ເມື່ອບໍ່ດົນມານີ້ ທີ່ນະຄອນຫລວງວຽງຈັນ, ສະຖານເອກອັກຄະຣາຊະທູດໄທ ປະ ຈຳ ສປປ ລາວ ໄດ້ຈັດງານສະເຫລີມສະຫລອງ ວັນຊາດໄທ, ວັນພະບໍຣົມຣາດຊະສົມພົບຂອງພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະ ຫາຣາດ ບໍຣົມມະນາດບໍພິດ ແລະ ວັນພໍ່ແຫ່ງຊາດ 5 ທັນວາ ໂດຍມີ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ທອງຜ່ານ ສະ ຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນ ເຖິງການພົວພັນອັນໃກ້ຊິດ ແລະ ພິເສດລະຫວ່າງ ຣາຊະ ອານາຈັກໄທ ແລະ ສປປ ລາວ ເຊີ່ງຄວບຄຸມທຸກດ້ານ ແລະ ທຸກລະດັບ ໂດຍໃນປີ 2025 ໄທ ແລະ ລາວ ຈະສະເຫລີມສະຫລອງຄົບຮອບ 75 ປີການພົວພັນທາງການທູດລະຫວ່າງໄທ-ລາວ. ພ້ອມທັງໄດ້ສະແດງຄວາມຍິນດີ ແລະ ຊື່ນຊົມລັດຖະບານລາວ ໃນການເປັນເຈົ້າພາບປະທານອາຊຽນ ແລະ ຄວາມສຳເລັດຂອງປີທ່ອງທ່ຽວລາວ 2024 ພ້ອມທັງຢືນຢັນຈະໃຫ້ສະໜັບສະໜູນ ແລະ ສົ່ງເສີມການຮ່ວມມືກັບ ສປປ ລາວ ໃນທຸກດ້ານ ແລະ ທຸກລະດັບ ຢ່າງຈິງໃຈ.
ພາຍໃນງານໄດ້ ມີການສະແດງສິລະນະດົນຕີ, ຮ້ອງເພງ, ໜ່ວຍງານພາກລັດໃນຈັງຫວັດໜອງຄາຍ, ພາກທຸລະກິດ ແລະ ຄົນໄທທີ່ອາໄສຢູ່ ສປປ ລາວ ແລະ ພາກທຸລະກິດລາວ ໄດ້ຮ່ວມກັນວາງສະແດງອາຫານ ແລະ ເຄື່ອງດື່ມ ແລະ ກິດຈະກໍາອື່ນໆ.





