ຕອນເຊົ້າວັນທີ 13 ທັນວາ 2024 ນີ້, ຄະນະບໍລິຫານງານຊາວ ໜຸ່ມແຂວງ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເນື່ອງໃນ ວັນຄ້າຍວັນເກີດຂອງ ປະທານໄກສອນ ພົມວິຫານ ຄົບຮອບ 104 ປີ. ຊຶ່ງນໍາພາໂດຍ ສະຫາຍ ນາງ ລ້ອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຜູ້ຊີ້່ນໍາວຽກງານອົງການຈັດຕັ້ງມະ ຫາຊົນຂັ້ນແຂວງ, ສະຫາຍ ຄໍາພວງ ອຳຄາທອງຄໍາ ເລຂາໜ່ວຍພັກ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີຮອງເລຂາ, ສະມາຊິກຊາວໜຸ່ມໃນຄະນະບໍລິຫານງານຊາວໜຸ່ມແຂວງ, ປະທານນັກທຸລະກິດໜຸ່ມ, ເລຂາຮາກຖານ, ເລຂາໜ່ວຍຊາວໜຸ່ມອ້ອມຂ້າງແຂວງເຂົ້າຮ່ວມນໍາ.
ການວາງກະຕ່າດອກໄມ້ໃນຄັ້ງນີ້ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ບັນ ດາເຜົ່າ ເວົ້າລວມເວົ້າສະເພາະ ພາລະກິດການປະຕິວັດຊາດຂອງ ປະທານໄກສອນ ພົມວິຫານ ທີ່ເສຍສະຫຼະຊີວິດເພື່ອຊາດ. ພວກເຮົາຈະເສີມຂະຍາຍມູນເຊື້ອ, ຄຸນງາມຄວາມດີ, ນໍ້າໃຈເສຍສະຫຼະອັນພິລະອາດຫານຂອງທ່ານ ໄວ້ຄຽງຄູ່ກັບລູກຫຼານຕະຫລອດໄປ.
ຂ່າວ-ພາບ: ຊາວໜຸ່ມແຂວງ






