ກຸ່ມບໍລິສັດທາງລົດໄຟຈີນ ເລກທີ 15 ໄດ້ເຂົ້າມາລາວ ໃນເດືອນກັນຍາ 2019 ແລະ ໄດ້ເຂົ້າຮ່ວມການກໍ່ສ້າງທາງລົດໄຟ ລາວ-ຈີນ ຈົນເຖິງ ເດືອນ ທັນວາ 2024 ແລະ ຍັງຈະສືບຕໍ່ຮັກສາເສັ້ນທາງລົດໄຟ ລາວ-ຈີນ ໂດຍໄດ້ຖືສໍາຄັນຄວາມປອດໄພ ຂອງເສັ້ນທາງມິດຕະພາບ ດັ່ງກ່າວ.
ກຸ່ມບໍລິສັດທາງລົດໄຟຈີນ ເລກທີ 15 ດຳເນີນການກໍ່ສ້າງທາງລົດໄຟ ລາວ-ຈີນ ຢ່າງປອດໄພ ແລະ ເລີ່ມດຳເນີນໂຄງການກໍ່ສ້າງ, ບຳລຸງສ້າງ, ສ້ອມແປງໃໝ່, ຄວາມປອດໄພສຸກເສີນ, ກູ້ໄພ ແລະ ໂຄງການຟື້ນຟູຄວາມເສຍຫາຍທາງນໍ້າຂອງທາງລົດໄຟ ລາວ-ຈີນ. ນັບແຕ່ເດືອນ ເມສາ 2023 ຫາ ເດືອນ ທັນວາ 2024 ໄດ້ດຳເນີນໂຄງການກໍ່ສ້າງ 37 ໂຄງການ. ໃນນັ້ນ, ໄດ້ເນີນໂຄງການບໍລິການເຊັ່ນ: ໂຄງການບໍາລຸງຮັກສາຊັບສິນ,ການປັບປຸງຮ່ອງນ້ຳຂອງຂົວຫົວນາເລກ 1, ສະຖານີລົດໄຟ ນະຄອນຫລວງວຽງຈັນ, ການຈັດການບໍລິຫານນໍ້າຢູ່ໃນຂົວກາງຂອງໝາຍເລກທີ 2 ຂົວນ້ຳຄານ ແລະ ການປົກປັກຮັກສາທາງຫລັງຂອງສະຖານີ, ລວມທັງການຟື້ນຟູຄວາມເສຍຫາຍທາງນໍ້າຂອງຂົວພູປະທອນ ເລກ 2, ມີການປັບປຸງຮ່ອງລະບາຍນ້ຳ, ການປ້ອງກັນ ແລະ ຄວບຄຸມໄພນ້ຳຖ້ວມ.
ບຸກຄະລາກອນກໍ່ສ້າງຂອງກຸ່ມບໍລິສັດທາງລົດໄຟຈີນ ເລກທີ 15 ບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກ, ໄດ້ກວດກາສະຖານທີ່ຕ່າງໆຕາມເສັ້ນທາງລົດໄຟ ລາວ-ຈີນ, ໄດ້ສຳເລັດການກໍ່ສ້າງທາງກູ້ໄພໄລຍະທຳອິດ ເພື່ອປົກປັກຮັກສາຂົວ ແລະ ໄດ້ຜ່ານການທົດລອງນ້ຳຖ້ວມທີ່ເກີດຈາກໄພນ້ຳຖ້ວມທາງທຳມະຊາດ ຄັ້ງໃຫຍ່ທີ່ສຸດໃນປະເທດລາວ, ເສັ້ນທາງລົດໄຟລາວ-ຈີນ ກໍໄດ້ດໍາເນີນເປັນປົກກະຕິ.




