ໃນວັນທີ 11 ທັນວາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ຢຸຍ ງ໋ອກ ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 10-11 ທັນວາ 2024.
ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ສະຫາຍ ຫງວຽນ ຢຸຍ ງ໋ອກ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແໜ້ນແຟ້ນຂຶ້ນກວ່າເກົ່າ ໂດຍສະເພາະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ, ແລກປ່ຽນບົດຮຽນ, ການຢ້ຽມຢາມ, ແລກປ່ຽນທາງດ້ານວິຊາການ ເຊິ່ງກັນ ແລະ ກັນ ໃນອະນາຄົດ ແລະ ຍາວນານ. ພ້ອມທັງ ຕີລາຄາສູງຕໍ່ການພົບປະສອງຝ່າຍລະຫວ່າງ ສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ທີ່ໄດ້ມີການທົບທວນຄືນໝາກຜົນແຫ່ງການພົວພັນຮ່ວມມືຮອບດ້ານ ໃນໄລຍະຜ່ານມາ ເຊິ່ງເຫັນໄດ້ວ່າ ມີຜົນສຳເລັດໃນຫລາຍດ້ານ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ກໍຄື ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫລືອດ້ານຕ່າງໆ ແກ່ ສປປ ລາວ ກໍຄື ຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ ມາໂດຍຕະຫລອດ.
ໂອກາດນີ້, ສະຫາຍ ຫງວຽນ ຢຸຍ ງ໋ອກ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງລາຍງານແຜນການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແລະ ລາຍງານຜົນການພົບປະສອງຝ່າຍ ລະຫວ່າງ ສອງຫ້ອງວ່າການສູນກາງພັກ ຫວຽດນາມ-ລາວ ໃຫ້ສະຫາຍ ເລຂາທິການໃຫຍ່ ຮັບຊາບ. ພ້ອມນີ້, ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີ ແລະ ແໜ້ນແຟ້ນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ຫວຽດນາມ-ລາວ ທີ່ມີການພົວພັນກັນຢ່າງສະໜິດສະໝົມ ແລະ ໝັ້ນຄົງຍາວນານ.
ຂ່າວ-ພາບ: ທະນູທອງ




