ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຄໍາມ່ວນ ປະດັບຫລຽນໄຊແຮງງານ ຊັ້ນ I ໃຫ້ ທ່ານ ພາຄິນ ຄໍາວິໄລສັກ (ໂຕໂນ້)

Dec 10, 2024

ວັນທີ 10 ທັນວາ 2024 ທີ່ເຮືອນຮັບແຂກເລກ1 ແຂວງຄໍາມ່ວນ ໄດ້ຈັດພິທີປະດັບຫລຽນໄຊແຮງງານ ຊັ້ນ I ໃຫ້ແກ່ ທ່ານ ພາຄິນ ຄໍາວິໄລສັກ (ໂຕໂນ້) ທີ່ມີຜົນງານດີເດັ່ນ ປະກອບສ່ວນດ້ານເຫື່ອແຮງ, ສະຕິປັນຍາ ລະດົມຂົນຂວາຍທຶນຮອນ ເພື່ອຊ່ວຍເຫລືອໂຮງໝໍແຂວງຄໍາມ່ວນ, ໃຫ້ກຽດປະດັບຫລຽນໃນຄັ້ງນີ້ໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ໂດຍມີບັນດາພະແນກການຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ໂດຍປະຕິບັດຕາມໃບມອບສິດ ຂອງທ່ານນາຍົກລັດຖະມົນຕີ ເລກທີ 159/ນຍ, ລົງວັນທີ 8 ສິງຫາ 2024 ຕົກລົງ ມອບສິດໃຫ້ເຈົ້າແຂວງຄໍາມ່ວນ ຕາງໜ້າໃຫ້ລັດຖະບານລາວ ເປັນກຽດປະດັບຫຼຽນໄຊແຮງງານ ຊັ້ນ I ແລະ ປະຕິບັດຕາມ ລັດຖະດຳລັດ ຂອງປະທານປະເທດ ເລກທີ 111/ປປທ, ລົງວັນທີ 31 ກໍລະກົດ 2024 ວ່າດ້ວຍການປະດັບຫລຽນໄຊແຮງງານ ຊັ້ນ I ( MEDAL OF LABOUR FIRST CLASS ) ໃຫ້ແກ່ ທ່ານ ພາຄິນ ຄໍາວິໄລສັກ ສັນຊາດໄທ, ທີ່ມີຜົນງານດີເດັ່ນ ປະກອບສ່ວນເຫື່ອແຮງ, ສະຕິປັນຍາເຂົ້າໃນການລະດົມຂົນຂວາຍທຶນຮອນ ເພື່ອຊ່ວຍອຸປະກອນການແພດໃຫ້ໂຮງໝໍແຂວງຄໍາມ່ວນ, ລວມມູນຄ່າ 17 ຕື້ກວ່າກີບ, ຜົນງານດັ່ງກ່າວເປັນການປະກອບສ່ວນອັນສໍາຄັນໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກໄທ ເຊິ່ງການປະດັບຫລຽນໃນຄັ້ງນີ້ ເພື່ອເປັນການຍ້ອງຍໍສັນລະເສີນທີ່ໃຫ້ການຊ່ວຍເຫລືອອຸປະກອນການແພດ ແກ່ໂຮງໝໍແຂວງຄໍາມ່ວນ ໃນໂຄງການ One Man and The river (ໜຶ່ງຄົນລອຍ ຫຼາຍຄົນໃຫ້).
ທີ່ມາ: Khammouane News