ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບ ແລະ ສວນສາທາລະນະແຄມຂອງນະຄອນປາກເຊ ຢ່າງເປັນທາງການ

Dec 11, 2024

ພິທີມອບ-ຮັບ ແລະ ເປີດນໍາໃຊ້ຢ່າງເປັນທາງການໂຄງການ ພັດທະນາສວນສາທາລະນະແຄມຂອງ ນະຄອນປາກເຊ ແຂວງຈໍາປາສັກ, ໂດຍພິທີຈັດຂຶ້ນໃນຕອນບ່າຍຂອງວັນທີ 10 ທັນວາ 2024 ທີ່ສວນສາທາລະນະແຄມຂອງ ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ, ທ່ານ ນາງ ຊິນດາຊອຍ ຜູ້ຕາງໜ້າກອງທຶນການຮ່ວມມືເພື່ອການພັດທະນາເສດຖະກິດ (EDCF) ປະຈໍາລາວ, ມີຜູ້ອໍານວຍການບໍລິສັດຮານຊິນ,ຜູ້ອໍານວຍການບໍລິສັດອີຊານ, ພ້ອມດ້ວຍແຊກຮັບເຊີນເຂົ້າຮ່ວມ.
ໃນພິທີໄດ້ລາຍງານກ່ຽວກັບ ຈຸດປະສົງ ແລະ ລະດັບຄາດ ໝາຍຂອງໂຄງການ ເພື່ອປ້ອງ​ກັນການ​ກັດ​ເຊາະ​ຂອງ​ຕະ​ຝັ່ງ ​ຕາມ​ແຄມແມ່​ນ້ຳຂອງ ແລະ ແຄມ​ນ້ຳ​ເຊ​ໂດນ ຢູ່​​ຝັ່ງນະ​ຄອນ​ປາກ​ເຊ ແລະ ຝັ່ງ​ເມືອງ​ໂພນ​ທອງ, ປ້ອງ​ກັນ​ນ້ຳ​ຖ້ວມ ສະ​ຖານທີ່​ພັກ​ອາ​ໄສ ລວມ​ທັງ​ເນື້ອ​ທີ່​ການ​ຜະ​ລິດ ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​, ປັບ​ປຸງ- ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ຊາວ​ນະ​ຄອນ​ປາກ​ເຊ ແລະ ເມືອງ​ໂພນ​ທອງ, ສ້າງ​ເງື່ອນ​ໄຂ​ໃຫ້​ມີ​ສະ​ຖານ​ທີ່​ພັກ​ຜ່ອນ ແລະ ເປັນ​ບ່ອນ​ອອກ​ກຳ​ລັງ​ກາຍ ເພື່ອ​ສົ່ງ​ເສີມ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ ທັງ​ເປັນ​ການ​ດຶງ​ດູດ​ການ​ທ່ອງ​ທ່ຽວ​ໃນ​ໃຈ​ກາງ​ເມືອງ (ນະ​ຄອນ​ປາກ​ເຊ).
ພ້ອມນີ້ໄດ້ມີການກ່າວມອບ-ຮັບໂຄງການລະຫວ່າງຜູ້ຮັບ ເໝົາກໍ່ສ້າງກັບເຈົ້າຂອງໂຄງການ ໂດຍປັດຈຸບັນ ໂຄງການພັດ ທະນາແຄມຂອງ ນະຄອນປາກເຊ ແຂວງຈໍາປາສັກ ໄລຍະທີ 01 ສັນຍາ Lao-12 ແມ່ນກໍ່ສ້າງສໍາເລັດໂດຍພື້ນຖານ ແລະ ຜູ້ຮັບ ເໝົາກໍ່ສ້າງ ໄດ້ກ່າວມອບຮັບໂຄງການໃຫ້ເຈົ້າຂອງໂຄງການຄຸ້ມຄອງນໍາໃຊ້ຕາມລະບຽບການ ເຊິ່ງສວນທາລະນະແຄມຂອງນະ ຄອນປາກເຊ ມີເນື້ອທີ່ 9.50 ເຮັກຕາ ແລະ ສິ່ງປະກອບພາຍໃນສວນ (ທາງຄູປ້ອງກັນນ້ຳຖ້ວມ, ທາງຄົນຍ່າງ, ລະບົບໄຟປະດັບສວນ, ຕົ້ນໄມ້ ແລະ ດອກໄມ້ປະດັບ, ເດີ່ນຫຍ້າ, ອາຄານຫ້ອງນ້ຳ, ສະຖານທີ່ຈອດລົດ ແລະ ອື່ນໆ) ໃຫ້ນະຄອນປາກເຊ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້.
ຂ່າວ-ພາບ: ຈັນທະວີສັກ