ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບ ບັນດາທູດປະເທດ ເພື່ອນມິດ

Dec 13, 2024

ໃນຕອນບ່າຍຂອງວັນທີ 11 ທັນວາ 2024 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງບັນດາທູດຕ່າງປະເທດປະກອບດ້ວຍທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ; ທ່ານ ຈອງ ຢອງ ຊູ (Jung Yung-soo), ເອກອັກຄະລັດຖະທູດ ແຫ່ງ ສ ເກົາຫຼີ ປະຈໍາ ສປປ ລາວ ແລະ ທ່ານ ນາງ ເມແກັນ ເອລິຊເບັດ ໂຈນສ (Megan Elizabeth JONES) ເອກອັກຄະລັດຖະທູດ ແຫ່ງ ອົສຕຣາລີ ປະຈໍາ ສປປ ລາວ ຕາມລໍາດັບ.
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງ ທ່ານເອກອັກຄະຣາຊະທູດໄທ, ທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ແລະ ທ່ານເອກອັກຄະລັດຖະທູດ ອົສຕຣາລີ ໃນການມາຢ້ຽມຂໍ່ານັບໃນຄັ້ງນີ້, ທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບທັງສາມປະເທດ ແລະ ສະແດງຄວາມຍິນດີທີ່ຈະສືບຕໍ່ເຮັດວຽກຮ່ວມກັນກັບທັງສາມປະເທດຢ່າງໃກ້ຊິດ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບທັງ ໄທ, ສ ເກົາຫຼີ ແລະ ອົສຕຣາລີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ, ລວມເຖິງສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ຂະນະດຽວກັນ, ບັນດາເອກອັກຄະລັດຖະທູດທັງ 3 ປະເທດ ຕ່າງກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນດັ່ງກ່າວ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ທອງສະຫວັນ ພົມວິຫານ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຄົນໃໝ່, ທັງຍັງສະແດງຄວາມຢືນຢັນທີ່ຈະສືບຕໍ່ເຮັດສຸດຄວາມສາມາດໃນການເປັນຂົວຕໍ່ ປະກອບສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງປະເທດຂອງຕົນກັບ ສປປ ລາວ ໂດຍສະເພາະ ໃນຊຸມປີຕໍ່ໜ້ານີ້ຊຸກຍູ້ການແລກປ່ຽນການຢ້ຽມຢາມ, ການພົວພັນຮ່ວມມືລະຫວ່າງສອງປະເທດໃນດ້ານຕ່າງໆ ໃຫ້ແຕກດອກອອກຜົນຂຶ້ນໄປເລື້ອຍໆໃນ ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການເຊື່ອມໂຍງ-ເຊື່ອມຈອດ ແລະ ດ້ານຕ່າງໆທີ່ສອງຝ່າຍມີທ່າແຮງຮ່ວມກັນ.