ວັນທີ 12 ທັນວາ 2024 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2024 ແລະ ກຳນົດທິດທາງແຜນການວຽກງານຄຸ້ມຄອງໄພພິບັດ ປີ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ.
ສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສ ນາທິການກອງທັບ, ຫົວໜ້າກອງເສນາທິການຄຸ້ມຄອງໄພພິບັດກະຊວງປ້ອງກັນປະ ເທດ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄພພິບັດປະຈຳປີ 2024 ແລະ ທິດທາງແຜນການຄຸ້ມຄອງໄພພິບັດ ປະຈຳປີ 2025 ຂອງກະຊວງປ້ອງກັນປະເທດ ວ່າ: ນັບແຕ່ເດືອນມັງກອນ-ພະຈິກ ໄດ້ເກີດໄພພິບັດທຳມະຊາດຫຼາຍກວ່າປີຜ່ານມາ ໃນນັ້ນແຂວງທີ່ໄດ້ຮັບຜົນກະທົບໜັກມີ: ແຂວງຫຼວງນ້ຳທາ, ແຂວງຫົວພັນ ແລະ ນະຄອນຫຼວງວຽງຈັນ. ຕໍ່ໜ້າສະພາບການດັ່ງກ່າວ, ຄະນະກຳມະການວຽກງານຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ໂດຍສະເພາະກອງເສນາທິການຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ ໄດ້ເປັນເຈົ້າການປະ ສານສົມທົບກັບບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ເຮັດວຽກງານກຽມ ພ້ອມປ້ອງກັນ ແລະ ຕອບໂຕ້ໄພພິບັດ ໃຫ້ທັນກັບສະພາບການ ແລະ ມີປະສິດທິຜົນ, ໄດ້ມອບໝາຍໃຫ້ກົມກອງທະຫານຢູ່ແຕ່ລະທ້ອງຖິ່ນບ່ອນເກີດໄພພິບັດເປັນເຈົ້າການວ່ອງໄວຈັດຕັ້ງກຳລັງ ແລະ ນຳໃຊ້ພາຫະນະ, ອຸປະກອນທີ່ມີ, ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນທ້ອງຖິ່ນເຂົ້າຊ່ວຍເຫຼືອຜູ້ປະສົບໄພ, ຊີ້ນຳຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນເຮັດວຽກງານກຽມພ້ອມຕອບຕ້ານ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ ເຮັດໃຫ້ວຽກງານກອບກູ້ຜູ້ປະສົບໄພ ແລະ ຊ່ວຍເຫຼືອສຸກເສີນ ຕາມຂອບເຂດຄວາມຮັບຜິດຊອບຂອງແຕ່ລະກົມກອງ ແລະ ຕາມການມອບໝາຍຂອງຂັ້ນເທິງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ໄປພ້ອມກັບການຊ່ວຍເຫຼືອກອບກູ້ໄພພິບັດ ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ ຍັງໄດ້ສຳເລັດການເຂົ້າຮ່ວມວຽກງານຊອກຄົ້ນ-ກອບກູ້ ແລະ ໜ່ວຍແພດຊ່ວຍເຫຼືອຜູ້ປະສົບໄພຮ່ວມ 3 ກອງທັບ: ກຳປູເຈຍ-ລາວ-ຫວຽດ ນາມ ຢູ່ປະເທດກຳປູເຈຍ, ຫຼາຍກົມກອງ ກໍໄດ້ຈັດຕັ້ງອົບຮົມຫັດແອບການຊອກຄົ້ນ-ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພ ຢູ່ກັບກົມກອງຕາມເງື່ອນໄຂ ແລະ ຄວາມສາມາດຂອງກົມກອງ.
ພ້ອມກັນນັ້ນ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງໄດ້ຊີ້ນຳກອງເສນາສົມ ທົບເຫຼົ່າຮົບລົງໄປຈັດຕັ້ງເຝິກອົບຮົມຢູ່ບັນດາກົມກອງຈຳນວນໜຶ່ງຕື່ມອີກ ເພື່ອກຽມຄວາມພ້ອມຊ່ວຍເຫຼືອຜູ້ ປະສົບໄພພິບັດໃນຕໍ່ໜ້ານີ້ໃຫ້ໄດ້ຮັບໝາກຜົນສູງ.
ຂ່າວ: ໜັງສືພິມກອງທັບ





