ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຫະພັນກຳມະບານ ລາວ-ກຳປູເຈຍ ເສີມຂະຫຍາຍການຮັດແໜ້ນສາຍພົວພັນມິດຕະພາບ ແລະ ຮ່ວມມືສອງຝ່າຍ

Dec 11, 2024

ວັນທີ 10 ທັນວາ 2024 ທີ່ສູນກາງສະຫະພັນກຳມະບານລາວ ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສະພາພັນທະມິດກຳມະບານ ແຫ່ງຊາດ ກຳປູເຈຍ 5 ທ່ານນຳໂດຍ ທ່ານ ຊຸງ ຮວດ ປະທານສະພາພັນທະມິດກຳມະບານ ແຫ່ງຊາດ ກຳປູເຈຍ ມີທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ທ່ານ ແພງມີ ໄຊຍະສິດທິວົງ ຫົວໜ້າພະແນກອົງການຈັດຕັ້ງມະຫາຊົນ ຕາງໜ້າຈາກຄະນະພົວພັນຕ່າງປະເທດສູນກາງພັກ ບັນດາທ່ານຫົວໜ້າກົມ ຮອງຫົວໜ້າກົມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທັງສອງຝ່າຍໄດ້ຮ່ວມເຮັດວຽກເພື່ອແລກປ່ຽນບົດຮຽນ ວຽກງານກຳມະບານເຊິ່ງກັນ ແລະ ກັນ ໂດຍປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ (MOU) ທີ່ທັງສອງຝ່າຍໄດ້ເຊັນຮ່ວມກັນ ໃນວັນທີ 20 ກັນຍາ 2023 ທີ່ຜ່ານມາ ໄລຍະແຕ່ປີ 2023-2028, ໃນໂອກາດນີ້ ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ນຳສະເໜີສະພາບການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະ 1 ປີຜ່ານມາ, ສະພາບການເຄື່ອນໄຫວວຽກງານ ຂອງສະຫະພັນກຳມະບານລາວ ໃນໄລຍະຜ່ານມາ ແລະ ການພົວພັນຮ່ວມມື ລະຫວ່າງ ສູນກາງສະຫະພັນກຳມະບານລາວ ແລະ ສະພາພັນທະມິດກຳມະບານ ແຫ່ງຊາດ ກຳປູເຈຍ ໂດຍສັງເຂບ, ເຊິ່ງເຫັນໄດ້ວ່າຄະນະນຳຂອງທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ກັບການພົວພັນຮ່ວມມືເຊິ່ງກັນ ແລະ ກັນ, ເຮັດໃຫ້ການເຄື່ອນໄຫວວຽກງານກຳມະບານ ກໍຄືການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງກຳມະກອນ ແລະ ຜູ້ອອກແຮງງານຂອງທັງສອງຊາດ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ໄດ້ມີການຫັນປ່ຽນໃໝ່ຢ່າງຮອບດ້ານ, ເວົ້າລວມເວົ້າສະເພາະກໍຄືການຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ໃຫ້ໝັ້ນຄົງທະນົງແກ່ນ ແລະ ໄດ້ຮັບການພັດທະນາດີຂຶ້ນສູ່ບາດກ້າວອັນໃໝ່ໃຫຍ່ຫຼວງກວ່າເກົ່າ.
ທີ່ມາ: ສື່ສູນກາງກຳມະບານລາວ