ວັນທີ 12 ທັນວາ 2024 ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາ ແຂວງ ຫລວງພະບາງ ລາຍງານວ່າ: ໄດ້ຮັບແຈ້ງຈາກປະຊາຊົນທີ່ພົບເຫັນລະເບີດ ຢູ່ ບ້ານ ບັງກາໂລ ແລະ ບ້ານ ນານານ, ເມືອງ ພູຄູນ, ແຂວງ ຫລວງພະບາງ.
ຫລັງຈາກນັ້ນທີມງານພາກສະໜາມ ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາແຂວງ ຫລວງພະບາງ ໄດ້ລົງໄປພື້ນທີ່ ແລະ ດໍາເນີນການທໍາລາຍລະເບີດທັງໝົດຈໍານວນ 333 ໜ່ວຍ, ໃນນັ້ນ ເປັນລະເບີດລູກຫວ່ານ ປະເພດ BLU24 ຈໍານວນ 286 ໜ່ວຍ ແລະ ປະເພດສໍາພະວຸດອື່ນໆ ຈໍານວນ 47 ໜ່ວຍ.







