັດຕັ້ງສັງຄົມ, ບັນດາປະເທດເພື່ອນມິດ, ວິສາຫະກິດທັງພາຍໃນ ແລະ ຕ່າງປະເທດຕະຫລອດຮອດພະນັກງານ, ທະຫານ, ຕຳຫລວດ, ອາສາສະໝັກ, ປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນທັງທາງກົງ ແລະ ທາງອ້ອມຊ່ວຍເຫລືອບັນເທົາທຸກ ແລະ ແກ້ໄຂຜົນກະທົບ ຈາກໄພພິບັດນໍ້າຖ້ວມຄັ້ງຮ້າຍແຮງ ຢູ່ແຂວງຫລວງນໍ້າທາ ໃນເດືອນກັນຍາ 2024 ຜ່ານມາ.
ໃນລະຫວ່າງວັນທີ 09-14 ກັນຍາ 2024 ແຂວງຫລວງນໍ້າທາ ໄດ້ຮັບຜົນກະທົບຈາກພະຍຸດີເປຣຊັນ ຢາກິ (YAGI) ໄດ້ເຮັດໃຫ້ມີຝົນຕົກໜັກ ຕິດຕໍ່ກັນເປັນເວລາຫລາຍວັນ, ເກີດມີນໍ້າປ່າໄຫລຫລັ່ງຢ່າງກະທັນຫັນ, ມີນໍ້າຖ້ວມໜັກຂະຫຍາຍເປັນບໍລິເວນກວ້າງຢູ່ຫລາຍຈຸດ ໃນເທສະບານແຂວງ ແລະ ບັນດາເມືອງ, ໄດ້ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 5 ເມືອງ, ກວມ 100 ບ້ານ, 5.276 ຫລັງຄາເຮືອນ, 5.111 ຄອບຄົວ, 67.407 ຄົນ (ກວມເອົາ 32% ຂອງຈຳນວນປະຊາກອນທັງໝົດ), ມີຜູ້ທີ່ໄດ້ຮັບບາດເຈັບ 25 ຄົນ, ເສຍຊີວິດ 2 ຄົນ ໃນນີ້, ໄດ້ຮັບຜົນກະທົບໜັກກວ່າໝູ່ ແມ່ນເມືອງຫລວງນໍ້າທາ (ເທສະບານເມືອງ), ມີຊັບສິນຂອງລັດ-ຂອງປະຊາຊົນເສຍຫາຍຈຳນວນຫລວງຫລາຍ ໂດຍສະເພາະ ລະບົບໂຄງລ່າງພື້ນຖານ ດ້ານຄົມມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ໄຟຟ້າ, ນໍ້າປະປາ, ດ້ານກະສິກຳ-ການບໍລິການ, ສະຖານການສຶກສາ, ສາທາລະນະສຸກ ເຊັ່ນ: ສະໜາມບິນ, ເສັ້ນທາງ 36 ເສັ້ນ, ຂົວ 11 ແຫ່ງ, ເນື້ອທີ່ທຳການຜະລິດ 2.066 ເຮັກຕາ, ຊົນລະປະທານ 31 ແຫ່ງ, ລະບົບນໍ້າລິນ 36 ແຫ່ງ, ໂຮງໝໍ-ສຸກສາລາ 2 ແຫ່ງ. ນອກນີ້, ຍັງມີສຳນັກງານຫ້ອງການຂອງລັດ, ເອກະຊົນ, ໂຮງງານ, ສາງສິນຄ້າ, ໂຮງແຮມ-ເຮືອນພັກ, ບັນດາຫ້າງຮ້ານ, ແຫລ່ງທ່ອງທ່ຽວ ແລະ ອື່ນໆ ໄດ້ຮັບຜົນເສຍຫາຍໜັກ ປະເມີນມູນຄ່າເສຍຫາຍທັງໝົດ 5.840 ຕື້ກວ່າກີບ.
ເຖິງວ່າແຂວງຫລວງນໍ້າທາ ຈະໄດ້ປະສົບກັບຄວາມຫຍຸ້ງຍາກລຳບາກ ເຖິງພຽງນັ້ນກໍຕາມ ແຕ່ພວກເຮົາກໍຍັງໄດ້ຮັບກຳລັງໃຈ ແລະ ວັດຖຸປັດໄຈ ຊ່ວຍເຫລືອບັນເທົາທຸກເປັນຈຳນວນຫລວງຫລາຍ ຈາກທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ ຊຶ່ງໄດ້ກາຍເປັນກຳລັງໃຈ, ກຳລັງແຮງທີ່ສຳຄັນ ໃຫ້ຄະນະພັກ, ອົງການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ໃຫ້ສາມາດສືບຕໍ່ດຳເນີນການແກ້ໄຂໄພພິບັດຄັ້ງນີ້ ສາມາດຟື້ນຕົວກັບເຂົ້າສູ່ສະພາບປົກກະຕິເທື່ອລະກ້າວ. ປັດຈຸບັນ ສາມາດສັງລວມ ການຊ່ວຍເຫລືອທັງໝົດໄດ້ 42 ຕື້ກວ່າກີບ ໃນນີ້, ເປັນເງິນສົດ 20 ຕື້ກວ່າກີບ,ການຊ່ວຍເຫລືອທີ່ເປັນວັດຖຸ 21 ຕື້ກວ່າກີບ, ສຳລັບເຄື່ອງຊ່ວຍເຫລືອທີ່ເປັນປະເພດອາຫານແຫ້ງ, ນໍ້າດື່ມ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ປະຈໍາວັນ ແມ່ນໄດ້ແຈກຢາຍໃຫ້ຜູ້ປະສົບໄພ ທີ່ພັກຢູ່ສູນພັກເຊົາຊົ່ວຄາວ ແລະ ບັນດາບ້ານທີ່ຖືກຜົນກະທົບຢ່າງທົ່ວເຖິງ ແລະ ທັນເວລາ.
ສຳລັບວຽກທີ່ຈໍາເປັນ ທີ່ຈະຕ້ອງໄດ້ແກ້ໄຂຮີບດ່ວນໃນຕໍ່ໜ້າ ແມ່ນການວາງແຜນຟື້ນຟູລະບົບໂຄງລ່າງພື້ນຖານ ໃຫ້ກັບຄືນສູ່ສະພາບປົກກະຕິ ຄຽງຄູ່ກັບການຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນທຸກເຜົ່າໃຫ້ດີຂຶ້ນ ໂດຍສະເພາະ ຮີບຮ້ອນແກ້ໄຂໂຄງລ່າງພື້ນຖານ ດ້ານຄົມມະນາຄົມຂົນສົ່ງ, ທີ່ພັກອາໄສ, ບ່ອນທຳມາຫາກິນ, ສະຖານການສຶກສາ, ສາທາລະນະສຸກ ສະຫລຸບຖອດຖອນບົດຮຽນ ແລະ ສ້າງແຜນການຮັບມືກັບໄພພິບັດໃນອະນາຄົດ, ຊຶ່ງເປັນວຽກງານທີ່ສະຫລັບສັບຊ້ອນ, ໜັກໜ່ວງ ທີ່ຕ້ອງການເວລາ ແລະ ນໍາໃຊ້ທຶນຮອນເປັນຈຳນວນມະຫາສານ ທີ່ຕ້ອງການຄວາມຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫລືອຢ່າງຫລວງຫລາຍ ແລະ ຫວັງຢ່າງຍິ່ງວ່າ ແຂວງຫລວງນ້ຳທາ ຈະໄດ້ຮັບການອຸ້ມຊູຊ່ວຍເຫລືອຈາກທຸກພາກສ່ວນຕື່ມອີກ.
ສ່ວນປະຊາຊົນຫລວງນໍ້າທາ ເອກອ້າງທະນົງໃຈ ແລະ ຊື່ນຊົມຕໍ່ຜົນສຳເລັດ 2 ບາດກ້າວຄື: ບາດກ້າວກອບກູ້ອົບພະຍົບຜູ້ຄົນ ແລະ ບາດກ້າວຊ່ວຍເຫລືອແກ້ໄຂສຸກເສີນເບື້ອງຕົ້ນ. ສ່ວນບາດກ້າວທີ 3 ແມ່ນຮຽກຮ້ອງໃຫ້ທຸກຄົນພ້ອມພຽງຮຽງໜ້າ ຮ່ວມຈິດຮ່ວມໃຈສູ້ຊົນ ປັບປຸງຮ່ວມກັນສະສາງຜົນຮ້າຍ ຜົນເສຍຫາຍ ໃຫ້ກັບຄືນສູ່ສະພາບເດີມ, ເພີ່ມທະວີ ຍົກລະດັບຊີວິດການເປັນຢູ່, ສ້າງສາພັດທະນາແຂວງໃຫ້ຈະເລີນຮຸ່ງເຮືອງສີວິໄລສືບຕໍ່ໄປ.







