ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮໍ່າຮຽນເອົາຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ອຸທິດຕົນເພື່່ອພາລະກິດປະຕິວັດ ປົດປ່ອຍຊາດ

Dec 13, 2024

ປະທານ ໄກສອນ ພົມວິຫານ ເກີດໃນວັນທີ 13 ທັນວາ ປີ 1920ຊຶ່ງມາຮອດວັນທີ 13 ທັນວາ ປີ 2024ນີ້ ແມ່ນຄົບຮອບ 104 ປີພໍດີ. ເມື່ອເວົ້າເຖີງປະທານ ໄກ ສອນ ພົມວິຫານ, ປະຊາ ຊົນລາວບັນດາເຜົ່າໃນທົ່ວປະເທດ ຄົງບໍ່ມີໃຜປະຕິເສດວ່າບໍ່ຮູ້ຈັກ ເພາະ ປະຫວັດ, ຜົນງານ ແລະ ຄຸນງາມຄວາມດີ ກໍຄື ພາລະກໍາຂອງເພີ່ນທີ່ມີຕໍ່ປະເທດຊາດແມ່ນ ລໍ້າເລີດ ແລະ ໃຫຍ່ຫລວງຈົນເກີນກວ່າທີ່ທຸກຄົນຈະຫລົງລືມໄດ້ ເພາະນັບແຕ່ບາດກ້າວທໍາອິດຂອງການກ້າວເຂົ້າສູ່ກະແສຟອງແຫ່ງການປະຕິວັດນັບແຕ່ປີ 1944 ເປັນຕົ້ນມາ ຊີວິດຂອງເພີ່ນໄດ້ຕິດພັນກັບພາລະກິດປະ ຕິວັດປົດ ປ່ອຍຊາດ, ອຸທິດຊີວິດໃຫ້ແກ່ປະເທດຊາດ ແລະ ປະ ຊາຊົນລາວບັນດາເຜົ່າ, ເພີ່ນໄດ້ສຸມທຸກສະຕິປັນຍາຄວາມຮູ້- ຄວາມສາມາດ ແລະ ຄວາມສະຫລຽວສະຫລາດຂອງຕົນຢ່າງບໍ່ຮູ້ອິດເມື່ອຍໃນພາລະກິດກອບກູ້ເອກະລາດຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ທີ່ຍືດເຍື້ອຍາວ ນານ, ທັງເປັນຜູ້ກໍ່ຕັ້ງກອງລາດຊະວົງ ຊຶ່ງເປັນຕົ້ນກໍາເນີດກອງ ທັບປະຊາຊົນລາວ ແລະ ເປັນຜູ້ປະກາດສ້າງຕັ້ງພັກປະຊາຊົນລາວ ຫລື ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ.
ປະທານໄກສອນ ພົມວິຫານ ໄດ້ປະກອບສ່ວນສໍາຄັນທີ່ສຸດເຂົ້າໃນການຕັດສິນຊີ້ຂາດທຸກບັນຫາພ້ອມກັບຜູ້ນໍາທ່ານອື່ນໆ ນຳພາການປະຕິວັດຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ໃຫຍ່ຫຼວງກ່ວາເກົ່າ ຈົນສາມາດປົດປ່ອຍປະເທດຊາດ, ນຳເອົາຄວາມເປັນເອກະລາດ, ອິດສະຫລະພາບແລະ ຜືນແຜ່ນດິນອັນຄົບຖ້ວນມາໃຫ້ແກ່ປວງຊົນລາວບັນດາເຜົ່າໄດ້ຢ່າງມີໄຊ ແລ້ວສະຖາປະນາ ສປປ ລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາປີ 1975, ຈາກນັ້ນ ໄດ້ສືບຕໍ່ນຳພາປວງຊົນລາວທັງຊາດປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະສ້າງສາປະເທດຊາດ ເພື່ອກ້າວສູ່ຈຸດ ໝາຍສັງຄົມນິຍົມດ້ວຍທ່າກ້າວທີ່ໜັກແໜ້ນ ແລະ ມີຜົນສຳເລັດຢ່າງຕໍ່ເນື່ອງ.
ປະທານ ໄກສອນ ພົມວິຫານ ແມ່ນຜູ້ນໍາທີິ່ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກ ຄີທົົ່ວປວງຊົນບັນດາເຜົົ່າ, ຍາມໃດກໍ່ຖືສໍາຄັນ ແລະ ເອົາໃຈໃສ່ໃນການສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ນັບຖືຈາກມະຫາຊົນ, ເປັນຜູ້ນຳທີ່ມີຄຸນສົມບັດສິນທຳປະຕິວັດອັນສູງສົ່ງ, ມີຄວາມດຸໝັ່ນ, ດຳລົງຊີວິດແບບງ່າຍ ດາຍ, ປະຢັດ ແລະ ບໍລິສຸດປອດໃສທີ່ສຸດ.
ມູນເຊື້ອປະຕິວັດ, ຄຸນທາດການເມືອງ, ຄຸນສົມບັດສິນທໍາ, ແບບແຜນວິທີເຮັດວຽກ ແລະ ການດໍາລົງຊີວິດຂອງປະທານ ໄກສອນ ພົມວິຫານ ໄດ້ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ພົນລະເມືອງລາວທຸກຄົນ.
ດັ່ງນັ້ນ, ເພື່ອສືບຕໍ່ຮັກສາໝາກຜົນຂອງການປະຕິວັດ ກໍຄື ການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນທີ່ພວມປະສົບກັບ ຄວາມຫຍຸ້ງຍາກທາງດ້ານເສດຖະກິດຢ່າງຫລວງຫລາຍ, ທັງບັນ ຫາເງິນເຟີ້, ຄ່າຄອງຊີບເພີ່ມຂຶ້ນແລະ ອື່ນໆ.
ຍິ່ງກວ່າເວລາໃດໝົດບັນດາການນໍາ ກໍຄື ພະນັກງານ ແລະ ສະມາຊິກພັກຮຸ່ນໃໝ່ ຕ້ອງໄດ້ສຶກສາຮໍ່າຮຽນເອົາແບບຢ່າງຄຸນ ສົມບັດ, ທາດແທ້ປະຕິວັດ, ຄວາມຈົງຮັກພັກດີຕໍ່ປະເທດຊາດ, ແບບແຜນການເຄື່ອນໄຫວນໍາພາ ແລະ ການດໍາລົງຊີວິດຂອງເພີ່ນນໍາໄປປະຕິບັດ, ຖືອັນນັັ້ນເປັນໄມ້ຫຼາວັດແທກດ້ານຄຸນສົມ ບັດ ແລະ ທັດສະນະທ່າທີຂອງພະນັກງານ, ທັງເປັນການເພີິ່ມພູນຄູນສ້າງມູນເຊື້ອອັນຈົບງາມຂອງບັນພະບູລຸດ ກໍຄື ປະທານ ໄກ ສອນ ພົມວິຫານຜູ້ນໍາທີິ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ ເພື່ອໃຫ້ຕົນເອງກາຍເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ມີທັດສະນາຫລັກໜັ້ນທີ່ໜັກແໜ້ນ, ພ້ອມເສຍສະຫລະເພື່ອປະເທດຊາດ, ບໍ່ສວຍໃຊ້ໜ້າທີ່ຕໍາແໜ່ງຂອງຕົນເພື່ອຫາຜົນປະໂຫຍດສ່ວນຕົວ ແລະ ສ່ວນລວມ ຫລື ຫາຜົນປະໂຫຍດໃສ່ຈຸ້ມເຈື້ອເຊື້ອສາຍໃນທຸກຮູບແບບ ເພື່ອສ້າງໃຫ້ຕົນເອງກາຍເປັນຜູ້ສືບທອດພາລະກິດສ້າງສາ ແລະ ພັດທະນາປະເທດຊາດທີ່ດີ, ເປັນທີ່ໄວ້ເນື້ອເຊື້ອໃຈຂອງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອພັດທະນາປະເທດລາວໃຫ້ນັບມື້ຈະເລີນກ້າວໜ້າຂຶ້ນໄປຢ່າງບໍ່ຢຸດຢັ້ງ.
“ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດ ຂອງປະຊາຊົນລາວ ຕະຫຼອດໄປ”
May be an image of 1 person and text that says 'ひ န်ဘ်င်တော် อสล LNR AO NationalRde Randho 13 ทัมวา 2024 National ละมิภวัมถ้ายวัมเกิด ยจัม กวัม ปะทาม ไทสวม พ็มวิขาม ถับรอบ 104 ិ วิละบูจุดแท่งฉากลาว, ผู้มำกิแสมเล็าลับรัท เสม บรัท 13 ทัมวา 1920 13 ทัมวา 2024'