ເນື່ອງໃນໂອກາດທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ, ກໍຄື ປະຊາຊົນນະຄອນຫຼວງວຽງຈັນ ພວມເບີກບານມ່ວນຊື່ນ ແລະ ເອກອ້າງທະນົງໃຈ ທີ່ໄດ້ພ້ອມກັນອອກແຮງ ແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ວັນສໍາຄັນຕ່າງໆ ແລະ 3 ວັນ ປະຫວັດສາດ ຂອງຊາດ, ຂອງພັກ ທີ່ຈະມາເຖິງນີ້. ວັນທີ 13 ທັນວາ 2024 ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ, ຄະນະພັກ, ອົງການປົກຄອງ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ນໍາໂດຍ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ນໍາເອົາກະຕ່າດອກໄມ້ມາຈັດພິທີສະດຸດີຕໍ່ໜ້າຮູບປັ້ນຫຼໍ່ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນ ແລະ ລະນຶກເຖິງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງພັກ-ລັດ ແລະ ປວງຊົນລາວທັງຊາດ.
ຕະຫຼອດໄລຍະເຄິ່ງສະຕະວັດ ປະທານ ໄກສອນ ພົມວິຫານ ໄດ້ອຸທິດສະຕິປັນຍາ ກໍາລັງວັງຊາໃຫ້ ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ນໍາພາການປະຕິວັດ ຂອງປະຊາຊົນລາວເຮົາກ້າວຂຶ້ນຈາກໄຊຊະນະນີ້ ສູ່ໄຊຊະນະໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ, ເຮັດໃຫ້ປະເທດເຮົາ ຈາກບ່ອນເປັນເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ກາຍເປັນປະເທດເອກະລາດ ແລະ ມີຖານະ ອັນສົມກຽດໃນເວທີສາກົນ; ປະທານ ໄກສອນ ພົມວິຫານ ສົມແລ້ວທີ່ເປັນລູກຜູ້ປະເສີດຂອງປະຊາຊົນ ລາວບັນດາເຜົ່າ, ເປັນວິລະບູລຸດທີ່ປີຊາສາມາດ, ສະຫຼາດສ່ອງໃສ ເວລາໃດກໍເປັນແວ່ນແຍງອັນໃສແຈ້ງ, ເປັນແບບຢ່າງທີ່ດີເລີດຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ. ຊື່ສຽງຮຽງນາມ, ຄຸນງາມຄວາມດີ, ວິລະກຳອັນລໍ້າຄ່າຂອງ ປະທານ ໄກສອນ ພົມວິຫານ ໄດ້ກາຍເປັນສັນຍາລັກແຫ່ງການ ເຕົ້າໂຮມຄວາມສາມັກຄີເປັນເອກະພາບ ໃນທຸກຊັ້ນຄົນ, ທຸກຊົນເຜົ່າ, ທຸກສາສະໜາ, ທຸກເພດໄວ ແລະ ບັນດາປະຊາຊາດທີ່ຮັກຫອມສັນຕິພາບ ທົ່ວໂລກ.






