ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ລມຕ ກະຊວງ ຖວທ ເຄື່ອນໄຫວຢ້ຽມຢາມບ້ານຊົນເຜົ່າອາຄາໂອ້ມາ ເມືອງບຸນເໜືອ

Dec 11, 2024

ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ (ລມຕ) ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມຢາມ ບ້ານຊົນເຜົ່າອາຄາໂອ້ມາ ເມືອງບຸນເໜືອ ແຂວງຜົ້ງສາລີ ໃນວັນທີ 11 ທັນວາ 2024.
ທ່ານ ຈັນເພັງ ເລົາລີ ນາຍບ້ານໂອ້ມາ ໄດ້ໃຫ້ຮູ້ວ່າ: ເຜົ່າອາຄາໂອ້ມາ ທົ່ວແຂວງມີ 7 ບ້ານ, ສະເພາະເມືອງບຸນເໜືອມີບ້ານຊົນເຜົ່າອາຄາໂອ້ມາ 1 ບ້ານ, 80 ຫຼັງຄາເຮືອນ, ພົນລະເມືອງ 468 ຄົນ, ຍິງ 225 ຄົນ, ປະຊາຊົນມີອາຊີບເຮັດໄຮ່, ເຮັດນາ, ເອກະລັກຂອງຊົນເຜົ່າແມ່ນການນຸ່ງຖື, ນຸ່ງສິ້ນມີຕີນ, ມີແພຄາດຫົວ, ປັກລວດລາຍທີ່ເປັນເອກະລັກສວຍງາມຂອງເຜົ່າ, ຮີດຄອງປະເພນີມີປະຕູເຂົ້າບ້ານ ແລະ ຖືສາສະໜາຜີ.
ໃນໂອກາດເຄື່ອນໄຫວຢ້ຽມຢາມຄັ້ງນີ້, ທ່ານ ລມຕ ກະຊວງ ຖວທ ໄດ້ຮ່ວມກິດຈະກຳປັກແສ່ວ, ຊົມການສະແດງຂອງຊົນເຜົ່າ ແລະ ຊີມອາຫານທີ່ເປັນເອກະລັກເຂົ້າປໍປາ, ດື່ມນໍ້າຊາ ແລະ ອື່ນໆ.
ຂ່າວ-ພາບ: ພູວັນ