ໃນຕອນເຊົ້າຂອງວັນທີ 10 ທັນວາ 2024 ທີ່ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂອງ ທ່ານ ນາງ ເມວ ບາຣໂລ (Mel Barlow) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໃນໂອກາດມາດໍາລົງຕໍາແໜ່ງ ເປັນເອກອັກຄະຣາຊະທູດຄົນໃໝ່ ປະຈໍາ ສປປ ລາວ
ໃນການພົບປະ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍທ່ານທູດທີ່ໄດ້ມາປະຕິບັດໜ້າທີ່ຢ່າງຫ້າວຫັນ ຢູ່ ສປປ ລາວ ເປັນເວລາ 1 ປີກວ່າແລ້ວ; ພ້ອມນີ້, ໄດ້ຕີລາຄາສູງຕໍ່ສາຍພົວພັນອັນດີລະຫວ່າງ ລາວ ແລະ ອັງກິດ ຕະຫຼອດໄລຍະ 69 ປີ ຜ່ານມາ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງສາພັດທະນາ ຂອງສອງປະເທດ; ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນອັງກິດ ທີ່ໃຫ້ການຊ່ວຍເຫຼືອແກ່ ລັດຖະບານ ແລະ ປະຊາຊົນລາວ ໂດຍສະເພາະຂະແໜງການສຶກສາ, ສາທາລະນະສຸກ, ການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO), ພະລັງງານສະອາດລວມທັງການຮ່ວມມືກ່ຽວກັບບັນຫາ ການປ່ຽນແປງສະພາບດິນຟ້າອາກາດ ແລະ ອື່ນໆ. ໄດ້ສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະທ່ານທູດມາປະຕິບັດໜ້າທີ່ ຢູ່ ສປປ ລາວ ຈະມີການຮ່ວມມືກັນຢ່າງໃກ້ຊິດ ກັບຄະນະພົວພັນຕ່າງປະເທດສູນກາງພັກ ກໍຄື ພາກສ່ວນຕ່າງໆ ຂອງຝ່າຍລາວ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ອັງກິດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ.
ທ່ານ ນາງ ເມວ ບາຣໂລ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານ ບຸນເຫຼືອ ພັນດານຸວົງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງຊົມເຊີຍການເຂົ້າມາຮັບໜ້າທີ່ໃໝ່ຂອງທ່ານ ແລະ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງ ສປປ ລາວ ໃນການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນຄັ້ງທີ 44-45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ພ້ອມນັ້ນ, ທ່ານທູດ ໄດ້ຢືນຢັນວ່າຈະສືບຕໍ່ປະສານງານ ແລະ ຮ່ວມມືກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ຂອງຝ່າຍລາວ ເພື່ອເສີມຂະຫຍາຍການຮ່ວມມື ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ ເພື່ອຜົນປະໂຫຍດ ຂອງສອງຝ່າຍ ກໍຄື ເພື່ອພາລະກິດ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ຂ່າວ: ຄຕພ, ພາບ: ແສງຈັນ



