ປະຊຸມສໍາມະນາວິຊາການ “ສະພາບການຂອງໂລກ 2024 ແລະ ທິດທາງການທູດລາວ ຕໍ່ກັບໂລກທີ່ກໍາລັງປ່ຽນແປງ” ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 10 ທັນວາ 2024, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົບ (ICTC) ໂດຍໄດ້ຮັບກຽດເປັນປະທານກ່າວເປີດຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີສະມາຊິກສະໂມສອນນັກການທູດລາວ, ຄະນະສະຖາບັນ, ຄະນະກົມ, ຄະນະພະແນກ, ພະນັກງານວິຊາການ ແລະ ນັກສຶກສາ ຈາກກະຊວງ ອ້ອມຂ້າງສູນກາງ ແລະ ພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ; ແລະ ຜູ້ຕາງໜ້າຈາກພາກສ່ວນຕ່າງໆ ເຊັ່ນ: ຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຫ້ອງວ່າການສໍານັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ເລຂາທິການສະພາແຫ່ງຊາດ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນກຳມະບານລາວ, ສູນກາງສະຫະພັນແມ່ຍິງລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ພະແນກການຕ່າງປະເທດນະຄອນຫຼວງວຽງຈັນ, ສະຖາບັນວິທະຍາສາດ-ສັງຄົມ ແລະ ເສດຖະກິດແຫ່ງຊາດ, ສະຖາບັນຄົ້ນຄວ້າອຸດສະຫະກໍາ ແລະ ການຄ້າ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ພາກວິຊາວິທະຍາສາດການເມືອງ, ຄະນະນິຕິສາດ ແລະ ລັດຖະສາດ, ຜູ້ເຂົ້າຮ່ວມລວມທັງໝົດຫຼາຍກວ່າ 120 ທ່ານ.
ຈຸດປະສົງການຈັດສໍາມະນາໃນຄັ້ງນີ້ ເພື່ອສະຫຼຸບຕີລາຄາສະພາບການຂອງໂລກ ແລະ ແນວທາງນະໂຍບາຍຂອງບັນດາປະເທດມະຫາອໍານາດຕ່າງໆໃນ ປີ 2024 ແລະ ເພື່ອກະກຽມວາງທິດທາງການທູດລາວໃນໄລຍະໃໝ່ ທີ່ເປັນແນວທາງໃນການເຄື່ອນໄຫວການທູດລາວໄດ້ຢ່າງຄ່ອງແຄ້ວໃນຕໍ່ໜ້າ.
ໃນພິທີເປີດກອງປະຊຸມ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີການຕ່າງປະເທດ, ໄດ້ກ່າວເຖິງຄວາມເປັນມາໂດຍຫຍໍ້ຂອງການທູດລາວນັບຕັ້ງແຕ່ອະດີດ ຈົນເຖິງປະຈຸບັນ ທີ່ມີປະຫວັດສາດມີເອກະລັກ ແລະ ມີມູນເຊື້ອຄວາມສາມັກຄີພາຍໃນ ແລະ ກັບຕ່າງປະເທດ ທີ່ມີມາແຕ່ຍາວນານ. ເຖິງຢ່າງໃດກໍ່ຕາມ, ປັດຈຸບັນ ສະພາບໂລກທີ່ປ່ຽນແປງໄປຢ່າງສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ ເຮັດໃຫ້ການທູດລາວໃນແຕ່ລະຍຸກແຕ່ລະສະໄໝຕ້ອງທັນການ ແລະ ສອດຄ່ອງກັບຄວາມຈິງພາວະວິໄສ ທັງພາຍໃນ ແລະ ພາຍນອກ. ພ້ອມນັ້ນ ທ່ານຍັງໄດ້ຊີ້ໃຫ້ເຫັນເຖິງ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນໃນຂອບເຂດທົ່ວໂລກທີ່ກໍາລັງພົບພໍ້ ເຊັ່ນ: ສະພາບຄວາມເຄັ່ງຕຶງຢູ່ຂົງເຂດເອີຣົບ, ຕາເວັນອອກກາງ, ອາຊີຕາເວັນອອກ, ຂົງເຂດພາກພື້ນອາຊຽນ, ການປ່ຽນແປງອໍານາດຢູ່ ອາເມລິກາ ແລະ ຫຼາຍໆປະເທດໃນໂລກ ລວມເຖິງບັນຫາສົງຄາມການຄ້າ ແລະ ການຊ່ວງຊິງແຂ່ງຂັນລະຫວ່າງ ຈີນ-ອາເມຣິກາ ແລະ ບັນຫາອື່ນໆ, ເຊິ່ງເປັນສາເຫດອັນສໍາຄັນຫຼັກທີ່ເຮັດໃຫ້ສະພາບການຂອງໂລກ ຍິ່ງເພີ່ມທະວີຄວາມເຄັ່ງຕຶງ. ດ້ວຍບັນຫາເຫຼົ່ານີ້ ຈຶ່ງມີຄວາມຈໍາເປັນຢ່າງຍີ່ງຈະຕ້ອງໄດ້ທົບທວນຄືນ ວຽກງານການພົວພັນສາກົນ ແລະ ປຶກສາຫາລື ເພື່ອກໍານົດທິດທາງການທູດລາວໃນອະນາຄົດ ໃນການຮັບມືສິ່ງທ້າທາຍໃນອະນາຄົດ.
ໃນການຈັດກອງປະຊຸມສໍາມະນານີ້, ອະດີດນັກການທູດລາວ ແລະ ຜູ້ຊ່ຽວຊານວຽກງານການເຄື່ອນໄຫວການຕ່າງປະເທດໃນນາມເປັນວິທະຍາກອນ ກໍໄດ້ນໍາສະເໜີການຄົ້ນຄວ້າ, ບົດຮຽນ, ປະສົບການ ແລະ ໄດ້ຕີລາຄາລວມ ໂດຍໃຫ້ທັດສະນະທີ່ເຫັນໄດ້ຕໍ່ສະພາບການຂອງໂລກ ແລະ ແນວທາງນະໂຍບາຍຂອງບັນດາປະເທດມະຫາອໍານາດຕ່າງໆໃນ ປີ 2024 ລວມທັງຄາດຄະເນການພົວພັນຮ່ວມມືສາກົນ ແລະ ສິ່ງທ້າທາຍຕ່າງໆໃນອະນາຄົດ ລວມເຖິງສິ່ງທ້າທາຍສໍາຄັນຕ່າງໆຂອງໂລກ ເຊັ່ນ: ການປ່ຽນແປງສະພາບດິນຟ້າອາກາດ. ຄຽງຄູ່ກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງບົດຮຽນການເຄື່ອນໄຫວວຽກງານການທູດຈາກນັກການທູດອາວູໂສ ແລະ ໄດ້ຮັບຮູ້ເຖິງນັກການທູດຫນຸ່ມນ້ອຍຄວນຈະປັບ ແລະ ຍົກສູງຄວາມຮູ້ ແລະ ຄວາມສາມາດທາງດ້ານວິຊາສະເພາະ ແລະ ພາສາຕ່າງປະເທດ ແລະ ກຽມຄວາມພ້ອມຕໍ່ກັບສິ່ງທ້າທາຍຂອງໂລກ ແລະ ຊ່ວຍກັນກໍານົດແນວທາງການທູດ ແລະ ການຕ່າງປະເທດ ຂອງ ສປປ ລາວ. ໃນຕອນທ້າຍຂອງກອງປະຊຸມ, ບັນດາວິທະຍາກອນ ແລະ ຜູ້ເຂົ້າຮ່ວມ ຍັງໄດ້ຖາມ-ຕອບ, ແລກປ່ຽນປະກອບຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີແນະຢ່າງກົງໄປກົງແລະສ້າງສັນ ກ່ຽວກັບການທູດ ແລະ ນັກການທູດຍຸກໃໝ່ຂອງລາວທີ່ຄວນມີ ແລະ ຄວນເອົາໃຈໃສ່, ແນວຄວາມຄິດຂອງການທູດປ້ອງກັນເຫດ ແລະ ການທູດບຸກທະລຸໃຫ້ມີຄວາມສອດຄ່ອງເໝາະສົມໃນການເຄື່ອນໄຫວການທູດປະຈຸບັນ, ເຊິ່ງໄດ້ເຮັດໃຫ້ກອງປະຊຸມສໍາມະນາໃນຄັ້ງນີ້ມີບັນຍາກາດ ຟົດຟື້ນດີ ແລະ ມີເນື້ອໃນສົມບູນຂຶ້ນ.






