ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈັດຕະຫລາດນັດແຮງງານ ແລະ ສະເຫລີມສະຫລອງ ວັນເຄື່ອນຍ້າຍແຮງງານສາກົນ (18 ທັນວາ) ປະຈຳປີ 2024 ຂຶ້ນໃນລະຫວ່າງວັນທີ 13-15 ທັນວາ 2024 ທີ່ສູນການຄ້າລາວ-ໄອເຕັກ ເຊິ່ງພາຍໃນງານມີຫົວໜ່ວຍແຮງງານ, ວິສາຫະກິດບໍລິການຈັດຫາງານ ແລະ ຄູ່ຮ່ວມງານທັງພາກລັດ ແລະ ເອກະຊົນ ຮ່ວມຕັ້ງຮ້ານ 78 ຮ້ານ ໃນນີ້, ມີຕໍາແໜ່ງງານວ່າງ 293 ຕໍາແໜ່ງງານ ແລະ ມີຄວາມຕ້ອງການແຮງງານ ຫລາຍກວ່າ 7.248 ຄົນ ໂດຍແຍກເປັນຂະແໜງການບໍລິການ 5.145 ຄົນ, ອຸດສາຫະກໍາ 2.062 ຄົນ ແລະ ກະສິກໍາ 40 ຄົນ.
ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ: ຕະຫລາດນັດແຮງງານ ແມ່ນກິດຈະກຳທີ່ມີຄວາມຈໍາເປັນ ແລະ ຕ້ອງໄດ້ຈັດຂຶ້ນຢ່າງເປັນປົກກະຕິ ເພື່ອສ້າງໂອກາດ ແລະ ເງື່ອນໄຂ ໃຫ້ຜູ້ຕ້ອງການແຮງງານ ແລະ ຜູ້ຕ້ອງການຢາກເຂົ້າສູ່ຕໍາແໜ່ງງານໃນປັດຈຸບັນ ແລະ ອະນາຄົດ ໄດ້ມາພົບກັນແບບເຊິ່ງໜ້າ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ປຶກສາຫາລື, ສຳພາດ ແລະ ກ້າວເຂົ້າສູ່ການບັນຈຸເຂົ້າຕຳແໜ່ງງານໃນຂັ້ນຕໍ່ໄປ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄວາມພະຍາຍາມສູງໃນການຫັນເອົາແນວທາງ, ນະໂຍບາຍ, ສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີມາເປັນກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ເພື່ອເປັນບ່ອນອີງ ແກ່ການເຄື່ອນໄຫວດ້ານແຮງງານ ແລະ ສະຫວັດດີການສັງຄົມ ເວົ້າລວມ, ເວົ້າສະເພາະ ການສົ່ງເສີມການມີວຽກເຮັດງານທຳ, ຕະຫລາດນັດແຮງງານຄັ້ງນີ້, ຈະເປັນໜຶ່ງກິດຈະກຳ ທີ່ຊ່ວຍແກ້ໄຂບັນຫາການຂາດແຄນແຮງງານຂອງພາກທຸລະກິດ ທັງເປັນການປະກອບສ່ວນເຂົ້າໃນການຊຸກຍູ້ການດຳເນີນທຸລະກິດ, ການຜະລິດ ແລະ ບໍລິການໃຫ້ຄ່ອງຕົວເພື່ອຄວາມໝັ້ນຄົງຂອງຖານການຜະລິດ ແລະ ສ້າງຄວາມເຊື່ອໝັ້ນແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນການມາລົງທຶນຢູ່ ສປປ ລາວ ນັບມື້ຫລາຍຂຶ້ນ.
ທ່ານ ນາງ ໃບຄຳ ຂັດທິຍະ ໃຫ້ຮູ້ອີກວ່າ: ການເຄື່ອນຍ້າຍແຮງງານເປັນກົດເກນ ລວມຂອງພາກພື້ນ ແລະ ສາກົນ, ເປັນການເຊື່ອມໂຍງໃນຍຸກໂລກາພິວັດ, ແມ່ນການຊອກຫາໂອກາດທີ່ດີກວ່າ ບໍ່ວ່າຈະເປັນການສະແຫວງຫາການພັດທະນາທາງດ້ານທັກສະ, ສີມືແຮງງານ, ເງື່ອນໄຂ ແລະ ສະພາບແວດລ້ອມ ໃນການເຮັດວຽກງານດີກວ່າ, ການສະແຫວງຫາຜົນຕອບແທນດ້ານແຮງງານທີ່ສູງກວ່າ, ແຮງງານເຄື່ອນຍ້າຍລ້ວນແລ້ວແຕ່ໄດ້ນຳເອົາ ລາຍຮັບທາງດ້ານເສດຖະກິດມາສູ່ເຂົາເຈົ້າ ແລະ ຄອບຄົວທັງປະກອບສ່ວນທີ່ສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ພວກເຮົາຕີລາຄາສູງ ແລະ ໃຫ້ຄວາມສຳຄັນ ແກ່ກຳລັງແຮງງານທີ່ເຄື່ອນຍ້າຍບໍ່ວ່າຈະເປັນການເຄື່ອນຍ້າຍພາຍໃນ ຫລື ການເຄື່ອນຍ້າຍໄປເຮັດວຽກຢູ່ຕ່າງປະເທດ ຄວນໄດ້ຮັບການປົກປ້ອງຕາມກົດໝາຍ ແລະ ລະບຽບການ.
ຂ່າວ: ກິດຕາ






