ສູນແລກປ່ຽນວັດທະນະທຳ ວິທະຍາສາດ ແລະ ເຕັກໂນໂລຊີເຍົາວະຊົນ ສົ້ງຊິ່ງຫລີງ ສປ ຈີນ ຮ່ວມກັບ ສູນວັດທະນະທຳຈີນ ປະຈຳຢູ່ແຕ່ລະປະເທດ ຈັດປະກວດແຕ້ມຮູບ ເຍົາວະຊົນສາກົນ ພາຍໃຕ້ຫົວຂໍ້ “ສະບາຍດີ! ເສັ້ນທາງສາຍໄໝ” ປະຈໍາປີ 2024, ເຊິ່ງຜູ້ຊະນະເລີດແມ່ນ ທ້າວ ເທບປັນຍາ ສີລິມຸກ ເຍົາວະຊົນລາວ ດ້ວຍຜົນງານມີຊື່ວ່າ “ຍິນດີຕ້ອນຮັບທ່ານ ສູ່ເສັ້ນທາງສາຍໄໝ” ການແຂ່ງຂັນດັ່ງກ່າວ, ມີຜູ້ສົ່ງຜົນງານຮູບແຕ້ມ ເຂົ້າປະກວດທັງໝົດ 2.216 ຜົນງານທີ່ມາຈາກ 7 ປະເທດ.
ກິດຈະກໍາດັ່ງກ່າວ, ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໄດ້ຄັດເລືອກເອົາ 15 ຜົນງານຈາກເຍົາວະຊົນລາວ ເຂົ້າຮ່ວມການປະກວດແຕ້ມຮູບເຍົາວະຊົນສາກົນ ໃນນີ້, ມີ 6 ຜົນງານໄດ້ຮັບລາງວັນລະດັບສາກົນ ແລະ ລາງວັນທີ 1 ແມ່ນທ້າວ ເທບປັນຍາ ສີລິມຸກ ອາຍຸ 11 ປີ ຮຽນຢູ່ໂຮງຮຽນປະຖົມຮາກແກ້ວ, ລາງວັນທີ 2 ມີສອງລາງວັນ ມີທ້າວ ວັດທະນາ ຄໍາພິລາວົງ ອາຍຸ 16 ປີ ແລະ ນາງ ສີດາລັດ ວົງຄໍາຈັນ ອາຍຸ 18 ປີ, ລາງວັນທີ 3 ທ້າວ ກ່າວເຈ່ຍຈຸນ ອາຍຸ 10 ປີ ແລະ ລາງວັນຊົມເຊີຍ ມີ ນາງ ມຸທິຕາ ພົມວຽງໄຊ ອາຍຸ 10 ປີ ແລະ ທ້າວ ທະນາດົນ ມະນີວົງ ອາຍຸ 8 ປີ.
ທີ່ມາ: ສູນວັດທະນະທຳຈີນ ປະຈຳລາວ




