ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດການພິຈາລະນາ-ຮັບຮອງເອົາກົດໝາຍ 10 ສະບັບ

Dec 12, 2024

ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳ, ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ຊຸດທີ IX ໄດ້ຖະແຫລງຜົນສຳເລັດ ການພິຈາລະນາ ຮັບຮອງເອົາກົດໝາຍ 10 ສະບັບ ດັ່ງກ່າວ, ໃນວັນທີ 12 ທັນວາ 2024 ວ່າ: ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 12 ທັນວາ 2024, ຊຶ່ງໄດ້ພິຈາລະນາ, ຕົກລົງ, ຮັບຮອງ ເອົາຫລາຍບັນຫາສຳຄັນຂອງຊາດ ໂດຍສະເພາະ ໄດ້ພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈຳນວນ 10 ສະບັບ ຂອງລັດຖະບານ ກໍຄື ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ໃນນັ້ນ, ກົດໝາຍສ້າງໃໝ່ 2 ສະບັບ ຄື: ກົດໝາຍ ວ່າດ້ວຍການພັດທະນາສີມືແຮງງານ, ກົດໝາຍ ວ່າດ້ວຍທີ່ຢູ່ອາໄສ ແລະ ກົດໝາຍປັບປຸງ 8 ສະບັບ ຄື: ກົດໝາຍ ວ່າດ້ວຍທະນາຄານແຫ່ງ ສປປ ລາວ, ກົດໝາຍ ວ່າດ້ວຍສະຫະ ພັນແມ່ຍິງລາວ, ກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງ, ກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ, ກົດໝາຍ ວ່າດ້ວຍການສຶກສາ, ກົດໝາຍ ວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ກົດໝາຍ ວ່າດ້ວຍການກວດສອບອິດສະລະ, ກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງ ພ້ອມທັງຮັບຮອງເອົາ ການປັບປຸງມາດຕາ 18 ຂອງກົດໝາຍ ວ່າດ້ວຍການລົງທຶນຂອງລັດ ສະບັບປັບປຸງປີ 2015.
ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈໍານວນ 10 ສະບັບນີ້ ແມ່ນຜົນສໍາເລັດທີ່ສໍາຄັນ ໃນການຈັດຕັ້ງປະຕິບັດແຜນ ການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2023-2025, ແຜນການສ້າງ ແລະ ປັບປຸງກົດໝາຍ ປະຈໍາປີ 2024 ທັງເປັນການປະືກອບສ່ວນສໍາຄັນໃນການປັບປຸງ ແລະ ເພີ່ມທະວີພາຫະນະໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດ ໃຫ້ເປັນລະບົບຄົບຊຸດຂຶ້ນຕື່ມ ເພື່ອຮັບປະກັນປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ, ສ້າງຄວາມເຊື່ອໝັ້ນແກ່ນັກລົງທຶນ, ສະກັດກັ້ນ ແລະ ຕ້ານບັນດາປະກົດການຫຍໍ້ທໍ້ ທີ່ເປັນພຶດຕິກໍາລະເມີດກົດໝາຍ ຢູ່ໃນສັງຄົມ, ປະກອບສ່ວນໃນການສ້າງລັດ ໃຫ້ເປັນລັດປະຊາທິປະໄຕ ທີ່ປົກຄອງດ້ວຍກົດໝາຍໃຫ້ເຂັ້ມງວດຂຶ້ນ. ບັນດາກົດໝາຍເຫລົ່ານັ້ນ ເຖິງວ່າໄດ້ຮັບຮອງເອົາແລ້ວກໍຕາມ ກໍາມາທິການກົດໝາຍ ຍັງຈະໄດ້ສືບຕໍ່ສົມທົບກັບບັນດາກໍາມາທິການທີ່ກ່ຽວຂ້ອງ ຂອງສະພາແຫ່ງຊາດ, ຄະນະຮັບຜິດຊອບແຕ່ລະກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ປັບປຸງ, ຮຽບຮຽງເນື້ອໃນ ໃຫ້ສໍາເລັດສົມບູນ ເພື່ອລາຍງານຄະນະປະຈໍາສະພາແຫ່ງຊາດ ກ່ອນສະເໜີປະທານປະເທດ ພິຈາລະນາ ອອກລັດຖະດໍາລັດ ປະກາດໃຊ້ຢ່າງເປັນທາງການ ຕາມລະບຽບການທີ່ກໍານົດໄວ້.
May be an image of 1 person