ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ຄະນະພັກສະພາແຫ່ງຊາດ, ກໍາມະການຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງ ຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຖະແຫລງຜົນສໍາເລັດ ຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ພາຍຫລັງປິດກອງປະຊຸມດັ່ງກ່າວ ຢ່າງເປັນທາງການ ໃນວັນທີ 12 ທັນວາ 2024 ນີ້ວ່າ: ກອງປະຊຸມຄັ້ງນີ້, ສະມາຊິກສະພາແຫ່ງຊາດ ໄດ້ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງໃນການສຸມເຫື່ອແຮງສະຕິປັນຍາ ເຂົ້າໃນການຄົ້ນຄວ້າ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ໃສ່ບົດລາຍງານຂອງລັດຖະບານ, ພ້ອມດຽວກັນນັ້ນ ໄດ້ຮັບການຮ່ວມມື ແລະ ການປະກອບສ່ວນຢ່າງຕັ້ງໜ້າ ຂອງລັດຖະບານ, ກະຊວງ, ອົງການ, ຂະແໜງການຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕາມພາລະບົດບາດຂອງຕົນຢ່າງຕັ້ງໜ້າ ຈຶ່ງເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງຊາດ ຕາມສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ທີ່ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມ ໄດ້ຮັບຟັງການລາຍງານ 16 ເນື້ອໃນຈາກລັດຖະບານ, ສະພາແຫ່ງ ຊາດ, ອົງການກວດກາ, ອົງການກວດສອບ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ໂດຍໄດ້ອອກເປັນມະຕິກອງປະຊຸມ 23 ສະບັບ ຄື: ມະຕິ ວ່າດ້ວຍການຮັບຮອງເອົາ ການດັດແກ້ງົບປະມານແຫ່ງລັດ ປີ 2024; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍ ງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024 ແລ ແຜນການປະຈໍາປີ 2025, ແຜນການລົງທຶນຂອງລັດ ປະຈໍາປີ 2025; ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025, ແຜນຈັດສັນງົບປະມານແຫ່ງລັດ ໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ບັນດາແຂວງ ປະຈໍາປີ 2025; ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສາມສ້າງ ຕາມມະຕິສະພາແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມັງກອນ 2016; ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດ ການປະຕິຮູບລະບົບການສຶກສາ, ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ; ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດ ກົດໝາຍຂົງເຂດວັດທະນະທໍາ-ສັງຄົມ 4 ສະບັບ; ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບວິໄສທັດຮອດປີ 2040, ແຜນຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ຮອດປີ 2030; ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025, ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2022; ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025, ບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປະຈໍາປີ 2023; ມະຕິ ວ່າດ້ວຍການຮັບ ຮອງ ການແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ; ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງສານປະຊາ ຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ແຜນການປະຈໍາປີ 2025; ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ແຜນ ການປະຈໍາປີ 2025; ມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນ ໄຫວວຽກງານປະຈໍາປີ 2024 ແລະ ແຜນການປະຈໍາປີ 2025.
ນກຈາກນີ້ ຍັງມີມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ ໃນນີ້, ກົດໝາຍສ້າງໃໝ່ 2 ສະບັບ ຄື: ກົດໝາຍ ວ່າດ້ວຍການພັດທະນາສີມືແຮງງານ; ກົດໝາຍ ວ່າດ້ວຍທີ່ຢູ່ອາໄສ ແລະ ກົດໝາຍ ປັບປຸງ 8 ສະບັບ ຄື: ກົດໝາຍ ວ່າດ້ວຍທະນາຄານ ແຫ່ງ ສປປ ລາວ; ກົດໝາຍ ວ່າດ້ວຍສະຫະພັນແມ່ຍິງລາວ; ກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງ; ກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ; ກົດໝາຍ ວ່າດ້ວຍການສຶກສາ; ກົດໝາຍ ວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ; ກົດໝາຍ ວ່າດ້ວຍການກວດສອບອິດສະຫລະ ແລະ ກົດໝາຍ ວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍ ວ່າດ້ວຍການລົງທຶນຂອງລັດ ສະບັບເລກທີ 72/ສພຊ, ລົງວັນທີ 15 ທັນວາ 2015 ມາດຕາ 18 ໂຄງການລົງທຶນຂອງລັດປົກກະຕິ.
ໃນກອງປະຊຸມຄັ້ງນີ້, ມີ 18 ພາກສ່ວນ, ກວມເອົາ 14 ກະຊວງ ແລະ 4 ອົງການ ໄດ້ຊີ້ແຈງຕໍ່ຄໍາຊັກຖາມ ຂອງສະມາຊິກສະພາແຫ່ງຊາດກ່ຽວກັບບັນຫາທີ່ພົ້ນເດັ່ນຂອງສັງຄົມ ປະກອບດ້ວຍ ການຊີ້ແຈງຂອງທ່ານນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຍຸຕິທຳ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ທະນາຄານແຫ່ງ ສປປ ລາວ, ອົງການກວດກາແຫ່ງລັດ, ອົງການກວດສອບແຫ່ງລັດ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການ ປະຊາຊົນສູງສຸດ.
ກອງປະຊຸມ ຍັງໄດ້ຮັບຟັງລາຍງານກ່ຽວກັບຜົນການຕົກລົງ ຂອງກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ໃນການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ຈໍານວນ 4 ທ່ານ ຕາມການສະເໜີຂອງທ່ານ ນາຍົກລັດຖະມົນຕີ.
ທ່ານໃຫ້ຮູ້ຕື່ມວ່າ: ໃນໄລຍະດຳເນີນກອງສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ມີປະຊາຊົນບັນດາເຜົ່າສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ຫລາຍກວ່າ 374 ສາຍ, 360 ເລື່ອງ ເຊິ່ງພົວພັນເຖິງການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ, ການພັດທະນາທີ່ມີຜົນກະທົບຕໍ່ສັງ ຄົມ ແລະ ສິ່ງແວດລ້ອມ ຕໍ່ກັບຄໍາຄິດເຫັນຂອງປະຊາຊົນທີ່ສົ່ງມາ ທາງໂທລະສັບສາຍດ່ວນດັ່ງກ່າວ, ກອງເລຂາກອງປະຊຸມ ຈະໄດ້ສັງລວມ ແລະ ຈະໄດ້ມອບໃຫ້ກຳມາທິ ການທີ່ກ່ຽວຂ້ອງ ເພື່ອປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.



