ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດການນຳໃຊ້ເສັ້ນທາງເບຕົງຢູ່ບ້ານເກີດປະທານໄກສອນ ພົມວິຫານ

Dec 13, 2024

ເນື່ອງໃນໂອກາດວັນຄ້າຍວັນເກີດທ່ານປະທານ ໄກສອນ ພົມ ວິຫານ ຄົບຮອບ 104 ປີ(13/12/1920-13/12/ 2024). ຕອນເຊົ້າວັນທີ 13 ທັນວາ 2024 ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂັ້ນແຂວງ ແລະ ນະ ຄອນໄກສອນພົມວິຫານ ໄດ້ໃຫ້ກຽດເຂົ້າຮ່ວມໃນພິທີຕັກບາດຖວາຍສັງຄະທານ ເພື່ອອຸທິດບຸນກຸສົນແດ່ທ່ານປະທານໄກສອນພົມວິຫານ, ແມ່ຍາດົກ ແລະປະຊາຊົນຊາວບ້ານນາເຊັງ ພ້ອມເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແລະໂຄງການກໍ່ສ້າງສ້ອມແປງຊົນລະປະທານປະຕູນ້ຳ(ຝາປິດຊົນລະປະທານ) ບ້ານນາເຊັງ, ນະຄອນໄກສອນພົມວິຫານ ເຊິ່ງເປັນບ້ານເກີດຂອງທ່ານປະທານໄກສອນ ພົມວິຫານ.
ໂອກາດນີ້, ທ່ານ ສຸລີຍົງ ຖາວອນວົງ ນາຍບ້ານນາເຊັງ ໄດ້ລາຍ ງານໃຫ້ຮູ້ວ່າ: ບ້ານນາເຊັງ ເປັນບ້ານໜຶ່ງທີ່ຂຶ້ນກັບນະຄອນໄກ ສອນພົມວິຫານ ຫຼາຍເສັ້ນທາງພາຍໃນບ້ານມີຄວາມຫຍຸ້ງ ຍາກ ດັ່ງນັ້ນ, ທາງເຖົ້າແກ່ ແນວໂຮມ,ອຳນາດການປົກຄອງບ້ານ ພ້ອມເຈົ້າອະທິການວັດ ໄດ້ຄົ້ນຄວ້າ ແລະເຮັດໜັງສືສະເໜີຫານະຄອນ ແລະແຂວງ ເພື່ອລົງສຳຫຼວດຄິດໄລ່ ແລະກໍ່ໄດ້ສຶກສາຫາແຫຼ່ງທຶນມາພັດທະນາເສັ້ນທາງຊອຍເຂົ້າບ້ານ ໂດຍໃຊ້ວິທີລະດົມນຳພໍ່ແມ່ປະຊາຊົນ ແລະນັກທຸລະກິດເຂົ້າມາຊ່ວຍໃນການກໍ່ສ້າງ ເຊິ່ງໄດ້ແບ່ງການກໍ່ສ້າງອອກເປັນ 3 ໄລຍະຄື: ໄລຍະທີ 1 ແມ່ນອະນາໄມຂຸດຮື້ ໜ້າທາງເກົ່າ ພ້ອມປັບເກດ, ຖົມດິນແດງ ໂລອັດແໜ້ນຊັ້ນຮອງພື້ນທາງ, ກໍ່ສ້າງທໍ່ລອດທາງ ໂດຍແມ່ນບໍລິສັດສຸລິຍະພາໄຊ, ໄລຍະທີ 2 ຈົກຮ່ອງລະບາຍນ້ຳ ເພື່ອວາງທໍ່, ໃນການຈົກແມ່ນບໍລິສັດອຸດົມຊັບກໍ່ສ້າງ(ທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານແຫ່ງຊາດເປັນຜູ້ຊ່ວຍ) ແລະວາງທໍ່ພີ 50-60 ໂດຍແມ່ນບໍລິສັດສະຫວັນຄຳກໍ່ສ້າງເປັນຜູ້ຈັດຕັ້ງປະຕິບັດ ແລະໄລຍະທີ 3 ແມ່ນເທເບຕົງ ຄວາມຍາວ 100 ແມັດ, ກວ້າງ 6 ແມັດ, ໜາ 15 ຊັງຕີແມັດ ໂດຍແມ່ນບໍລິສັດສະຫວັນຄຳກໍ່ສ້າງ, ລວມມູນຄ່າກໍ່ສ້າງທັງໝົດ 656 ລ້ານກວ່າກີບ. ໂຄງການກໍ່ສ້າງເສັ້ນທາງເຂົ້າບ້ານນາເຊັງ ຖືວ່າເປັນໂຄງການທີ່ປະຊາຊົນມີສ່ວນຮ່ວມທຶນໃນການກໍ່ສ້າງ ດັ່ງນັ້ນ, ຄະນະພັກ-ຄະນະນຳນະຄອນໄກສອນພົມວິຫານ ຈິ່ງເຫັນໄດ້ຄວາມສຳຄັນຄວາມຈຳເປັນ ແລະໄດ້ຊອກຫາແຫຼ່ງທຶນມາກໍ່ສ້າງເສັ້ນທາງດັ່ງກ່າວ ປະກອບເພີ່ມໃນມູນຄ່າ 2,24 ຕື້ກວາ່ກີບ ມາຈັດຕັ້ງປະຕິບັດຈົນສຳເລັດ ຈາກນີ້, ກໍ່ຍັງໄດ້ປະກອບສ່ວນທຶນຮອນຂອງພາກລັດເຂົ້າໃນການສ້ອມແປງປະຕູນ້ຳ(ຝາປິດ)ຊົນລະປະທານບ້ານນາເຊັງຕື່ມອີກຈົນສຳເລັດເຊັ່ນກັນ.
ທ່ານ ຄຳພະຈັນ ຂັນທະພອນ ປະທານບໍລິສັດອຸດົມສຸກກໍ່ສ້າງຈຳກັດຜູ້ດຽວ ຜູ້ຮັບເໝົາໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ແລະໂຄງການສ້ອມແປງຊົນລະປະທານປະຕູນ້ຳຫ້ວຍສົ້ມປ່ອຍ ບ້ານນາເຊັງ ໄດ້ໃຫ້ສຳພາດວ່າ: ໂຄງການກໍ່ສ້າງທາງເບຕົງເສີມເຫຼັກ ແຕ່ແຍກທາງເລກ 9 B ຫາບ້ານນາເຊັງ, ມີລວງຍາວ 1.100 ແມັດ, ຄວາມກວ້າງ 5 ແມັດ, ໜາ 15 ຊັງຕີແມັດ, ມີມູນຄ່າການກໍ່ສ້າງ 2,24 ຕື້ກວ່າກີບ, ເຊິ່ງເປັນງົບປະມານບ້ວງເງິນເກີນແຜນປີ 2023 ໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ເດືອນພຶດສະພາ 2024 ເປັນຕົ້ນມາ, ສ່ວນໂຄງການຟື້ນຟູ-ສ້ອມແປງຊົນລະປະທານປະຕູນ້ຳຫ້ວຍສົ້ມປ່ອຍ ບ້ານນາເຊັງ ທີ່ນຳໃຊ້ງົບປະມານບ້ວງເງິນເກີນແຜນຂອງແຂວງປີ 2023 ໃນມູນຄ່າ 750 ລ້ານກວ່າກີບ, ໂດຍເລີ່ມປະຕິບັດໂຄງການແຕ່ເດືອນກັນຍາ 2024 ເຊິ່ງມາຮອດປະຈຸບັນ ທັງສອງໂຄງການດັ່ງກ່າວແມ່ນໄດ້ສຳເລັດ 100%.
ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ໃຫ້ກຽດຕັດແຖບຜ້າ ແລະລັ່ນຄ້ອງ ເພື່ອເປີດການນຳໃຊ້ເສັ້ນທາງເບຕົງ ແລະປະຕູລະບາຍນ້ຳຫ້ວຍສົມປ່ອຍບ້ານນາເຊັງຢ່າງເປັນທາງການ.
Cr: ສະຫວັນພັດທະນາ ຂ່າວ
May be an image of 1 person, dais and text