ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມອບ-ຮັບໜ້າທີ່ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະ ພາບ ລາວ-ໄທ ແຫ່ງທີ 2

Dec 11, 2024

ພິທີມອບ-ຮັບໜ້າທີ່ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 6 ທັນວາ 2024 ຢູ່ທີ່ດ່ານສາກົນຂົວມິດຕະ ພາບ ລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານ ໂດຍການປັນປະທານໂດຍ ພົຈວ ສົມໝາຍພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ.
ພັອ ລໍາພົງ ໄຊທອງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບລາຍງານໃນການປະຕິບັດໜ້າທີ່ຕະຫຼອດໄລຍະຜ່ານມາ ດ້ານດີຜົນງານ ແລະ ດ້ານອ່ອນຂໍ້ຄົງຄ້າງສັງລວມໂດຍຫຍໍ້ ເຫັນໄດ້ວ່າ: ຜ່ານການເຄື່ອນໄຫວນຳພາ-ຊີ້ນໍາຫົວໜ້າດ່ານ ກໍຄື ຄະນະດ່ານແຕ່ລະຂັ້ນ ໄດ້ເອົາໃຈໃສ່ເຮັດໜ້າທີ່ວຽກງານສຶກ ສາອົບຮົມການເມືອງແນວຄິດໃຫ້ສະມາຊິກພາຍໃນດ່ານ ໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງໄດ້ເປັນຢ່າງດີ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດຢ່າງເຂັ້ມງວດ, ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບດ້ານ, ບໍລິການດ້ວຍຄວາມ ຮັບຜິດຊອບ, ໂປ່ງໃສ, ມີວິໄນ, ສ້າງຄວາມພໍໃຈໃຫ້ຜູ້ມາໃຊ້ບໍລິ ການໃນການເຂົ້າ-ອອກ ໄດ້ເປັນຢ່າງດີ ແລະ ສໍາເລັດພື້ນຖານໂຄງລ່າງ, ສ້າງພື້ນທີ່ສີຂຽວ, ຄຸ້ມຄອງ ແລະ ປົກປັກຮັກສາອຸປະກອນອື່ນໆ, ພ້ອມທັງກ່າວມອບວຽກໃຫ້ ພັອ ວົງຄຳ ອິນທະບານ ຫົວໜ້າຄະນະຄຸ້ມ ຄອງດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 (ຜູ້ໃໝ່) ເພື່ອສືບຕໍ່ຈັດຕັ້ງປະຕິບັດນຳພາ-ຊີ້ນໍາວຽກ ງານຕໍ່ໄປ.