ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອົງການກາແດງ ສ ເກົາຫຼີ ໃຫ້ການສະໜັບສະໜູນ ອົງການກາແດງແຫ່ງຊາດລາວ

Dec 10, 2024

ພິທີມອບ-ຮັບພາຫະນະ ແລະ ອຸປະກອນການແພດ ຈາກສູນເລືອດແຫ່ງຊາດ ອົງການກາແດງ ສ ເກົາຫຼີ ໃຫ້ແກ່ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຈັດຂຶ້ນວັນທີ 9 ທັນວາ ນີ້ ທີ່ສະຖາບັນເລືອດແຫ່ງຊາດ. ກ່າວມອບໂດຍທ່ານນາງ Kwon S0-Yong ຜູ້ອໍານວຍການ ສູນເລືອດແຫ່ງຊາດ ອົງ ການກາແດງ ສ ເກົາຫຼີ ແລະ ກ່າວຮັບແມ່ນທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້, ມີລົດຕູ້ຈໍານວນ 3 ຄັນ ແລະ ເຄື່ອງຮີດສາຍຖົງເລືອດ ຈໍານວນ 6 ເຄື່ອງ ເພື່ອນໍາໃຊ້ເຂົ້າໃນວຽກງານອອກໜ່ວຍເຈາະເກັບເລືອດ ໃຫ້ແກ່ສະຖາບັນເລືອດແຫ່ງຊາດ, ສູນເລືອດແຂວງຫຼວງນໍ້າທາ ແລະ ສູນເລືອດແຂວງອຸດົມໄຊ ລວມມູນຄ່າ 123,200 ໂດລາ.
ທ່ານ ຈັນທະລາ ສຸກສາຄອນ ໄດ້ກ່າວວ່າ: ປະເທດລາວ ປັດຈຸ ບັນ 80% ຂອງການຮັບບໍລິຈາກເລືອດ ແມ່ນໄດ້ມາຈາກການອອກຮັບບໍລິຈາກເລືອດເຄື່ອນທີ່ຕາມສະຖານທີ່ຕ່າງໆ ຊຶ່ງມີຄວາມຈໍາເປັນຕ້ອງໄດ້ໃຊ້ພາຫະນະໃນການອອກເຄື່ອນໄຫວ. ການຊ່ວຍເຫຼືອຄັ້ງນີ້ຈະຊ່ວຍເພີ່ມຈໍານວນການຮັບບໍລິຈາກເລືອດຢູ່ຕາມສະຖານທີ່ຕ່າງໆໃຫ້ຫຼາຍຂຶ້ນ ເພື່ອເສີມສ້າງຄວາມ ເຂັ້ມແຂງໃຫ້ແກ່ອົງການກາແດງແຫ່ງຊາດລາວ. ໃນປີ 2024 ສ ເກົາຫຼີ ໄດ້ເຊື້ອເຊີນພະນັກງານກາແດງແຫ່ງຊາດລາວ 5 ທ່ານ ໄປປະເທດ ສ ເກົາຫຼີ ເພື່ອໄປຝຶກງານໄລຍະສັ້ນ ແລະ ການປະຕິບັດຕົວຈິງ ໃນການບໍລິການເລືອດຂອງສູນເລືອດ ອົງການກາແດງ ສ ເກົາຫຼີ. ພ້ອມນັ້ນ ທາງຜູ້ຊ່ຽວຊານຈາກສະຖາບັນເລືອດແຫ່ງຊາດ ອົງການກາແດງ ສ ເກົາຫຼີ ກໍຈະມາໃຫ້ການແນະນໍາກັບທີ່ ຢູ່ ສປປ ລາວ ນໍາອີກ.
ທ່ານຜູ້ອໍານວຍການ ສູນເລືອດແຫ່ງຊາດ ອົງການກາແດງ ສ ເກົາຫຼີ ກ່າວວ່າ: ການຮັບປະກັນ ແລະ ການສະໜອງເລືອດຢ່າງພຽງພໍ ແລະ ປອດໄພ ແມ່ນເປັນສ່ວນໜຶ່ງທີ່ສໍາຄັນຂອງການ ດູແລຮັກສາສຸຂະພາບ ແລະ ການບໍລິການ ສາທາລະນະສຸກ ແຫ່ງ ຊາດ, ສູນເລືອດແຫ່ງຊາດ ອົງການກາແດງ ສ ເກົາຫຼີ ໄດ້ສືບຕໍ່ແລກປ່ຽນການຮ່ວມມື ແລະ ຄວາມຊ່ຽວຊານໃຫ້ກັບກາແດງແຫ່ງຊາດລາວ ຢ່າງຕໍ່ເນື່ອງ ແລະ ເພື່ອປະກອບສ່ວນໃນການພັດ ທະນາວຽກງານການບໍລິການເລືອດຢູ່ໃນ ສປປ ລາວ.
ທ່ານ ຄໍາລາວັນ ຈັນທະລາວັນ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງ ມາຍັງສູນເລືອດແຫ່ງຊາດ ອົງການກາແດງ ສ ເກົາຫຼີ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນວຽກງານ ປຸກລະດົມການບໍລິຈາກເລືອດ ແລະ ສະໜອງເລືອດ ທີ່ປອດໄພ ຢູ່ ສປປ ລາວ ແລະ ທ່ານຍັງໄດ້ເນັ້ນໜັກ ຕໍ່ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງທົ່ວປະເທດໃນການສືບຕໍ່ສູ້ຊົນ ເສີມ ຂະຫຍາຍຄວາມອາດສາມາດໃນວຽກງານການປຸກລະດົມບໍລິຈາກເລືອດ ເພື່ອໃຫ້ບັນລຸໂຕເລກເປົ້າໝາຍການບໍລິຈາກເລືອດ ທີ່ໄດ້ກໍານົດໃຫ້ເກີນ 1% ຂອງປະຊາກອນຕໍ່ປີ.
ຂ່າວ-ພາບ: ແສງຈັນ