ພິທີເຊັນບົດບັນທຶກຊ່ວຍຈໍາ ການຮ່ວມມື ລະຫວ່າງ ອົງການໄອຍະການປະຊາຊົນ (ອຍກ) ແຂວງຈໍາປາສັກ ສປປ ລາວ ແລະ ອົງການໄອຍະການປະຊາຊົນ (ອຍກ) ແຂວງບິ່ງເຢືອງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 11 ທັນວາ 2024 ທີ່ແຂວງຈໍາປາສັກ ຕາງໜ້າເຊັນໂດຍທ່ານ ຄໍາມ່ວນ ພິລາພອນເດດ ຫົວໜ້າອົງການໄອຍະການປະຊາຊົນ ແຂວງຈໍາປາສັກ ແລະ ທ່ານ ມາຍ ວັນ ລິງ ຫົວໜ້າອົງການໄອຍາການປະຊາຊົນ ແຂວງບິ່ງເຢືອງ ພ້ອມດ້ວຍຄະນະທັງສອງເຂົ້າຮ່ວມ.
ໂອກາດນີ້, ທັງສອງຝ່າຍ ໄດ້ສະເໜີລາຍງານໃຫ້ຮູ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ແຕ່ລະດ້ານພາຍໃນອົງກອນຂອງຕົນໃນໄລຍະຜ່ານມາ ພ້ອມທັງແລກປ່ຽນຄໍາຄິດຄໍາເຫັນ ດ້ານວິຊາການ ເພື່ອແນໃສ່ຍົກສູງໃຫ້ວຽກງານ ອຍກ ສອງແຂວງດັ່ງກ່າວ ໄດ້ຮັບການພັດທະນາ ແລະ ໄດ້ຮັບການຮ່ວມມືເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ.
ການລົງນາມຄັ້ງນີ້ ທັງສອງຝ່າຍເປັນເອກະພາບກັນ ໃນການພົວພັນ ແລກປຽນບົດຮຽນເຊິ່ງກັນ ແລະ ກັນ, ຜັນຂະຫຍາຍເນື້ອໃນຈິດໃຈ ຂອງບົດບັນທຶກກອງປະຊຸມ ອົງການໄອຍະການປະຊາຊົນແຂວງ ທີ່ມີຊາຍແດນຮ່ວມກັນ ລາວ-ຫວຽດນາມ ໃນຄັ້ງທີ VII ທີ່ໄດ້ຈັດຂຶ້ນໃນວັນທີ 23 ສິງຫາ 2022 ຜ່ານມາ ທີ່ນະຄອນຫລວງຮ່າໂນ້ຍ ແລະ ບັນຫາອື່ນໆ ທີ່ຕິດພັນກັບການດໍາເນີນຄະດີ ທີ່ທັງສອງຝ່າຍເຫັນຄວນຍົກຂຶ້ນມາເປັນບັນຫາ ໃນການແລກປຽນບົດຮຽນກັນ. ພ້ອມນີ້, ສອງຝ່າຍຈະໄດ້ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນການຝຶກອົບຮົມຍົກລະດັບ ທາງດ້ານວິຊາສະເພາະ; ສອງຝ່າຍເຫັນດີໃຫ້ມີການແລກປຽນຂໍ້ມູນຂ່າວສານ ທີ່ກຽວພັນກັບການດໍາເນີນຄະດີອາຍາຕໍ່ພົນລະເມືອງ ຫວຽດນາມ (ທີ່ມີພູມລຳເນົາຕັ້ງຢູ່ແຂວງບິ່ງເຢືອງ) ທີ່ໄດ້ກະທຳຜິດໃນຂອບເຂດພື້ນທີ່ ແຂວງຈຳປາສັກ ຫລື ພົນລະເມືອງລາວ (ທີ່ມີພູມລໍາເນົາຕັ້ງຢູ່ແຂວງຈໍາປາສັກ) ທີ່ໄດ້ກະທໍາຜິດໃນຂອບເຂດພື້ນທີ່ຂອງແຂວງບິ່ງເຢືອງ ໃຫ້ກັນໄດ້ຮັບຊາບ ພ້ອມທັງຮັບປະກັນການດໍາເນີນຄະດີໃຫ້ຖືກຕ້ອງ ຕາມຂະບວນການຍຸຕິທຳ ທີ່ກົດໝາຍຂອງສອງປະເທດ ໄດ້ກຳນົດໄວ້. ນອກຈາກນີ້, ທັງສອງຝ່າຍເຫັນດີເປັນເອກະພາບແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນ ລະຫວ່າງ ສອງອົງການໄອຍະການປະຊາຊົນ ແຂວງ 02 ປີຕໍ່ຄັ້ງ ເພື່ອແນໃສ່ແລກປຽນບົດຮຽນ ໃນວຽກງານປະສານສົມທົບ ທາງດ້ານວິຊາການ ກ່ຽວກັບສະພາບການກະທໍາຜິດທີ່ເກີດຂຶ້ນ.
ໃນໂອກາດດຽວກັນ, ຄະນະດັ່ງກ່າວ ຍັງໄດ້ໄປຢ້ຽມຢາມສະຖານທີ່ແຫລ່ງທ່ອງທ່ຽວທໍາມະຊາດ, ຮ່ອງຮອຍປະຫວັດສາດ, ວັດທະນາທໍາຈໍານວນໜຶ່ງ ຂອງແຂວງຈໍາປາສັກ ພ້ອມທັງເຂົ້າຢ້ຽມຂໍ່ານັບຄະນະນໍາຂອງແຂວງຈໍາປາສັກ ແລະ ກົງສຸນຫວຽດນາມ ປະຈຳ ແຂວງພາກໃຕ້ ຕື່ມອີກ.
ຂ່າວ-ພາບ: ຈັນທະວີສັກ





